ໃນວັນທີ 12 ສິງຫາ 2016, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຕາເກໂອະ ອາກິບະ (Takeo AKIBA), ຮອງລັດຖະມົນຕີຕ່າງປະເທດຍີ່ປຸ່ນ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຍີ່ປຸ່ນ. ໃນໂອກາດທີ່ທ່ານເດີນທາງມາເຂົ້າຮ່ວມກອງປະຊຸມປຶກສາຫາລືຮ່ວມ ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ, ໃນລະຫວ່າງວັນທີ 10-12 ສິງຫາ 2016 ນີ້.
ໃນໂອກາດດັ່ງກ່າວນີ້, ທ່ານລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ ພ້ອມທັງຕີລາຄາສູງຕໍ່ການພົວພັນ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໃນໄລຍະຜ່ານມາ ຊຶ່ງລັດຖະບານຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫລືອໂຄງການ ODA ແກ່ ສປປ ລາວ, ລວມອົງການຊ່ວຍເຫລືອຕ່າງໆຂອງຍີ່ປຸ່ນ ທີ່ເຂົ້າມາປະກອບສ່ວນຊ່ວຍເຫລືອໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ. ພ້ອມນັ້ນ, ທ່ານລັດຖະມົນຕີ ກໍໄດ້ສະແດງຄວາມຂອບໃຈ ຜ່ານທ່ານຮອງລັດຖະມົນຕີຕ່າງປະເທດຍີ່ປຸ່ນ ໄປຍັງລັດຖະບານຍີ່ປຸ່ນ ທີ່ມີແຜນຈະຊ່ວຍເຫລືອໂຄງການ Non-Project ຂອງສົກປີ 2016 ໃຫ້ແກ່ ສປປ ລາວ ແລະ ການຊ່ວຍເຫລືອ ໃນການເປັນປະທານອາຊຽນ ຂອງ ສປປ ລາວ, ເປັນຕົ້ນແມ່ນການຊ່ວຍເຫລືອ ລົດຕູ້ ຈຳນວນ 09 ຄັນ, ການສ້ອມແປງສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC) ແລະ ໂຄງການຂະຫຍາຍອາຄານຜູ້ໂດຍສານ ສະຫນາມບິນສາກົນວັດໄຕ, ເຊິ່ງໄດ້ນຳເຂົ້າໃນການຈັດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ທີ່ຜ່ານມາ ແລະ ຈະປະກອບສ່ວນເຂົ້າຮັບໃຊ້ ກອງປະຊຸມສຸດຍອດອາຊຽນ ທີ່ຈະມາເຖິງນີ້.
ທ່ານຮອງລັດຖະມົນຕີຕ່າງປະເທດ ຕາເກໂອະ ອາກິບະ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານລັດຖະມົນຕີ ກໍຄືການຕ້ອນຮັບຂອງຄະນະຝ່າຍລາວ ໃນໂອກາດການມາຢ້ຽມຢາມລາວຂອງທ່ານ. ນອກຈາກນີ້, ທັງສອງຝ່າຍ ຍັງໄດ້ມີການແລກປ່ຽນຄຳຄິດເຫັນ ກ່ຽວກັບການເພີ່ມທະວີການພົວພັນ ແລະ ການຮ່ວມມື ລະຫວ່າງສອງປະເທດໃຫ້ອອກດອກອອກຜົນຫຼາຍຂຶ້ນ, ພ້ອມນັ້ນກໍຫວັງວ່າ ສາຍພົວພັນມິດຕະພາບ ແລະການຮ່ວມມືອັນດີ ລະຫວ່າງ ສອງປະເທດ ຈະສືບຕໍ່ຮັດແໜ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ.