ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພະນະທ່ານປະທານປະເທດ ພ້ອມດ້ວຍພັນລະຍາ ແລະ ຄະນະ ເດີນທາງຢຽ້ມຢາມ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ຈີ 20 ທີ່ ສປ ຈີນ

 

HE.Bounhnang1.1 HE.Bounhnang1.JPG2

 

ໂດຽຕອບສະໜອງການເຊີນຂອງ ພະນະທ່ານ ສີຈິ້ນຜິ, ປະທານປະເທດແຫ່ງສາທາລະນະລັດປະຊາຊົນຈີນທີ່ເປັນ​ເຈົ້າພາບ​ການ​ຈັດ​ກອງ​ປະຊຸມກຸ່ມຈີ 20 ຄັ້ງທີ 11ຊຶ່ງຈະຈັດຂຶ້ນ ໃນວັນທີ 2-6 ກັນຍາ 2016, ທີ່ຫາງໂຈ, .ຈີນ. ພະນະທ່ານ ບຸນຍັງ ວໍລະຈິດ, ​ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ປະທານໝູນວຽນອາຊຽນປີ 2016, ພ້ອມດ້ວຍພັນລະຍາແລະ ຄະນະ ໄດ້ອອກເດີນທາງເຂົ້າຮ່ວມກອງປະຊຸມດັ່ງກ່າວ, ອອກຕ້ອນຮັບທີສະໜາມບິນສາກົນ ເມືອງຫາງໂຈ, ສາທາລະນະລັດ ປະຊາຊົນຈີນ ໂດຍມີ ທ່ານ ຫວາງ ຈຽງໝານ, ຮອງປະທານສະພາທີ່ປຶກສາການເມືອງ ແຂວງເຈີຈຽງ ສປ ຈີນ, ທ່ານ ນາງວັນດີ ບຸດທະສະວົງ, ເອກອັກຄະລັດຖະທູດລາວ ປະຈຳ ສປ ຈີນ.

ຈາກນັ້ນ,ໃນຕອນແລງຂອງວັນດຽວກັນ, ພະນະທ່ານ ບຸນຍັງ ວໍລະຈິດ,​ ປະ​ທານ​ປະ​ເທດ ​ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ພົບ​ປະ​ສອງຝ່າຍ ກັບ ຄະນະຜູ້​ແທນ ສປ ຈີນ, ນຳ​ໂດຽ ພະນະທ່ານ ສີ ຈິ້ນຜິ​ງ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ພ້ອມດ້ວຍຄະນະ ​ເພື່ອ​ປຶກສາ​ຫາລື​​ໃນ​ການ​ຊຸກຍູ້​ສົ່ງ​ເສີມ​ການ​ພົວພັນ ​ແລະ ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ລະຫວ່າງ ​ສອງ​ປະ​ເທດ ​ແລະ ບັນຫາ​ອື່ນໆ ທີ່​ສອງ​ຝ່າຍ​ມີ​ຄວາມ​ສົນ​ໃຈ​ຮ່ວມ​ກັນ, ໃນການພົບປະຄັ້ງນີ້ ພະນະທ່ານ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຂອບໃຈ ຕໍ່່ສະຫາຍຈີນ ທີ່ໄດ້ເຊື້ອເຊີນມາເຂົ້າຮ່ວມກອງປະຊຸມສຸດຍອດ G20 ຄັ້ງທີ 11 ໃນນາມປະທານໝູນວຽນອາຊຽນ ແລະ ໄດ້ມີໂອກາດພົບປະກັບ ສະຫາຍ ສີ ຈິ້ນຜິ​ງ ເພື່ອນມິດສະຫາຍທີ່ໄວ້ເນື້ອເຊື່ອໃຈຂອງ ພັກ, ລັດ ແລະ ປະຊາຊົນລາວ ອີກຄັ້ງໜື່ງ.  ພ້ອມດຽວກັນນີ້ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບ ແລະ ອໍານວຍຄວາມສະດວກໃຫ້ແກ່ ຄະນະຝ່າຍລາວ ຢ່າງອົບອຸນ, ສະໜິດສະໜົມ ແລະ ສົມກຽດ.

ຕາງໜ້າໃຫ້ພັກ-ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງຍິ່ງມາຍັງ ພັກ-ລັດຖະບານ ສປ ຈີນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອອັນລໍ້າຄ່າ ແລະ ທັນການໃຫ້ແກ່ ສປປ ລາວ ໃນການເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສໍາເລັດຜົນຢ່າງຈົບງາມ ແລະ ຫວັງວ່າ ສະຫາຍຈີນ ຈະສືບຕໍ່ໃຫ້ການຊ່ວຍເຫຼືອຝ່າຍລາວ ເພື່ອເຮັດໃຫ້ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ແລະ ກອງປະຊຸມສຸດຍອດທີກ່ຽວຂ້ອງອື່ນໆ ສໍາເລັດຜົນຢ່າງຈົບງາມ.

