ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກ່າວປາໄສໃນພິທີເປີດກອງປະຊຸມໃຫຍ່ປະຈໍາປີ ສະໄໝທີ 80 ຂອງຄະນະກໍາມາທິການເສດຖະກິດ-ສັງຄົມ ສະຫະປະຊາຊາດ ປະຈໍາພາກພື້ນອາຊີ-ປາຊີຟິກ

   

  

  

20240422 PM UNECEPT

  

         

ໃນຕອນເຊົ້າຂອງວັນທີ 22 ເມສາ 2024, ທີ່ ບາງກອກ, ປະເທດ ໄທ, ທ່ານ ສອນໄຊ ສີພັນດອນ, ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຮັບກຽດກ່າວປາໄສດ້ວຍຮູບແບບບັນທຶກເປັນວີດີໂອ ໃນພິທີເປີດກອງປະຊຸມໃຫຍ່ປະຈໍາປີ ສະໄໝທີ 80 ຂອງຄະນະກໍາມາທິການເສດຖະກິດ-ສັງຄົມ ສະຫະປະຊາຊາດ ປະຈໍາພາກພື້້ນອາຊີ-ປາຊີຟິກ, ຊຶ່ງຈັດຂຶ້ນແຕ່ວັນທີ 22 ຫາ 26 ເມສາ 2024 ພາຍໃຕ້ຫົວຂໍ້: ການນຳໃຊ້ນະວັດຕະກຳດ້ານດິຈິຕ໋ອນ ເພື່ອພັກດັນການພັດທະນາແບບຍືນຍົງ ໃນພາກພື້ນອາຊີ-ປາຊີຟິກ (Leveraging Digital Innovation for Sustainable Development in Asia and the Pacific), ໂດຍມີການເຂົ້າຮ່ວມແບບເຊິ່ງໜ້າ ແລະ ທາງໄກ ຂອງປະມຸກລັດ/ຫົວໜ້າລັດຖະບານ, ຄະນະຜູ້ແທນຂັ້ນສູງຈາກ 46 ປະເທດສະມາຊິກ ລວມທັງທ່ານ ປະທານາທິບໍດີ ຟິລິບປິນ, ທ່ານ ນາຍົກລັດຖະມົນຕີ 3 ປະເທດຄື: ບັງກລາເທດ, ກຳປູເຈຍ ແລະ ໄທ, ທ່ານ ປະທານສະມັດຊາໃຫຍ່ ອົງການ ສປຊ, ຜູ້ຕາງໜ້າບັນດາອົງການເຄືອຂ່າຍ ສປຊ, ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ຫລາຍກວ່າ 20ພາກສ່ວນ.

           

ໃນນັ້ນ, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດ ຂອງຄະນະກຳມາທິການເສດຖະກິດ-ສັງຄົມ ອົງການສປຊ ປະຈຳພາກພື້ນ ອາຊີ-ປາຊີຟິກ ຫຼື UNESCAP ຕະຫລອດໄລຍະເກືອບ 8 ທົດສະວັດ ທີ່ຜ່ານມາ ອັນໄດ້ປະກອບສ່ວນຊຸກຍູ້ສົ່ງເສີມການຮ່ວມມືເພື່ອການພັດທະນາເສດຖະກິດ-ສັງຄົມ ຢູ່ພາກພື້ນອາຊີ-ປາຊີຟິກ ເປັນກ້າວໆມາ ນັບຈາກການຟື້ນຟູພາຍຫຼັງສົງຄາມໂລກຄັ້ງທີສອງ ໄປຈົນເຖິງການແກ້ໄຂບັນຫາຄວາມທຸກຍາກ, ການສົ່ງເສີມດ້ານການຄ້າ ແລະ ການລົງທຶນ,  ການພັດທະນາຕາໜ່າງຄົມມະນາຄົມຂົນສົ່ງ, ການພັດທະນາສັງຄົມ, ການປົກປັກຮັກສາສິ່ງແວດລ້ອມ, ການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ແລະ ອື່ນໆ. ພ້ອມກັນນັ້ນ,​ ທ່ານ ຍັງໄດ້ແຈ້ງຕໍ່ທີ່ປະຊຸມກ່ຽວກັບຄວາມພະຍາຍາມຂອງ ສປປ ລາວ ໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ແລະ ພັດທະນາເສດຖະກິດສີຂຽວໃຫ້ຂະຫຍາຍຕົວຕໍ່ເນື່ອງ ແລະ ທົ່ວເຖິງກັນ ເພື່ອກ້າວໄປສູ່ການຫຼຸດພົ້ນອອກຈາກສະຖານະພາບເປັນປະເທດດ້ອຍພັດທະນາ ພາຍໃນປີ 2026 ກໍຄືການຫັນປະເທດທີ່ບໍ່ມີຊາຍແດນຕິດທະເລ ໄປສູ່ການເປັນປະເທດເຊື່ອມຈອດ, ພ້ອມທັງໄດ້ຢ້ຳຄືນຄວາມໝາຍໝັ້ນຂອງລັດຖະບານ ສປປ ລາວ ໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ໂດຍຜ່ານການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຕ່ລະໄລຍະ ກໍຄືການຮັບຮອງເອົາວິໄສທັດການພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ ໄລຍະ 20 ປີ (2021-2040), ຍຸດທະສາດການພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ ໄລຍະ 10 ປີ (2021-2030) ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ ໄລຍະ 05 ປີ (2021-2025) ເຊິ່ງຂະບວນການຫັນເປັນດິຈິຕອນຂອງ ສປປ ລາວ ຕາມທິດ 3 ເສົາຄ້ຳຄື: 1. ການພັດທະນາລັດຖະບານ ດິຈິຕອນ (Digital Government); 2. ການພັດທະນາເສດຖະກິດ ດິຈິຕອນ (Digital Economy); ແລະ 3. ການພັດທະນາສັງຄົມ ດິຈິຕອນ (Digital Society). ນອກຈາກນັ້ນ, ທ່ານ ນາຍົກລັດຖະມົນຕີ ໄດ້ຊີ້ໃຫ້ເຫັນວ່າ ປີ 2024 ນີ້ ເປັນປີທີ່ມີຄວາມໝາຍຄວາມສຳຄັນ ສຳລັບ ສປປ ລາວ ທີ່ໄດ້ຮັບກຽດເປັນປະທານໝູນວຽນ ອາຊຽນ ພາຍໃຕ້ຄຳຂວັນ: ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ຂອງອາຊຽນ (ASEAN: Enhancing Connectivity and Resilience) ແລະ ກໍ່ເປັນປີ ທ່ອງທ່ຽວ ລາວ (Visit Laos Year 2024).

             

ສຳ​ລັບຄະນະຜູ້ແທນທາງການຂອງ ສປປ ລາວ ນຳໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ຈະ​ໄດ້​ສືບຕໍ່ເຂົ້າຮ່ວມກອງປະຊຸມດັ່ງກ່າວ ໄປຈົນເຖິງວັນທີ 26 ເມສາ 2024 ເຊີ່ງ​ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້, ທ່ານ ຮອງນາຍົກລັດຖະມົນຕີ ມີແຜນຈະກ່າວຄຳເຫັນຕໍ່ກອງປະຊຸມໃນພາກອະພິປາຍທົ່ວໄປ ໃນວັນທີ 23 ເມສາ 2024. ນອກ​ຈາກນັ້ນ, ກໍຈະໄດ້ພົບປະສອງ​ຝ່າຍ​ຕື່ມ​ອີກ.

  

  

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487205
ມື້ນີ້40
ມື້ວານ191
ອາທິດນີ້867
ເດືອນນີ້598