ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ເຊີນຊວນ ພີ່ນ້ອງຊາວລາວ ພ້ອມກັນ ເປັນເຈົ້າພາບທີ່ດີ ຕໍ່ກອງປະຊຸມ ສຸດຍອດອາຊຽນ

pm invite p

    ວັນທີ 29 ສິງຫາ 2016 ນີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຖະແຫລງຂ່າວ ຜ່ານສື່ມວນຊົນ ໂດຍຮຽກຮ້ອງ ແລະ ເຊີນຊວນພໍ່ແມ່ພີ່ນ້ອງ ປະຊາຊົນລາວ ບັນດາເຜົ່າ ໃນທົ່ວປະເທດ ໂດຍສະເພາະ ຊາວນະຄອນຫລວງວຽງຈັນ ຈົ່ງພ້ອມກັນ ເປັນເຈົ້າພາບທີ່ດີ ໃນການຈັດກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 28, 29 ແລະ ກອງປະຊຸມ ປິ່ນອ້ອມທີ່ກ່ຽວຂ້ອງ ເພື່ອຕ້ອນຮັບແຂກ ດ້ວຍອັດທະຍາໄສ, ໄມຕີຈິດ ຕາມປະເພນີ ທີ່ເປັນມູນເຊື້ອ ອັນດີງາມຂອງຊາດ ແລະ ປະຊາຊົນລາວ.

   ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຮັບກຽດເປັນເຈົ້າພາບ ແລະ ເປັນປະທານ ກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 28, 29 ແລະກອງປະຊຸມປິ່ນອ້ອມ ທີ່ກ່ຽວຂ້ອງ ເຊິ່ງຈະໄຂຂຶ້ນ ທີ່ນະຄອນຫລວງວຽງຈັນ, ແຕ່ວັນທີ 6-8 ກັນຍາ 2016 ທີ່ຈະເຖິງນີ້ ເຊິ່ງຈະມີບັນດາ ປະມຸກລັດ ແລະຫົວໜ້າ ລັດຖະບານ ຈາກບັນດາປະເທດ ສະມາຊິກອາຊຽນ ແລະ ຄູ່ເຈລະຈາຍຸດທະສາດ ຈະເດີນທາງເຂົ້າມາຮ່ວມ ແລະ ຢ້ຽມຢາມ ເປັນທາງການຕື່ມ.

   ກ່ອນໜ້ານີ້, ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ຊີ້ໃຫ້ເຫັນວ່າ: ກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 28 ຈະປຶກສາຫາລື ກ່ຽວກັບການຮັດແໜ້ນ ປະຊາຄົມອາຊຽນ ກໍຄື ການຜັນຂະຫຍາຍວິໄສທັດອາຊຽນ 2025 ແລະ ທິດທາງໃນຕໍ່ໜ້າ. ກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 29 ຈະປຶກສາຫາລື ກ່ຽວກັບການຮ່ວມມື ອາຊຽນກັບພາຍນອກ ແລະ ແລກປ່ຽນຄວາມຄິດຄວາມເຫັນ ກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມເປັນຫ່ວງ ແລະ ສົນໃຈຮ່ວມກັນ. ສ່ວນບັນດາ ກອງປະຊຸມ ສຸດຍອດອາຊຽນ ກັບຄູ່ເຈລະຈາ ຈະໄດ້ທົບທວນ ການຮ່ວມມື ໃນໄລຍະຜ່ານມາ ແລະ ປຶກສາຫາລືທິດທາງ ການຮ່ວມມື ໃນຕໍ່ໜ້າ ແລະ ແລກປ່ຽນຄວາມຄິດເຫັນ ກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485931
ມື້ນີ້62
ມື້ວານ168
ອາທິດນີ້967
ເດືອນນີ້5236