ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ຮ່ວມກັບ ບັນດາທູຕານຸທູດຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ສະເຫຼີມສະຫຼອງບຸນປີໃໝ່ລາວ ພ.ສ 2567

   

  

  

20240412 MOFA NY 1

20240412 MOFA NY 4

  

  

ເນື່ອງໃນໂອກາດສົ່ງ​ທ້າຍ​ປີ​ເກົ່າ ພ.ສ 2566 ແລະ ຕ້ອນຮັບ​ປີ​ໃໝ່ລາວ ພ.ສ 2567 ທີ່ຈະມາເຖິງນີ້, ກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ຮ່ວມກັບ ບັນດາທູຕານຸທູດຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ໄດ້​ຈັດ​ພິທີສະ​ເຫຼີມສະຫຼອງບຸນປີໃໝ່ລາວຂຶ້ນ ໃນ​ວັນ​ທີ 12 ເມສາ 2024, ທີ່ ສະໂມສອນກິລາ TPC, ບ້ານອີໄລໃຕ້, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍພັນລະຍາ ແລະ ມີຄະນະພັກ-ຄະນະນຳກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ, ບັນດາອະດີດການນຳ, ພະນັກງານອາວຸໂສບຳນານ, ບັນດາຄະນະຫ້ອງການ-ຄະນະກົມ ແລະ ພະນັກງານທັງສອງພາກສ່ວນເຂົ້າຮ່ວມຢ່າງພ້ອມພຽງ. ພ້ອມດຽວກັນນັ້ນ, ກໍ່ມີບັນດາທູຕານຸທູດ, ກົງສູນກິດຕິມະສັກຕ່າງປະເທດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ແລະ ແຂກທີ່ຖືກເຊີນຈຳນວນໜຶ່ງ ເຂົ້າຮ່ວມ.

   

  

  

20240412 MOFA NY 3

  

ໃນໂອກາດອັນສະຫງ່າລາສີນີ້, ທ່ານຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະນຳ ກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ຂຶ້ນກ່າວຄຳເຫັນ ແລະ ອວຍພອນໄຊອັນປະເສີດເນື່ອງໃນໂອກາດປີໃໝ່ລາວ ໃຫ້ແກ່ບັນດາພະນັກງານ ແລະ ບັນດາແຂກທີ່ເຂົ້າຮ່ວມງານ ມີ​ສຸຂະພາບ​ເຂັ້ມ​ແຂງ, ມີພະລະນາໄມສົມບູນ, ມີຜົນສໍາເລັດອັນໃໝ່ໃນໜ້າທີ່ວຽກງານ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ ທຸກປະການຕະຫຼອດປີ ພ.ສ 2567 ນີ້ ແລະ ຕະຫຼອດໄປ ເພື່ອສືບຕໍ່ຮ່ວມກັນປະຕິບັດຫນ້າທີ່ດ້ວຍຜົນສຳເລັດ ແລະ ນຳເອົາຜົນປະໂຫຍດສູງສຸດມາສູ່ປະເທດຊາດ ແລະ ປະຊາຊົນຂອງຕົນ. ການຈັດພິທີສະເຫຼີມສະຫຼອງໃນຄັ້ງນີ້ ກໍຖືເປັນອີກຫນຶ່ງເວທີໃນການເຜີຍແຜ່ຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງລາວເຮົາ ທີ່ມີມາແຕ່ດົນນານອອກສູ່ສາຍຕາສາກົນ ແລະ ເຊີນຊວນບັນດານັກທ່ອງທ່ຽວຕ່າງປະເທດ ໃຫ້ເຂົ້າມາຢ້ຽມຢາມ ສປປ ລາວ ນັບມື້ຫຼາຍຂຶ້ນ ໂດຍສະເພາະໃນໂອກາດປີທ່ອງທ່ຽວລາວ 2024 ນີ້.

  

  

  

20240412 MOFA NY 5

    

  

ພ້ອມດຽວກັນນີ້, ທ່ານຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ກໍ່ໄດ້ຖືໂອກາດສະ​ແດງ​ຄວາມ​ຮູ້​ບຸນຄຸນ​ ແລະ ຂອບໃຈ ທຸກໆທ່ານ ໃນໄມຕີຈິດມິດຕະພາບ​ອັນ​ແໜ້ນ​ແຟ້ນ, ການ​ສະໜັບສະໜູນອັນລໍ້າຄ່າ ​ແລະ ການ​ຮ່ວມ​ມືຢ່າງຕໍ່ເນື່ອງ ​ທີ່ມີຕໍ່ກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ກໍ່ຄືຕໍ່ ສປປ ລາວ ຈາກບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ຕະຫຼອດມາ, ລວມເຖິິງການສືບຕໍ່ ໃຫ້ການສະໜັບສະໜູນ ແລະ ການຊ່ວຍເຫຼືອແກ່ ສປປ ລາວ ໃນຕໍ່ໜ້າ, ຈະເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເຄື່ອນໄຫວການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ໄດ້ຢ່າງຄ່ອງຕົວ ແລະ ປະສົບຜົນສໍາເລັດ, ພ້ອມທັງເປັນການປະກອບສ່ວນເສີມຂະຫຍາຍການພົວພັນຮ່ວມມື ທັງໃນຂອບ ສອງຝ່າຍ ແລະ ຫຼາຍຝ່າຍ ລວມເຖິງການຮ່ວມມືໃນເວທີພາກພື້ນ ແລະ ສາກົນ.

  

  

  

20240412 MOFA NY 6

20240412 MOFA NY 7

    

  

ຈາກ​ນັ້ນ, ກໍໄດ້ມີພິທີບາສີສູ່ຂວັນ ແລະ ຫົດນໍ້າ ອວຍພອນປີໃໝ່ເຊິ່ງກັນ ແລະ ກັນ ຕາມຮີດຄອງປະເພນີອັນດີງາມທີ່ສືບທອດກັນມາແຕ່ບູຮານນະການຂອງລາວເຮົາ, ຮ່ວມພາເຂົ້າສາມັກຄີ, ຊົມ​ການສະ​ແດງ​ສິນລະປະ​ ແລະ ປະກອບສ່ວນມ່ວນຊື່ນຮ່ວມກັນ ດ້ວຍຄວາມສະໜິດສະໜົມ, ຄວາມຮັກແພງ ແລະ ຄວາມສາມັກຄີອັນດີງາມ, ເຊິ່ງເຮັດໃຫ້ພິທີສະຫຼອງສົ່ງ​ທ້າຍ​ປີ​ເກົ່າ ພ.ສ 2566 ແລະ ຕ້ອນຮັບ​ປີ​ໃໝ່ລາວ ພ.ສ 2567 ຄັ້ງນີ້ ມີບັນຍາກາດຟົດຟື້ນມ່ວນ​ຊື່ນ ແລະ ມີຄວາມໝາຍ ທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ.

   

****************

  

  

  

 

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487203
ມື້ນີ້38
ມື້ວານ191
ອາທິດນີ້865
ເດືອນນີ້596