ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີວາງສີລາລືກ ໂຄງການກໍ່ສ້າງຫ້ອງການສະຖາບັນການຕ່າງປະເທດຫຼັງໃໝ່

IFA

 

IFA1

 

ໃນ​ວັນ​ທີ 31 ສິງຫາ 2016, ​ທີ່ ສູນ​ກາ​ນຮ່ວມ​ມື​ສາກົນ ​ແລະ ​ຝຶກ​ອົບຮົມ (ICTC) ໄດ້​ມີ​ພິທີ​ວາງ​ສີ​ລາ​ລືກ ໂຄງການ​ກໍ່ສ້າງ​ຫ້ອງການ​ສະຖາ​ບັນ​ການ​ຕ່າງປະ​ເທດ ​​ໂດຍ​ການ​ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ ​ທ່ານ ສະ​ເຫຼີ​ມ​ໄຊ ກົມມະ​ສິດ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ, ມີ​ທ່ານ ນາງ ຄຳ​ເພົາ ​ເອີນ​ທະ​ວັນ, ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ, ມີ​ຫົວໜ້າ​ຫ້ອງການ, ຫົວໜ້າ​ສະ​ຖາ​ບັນ​ການ​ຕ່າງປະ​ເທດ, ບັນດາ​ຫົວໜ້າ​ກົມ​ຈາ​ກະຊວງ​ການ​ຕ່າງປະ​ເທດ, ກະຊວງ​ການ​ເງິນ, ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແລະ ກະຊວງ​ແຜນການ ​ແລະ ການ​ລົງທຶນ, ຫົວໜ້າ​ບໍ​ລິ​ສັດ ຈິດ​ຈະ​ເລີ​ນ ກໍ່ສ້າງ ພ້ອມ​ດ້ວຍພະນັກງານ​ວິຊາ​ການ​ຈາກ​ພາກສ່ວນ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

          ​ໃນ​​ໂອກາດ​ດັ່ງກ່າວ, ທ່ານ ບຸນ​ເຫຼືອ ພັນ​ດາ​ນຸວົງ, ຫົວໜ້າ​ຫ້ອງການ​ກະຊວງ​ການ​ຕ່າງປະ​ເທດ ​ໄດ້​​ໃຫ້​ຮູ້​ເຖິງປະຫວັດ​ຄວາມ​ເປັນ​ມາ​ຂອງ​ສະ​ຖາ​ບັນ​ການ​ຕ່າງປະ​ເທດຄື: ສະ​ຖາ​ບັນ​ການ​ຕ່າງປະ​ເທດ​ໄດ້​ກໍ່​ຮ່າງ​ສ້າງ​ຕົວ​ຂຶ້ນ​ໃນ​ທ້າຍ​ປີ 1986 ມີ​ຊື່ວ່າ​ໂຮງຮຽນ​ການ​ພົວພັນ​ຕ່າງປະ​ເທດ, ມາ​ຮອດ​ປີ 1989-1992 ກະຊວງ​ການ​ຕ່າງປະ​ເທດ​ໄດ້​ຮັບ​ທຶນ​ຊ່ວຍ​ເຫຼືອ​ລ້າ​ຈາກ​ອົງການ​ສະຫະ​ປະຊາ​ຊາດ​ເພື່ອ​ການ​ພັດທະນາ ​ເພື່ອ​ບຳລຸງ​ພາສາ​ອັງກິດ ​ໃຫ້​ແກ່​ພະນັກງານ​ກະຊວງ​ການ​ຕ່າງປະ​ເທດ, ພະນັກງານ​ມາ​ຈາກ​ກະຊວງຕ່າງໆ ​ແລະ ບັນດາຂະ​ແໜງ​ການ​ທີ່​ເຮັດ​ວຽກ​ພົວພັນ​ກັບ​ຕ່າງປະ​ເທດ. ຍ້ອນ​ເຫັນ​ໄດ້​ຄວາມ​ສຳຄັນ​ ​ແລະ ຈຳ​ເປັນ​ຂອງ​ການ​ຝຶກ​ອົບຮົມ ​ໂດຍ​ສະ​ເພາະ​ພາສາ​ອັງກິດ​ເພື່ອ​ສ້າງ​ຂີດ​ຄວາມ​ສາມາດ​ໃຫ້​ແກ່​ບຸກຄະລາ​ກອນ​ທີ່​ເຮັດ​ວຽກ​ງານ​ການ​ຕ່າງປະ​ເທດ ​ແລະ ພ້ອມ​ນັ້ນກໍ່​ເປັນ​ການ​ກະກຽມ​ເຂົ້າ​ເປັນ​ສະມາຊິກ​ອາ​ຊຽນ​ໃນ​ປີ 1997, ສະ​ຖາ​ບັນ​ການ​ຕ່າງປະ​ເທດ​ຈຶ່ງ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ຢ່າງ​ເປັນທາງ​ການ​ໃນ​ປີ 1993. ທ່ານ​ຍັງ​ໃຫ້​ຮູ້​ເຖິງ​ຂໍ້​ມູນ​ກ່ຽວ​ກັບ​ໂຄງການກໍ່ສ້າງ​ອາຄານ​ຫ້ອງການ​ສະ​ຖາ​ບັນ​ການ​ຕ່າງປະ​ເທດ​ຫຼັງ​ໃໝ່ ​ຄື ອາຄານ​ຫ້ອງການ​ສະ​ຖາ​ບັນ​ຫຼັງ​ໃໝ່​ນີ້ ມີ​ມູນ​ຄ່າ​ການ​ກໍ່ສ້າງ​ທັງ​ໝົດ 23,334,092,196 ກີບ, ​ເຊິ່ງ​ແມ່ນ​ບໍລິ​ສັດ ຈິດ​ຈະ​ເລີ​ນ ກໍ່ສ້າງ ຈຳກັດ​ຜູ້​ດຽວ ​ເປັນ​ຜູ້​ຮັບ​​ເໝົາ​, ​ເປັນ​ອາຄານ 3 ຊັ້ນ, ຝາ​ກໍ່​ດ້ວຍ​ດິນ​ຈີ່, ​ໂຄງ​ປະຕູ ​ແລະ ປ່ອງຢ້ຽມ​ເປັນ​ໂຄງ​ອາ​ລູມີ​ນຽມ, ມີ​ແກ້ວ​ເປັນ​ຕົວ​ປະກອບ, ​ໂຄງ​ຫຼັງຄາ​ເຫຼັກ ​ແລະ ມຸງ​ດ້ວຍ​ແຜ່ນ​ອາ​ລູ​ຊິງ​ ກັນ​ຄວາມ​ຮ້ອນ. ພາຍ​ໃນ​ອາຄານ ມີ​ຫ້ອງ​ເຮັດ​ວຽກ​ຢູ່ 8 ຫ້ອງ. ​ໃນ​ນັ້ນ, ມີຫ້ອງ​ຝຶກ​ອົບຮົມ 8 ຫ້ອງ, ຫ້ອງ​ປະຊຸມ 2 ຫ້ອງ, ຫ້ອງ​ຄອມ​ພິວ​ເຕີ 1 ຫ້ອງ, ຫ້ອງ​ຮັບ​ແຂກ, ສາງ​ເກັບ​ມ້ຽນ​ເຄື່ອງ ​ແລະ ຫ້ອງ​ຟັງ​ສຽງ, ​ເປັນ​ອາຄານ​ທັນ​ສະ​ໄໝ ມີ​ລະບົບ​ໄຟຟ້າ, ນ້ຳ​ປະປາ, ປ້ອງ​ກັນ​ອັກ​ຄິ​ໄພ, ລະບົບ ​ເຄ​ເບີ້​ນ TV ​ແລະ Network, ຄາດໝາຍ​ສ້າງ​ໃຫ້​ສຳ​ເລັດພາຍ​ໃນ 24 ​ເດືອນ. ນອກຈາກ​ອາຄານ​ຫຼັງ​ນີ້​ແລ້ວ, ​ແຜນການ​ໃນ​ຕໍ່ໜ້າ​ກໍ່​ຄືໂຄງການ​ປຸກ​ສ້າງ​ອາຄານ​ຫໍ​ພັກ, ອາຄານ​ຫ້ອງ​ອາຫານ, ອາຄານ​ຫ້ອງ​ນ້ຳ, ສະຖານ​ທີ່​ຈອດ​ລົດ ​ແລະ ​ເດີ່ນ​ກິລາ ​ເຊິ່ງມີ​ມູນ​ຄ່າ 36,577,362 ກີບ ​ເຂົ້າໃນ​ແຜນການ​ລົງທຶນ​ຂອງ​ລັດ​ປີ 2017 ​ເພື່ອ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ສະ​ຖາ​ບັນ​ການ​ຕ່າງປະ​ເທດ​ໄດ້​ດຳ​ເນີນ​ວຽກ​ງານ​ຕາມ​ພາລະ​ບົດບາດ​ຂອງ​ຕົນ​ຢ່າງ​ມີ​ປະສິດທິພາບ.

          ​ພາຍຫລັງ​ການ​ສຳ​ເລັດ​ໃນ​ການ​ກໍ່ສ້າງ​ອາຄານ​ຫຼັງ​ໃໝ່​ຂອງ​ສະ​ຖາ​ບັນ​ການ​ຕ່າງປະ​ເທດ​ແລ້​ວ ຈະ​ສາມາດ​ຮັບ​ໃຊ້​ເຂົ້າ​​ໃນ​ການ​ປະຕິບັດ​ໜ້າ​ທີ່​ວຽກ​ງານ​ຂອງ​ບັນດາ​ພະນັກ​ງານ, ຄູ​ອາຈານ, ນັກຮຽນ​ນັກ​ສຶກສາ,​ນັກ​ສຳ​ມະ​ນາກ​ອນ ທີ່​ເຮັດ​ວຽກ​ປະຈຳ​ໃນ​ສະ​ຖາ​ບັນ ສາມາດ​ຮອງ​ຮັບ​ຈຳນວນ​ພົນ​ໄດ້​ຫຼາຍ​ຫວ່າ 100 ຄົນ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
488019
ມື້ນີ້129
ມື້ວານ136
ອາທິດນີ້381
ເດືອນນີ້1412