ພະນະທ່ານ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຊົມເຊີຍທີີ່ເຫັນວ່າ ສອງປະເທດ ໄດ້ມີການແລກປ່ຽນການຢ້ຽມຢາມນຳກັນໃນທຸກລະດັບ ແລະ ມີການເສີມຂະຫຍາຍການພົວພັນຮ່ວມມືຍຸດທະສາດຮອບດ້ານໃຫ້ນັບມື້ນັບຈະເລີນເຕີບໂຕຍິ່ງຂຶ້ນ ແລະ ໃນປີນີ້ທັງ 2 ປະເທດ ໄດ້ຈັດຕັ້ງການສະເຫຼີມສະຫຼອງວັນສໍາຄັນແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 55 ປີ ຢ່າງຟົດຟື້ນ ແລະ ມີຄວາມໝາຍ, ຊຶ່ງຜ່ານມາສອງຝ່າຍ ໄດ້ຮ່ວມກັນຈັດຕັ້ງກິດຈະກຳຕ່າງໆຂຶ້ນທັງຢູ່ ສປປ ລາວ ແລະ ສປ ຈີນ ແລະ ຈະສືບຕໍ່ຮ່ວມກັນຈັດຂຶ້ນຕະຫຼອດປີນີ້ ຢ່າງເປັນຂະບວນຟົດຟື້ນຕາມແຜນການທີ່ໄດ້ຕົກລົງເປັນເອກະພາບກັນ. ໃນນີ້, ອັນເດັ່ນກວ່າໝູ່ແມ່ນໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ແລະ ການສໍາເລັດການສົ່ງດາວທຽມ ແລະ ໂຄງການອື່ນ.

ສປປ ລາວ ສະແດງຄວາມຍິນດີທີ່ຈະໄດ້ຕ້ອນຮັບ ສະຫາຍ ລີ ເຄີສຽງ, ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ທີ່ຈະເດີນທາງໄປຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງແຕ່ ວັນທີ 6-9 ກັນຍາ 2016 ທີ່ຈະມາເຖິງໃນເວລາອັນໄວນີ້. ໃນການຢ້ຽມຢາມ ສປປ ລາວ ຂອງສະຫາຍ ລີ ເຄີສຽງ, ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ນັ້ນ, ຫວັງວ່າ ສອງຝ່າຍ ຈະໄດ້ຮ່ວມກັນປຶກສາຫາລື ແລະ ລົງເລິກລາຍລະອຽດໃນການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງທີ່ທັງສອງຝ່າຍ ໄດ້ບັນລຸຄວາມເປັນເອກະພາບກັນ ໃນເດຶອນ ພຶດສະພາ 2016 ທີ່ຜ່ານມາ ໃຫ້ປະກົດຜົນເປັນຈິງ ເພື່ອປະກອບຊຸກຍູ້ສົ່ງເສີມການພົວພັນຮ່ວມມືຂອງສອງປະເທດໃຫ້ນັບມື້ເຂົ້າສູ່ລ່ວງເລິກ. ສປປ ລາວ ຈະສືບຕໍ່ປຶກສາຫາລືກັບ ສປຈີນ ກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ.

ພ້ອມນັ້ນ ທ່ານຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງການກະກຽມເປັນເຈົ້າພາບຈັດກອງປະຊຸມສຸດຍອດ G20 ຄັ້ງທີ 11 ພາຍໃຕ້ຫົວຂໍ້ “ ກ້າວໄປເຖິງເສດຖະກິດໂລກແຫ່ງນະວັດຕະກຳ ດ້ວຍບັນຍາກາດຟົດຟື້ນ, ມີການເຊື່ອມຈອດ ແລະ ການມີສ່ວນຮ່ວມ ” ໃນຄັ້ງນີ້ ໄດ້ຢ່າງດີເລີດ, ຊຶ່ງໂອກາດດັ່ງກ່າວ ບັນດາຜູ້ນຳກຸ່ມ G20 ກໍ່ຈະໄດ້ຮັບຮອງເອົາຫຼາຍໆເອກະສານທີ່ສຳຄັນ ລວມທັງແຜນປະຕິບັດງານວ່າດ້ວຍວາລະ 2030 ກ່ຽວກັບ ການພັດທະນາທີ່ຍືນຍົງ ແລະ ແຜນງານການພັດທະນາການຫັນເປັນອຸດສາຫະກຳຢູ່ ອາຟຣິກາ ແລະ ປະເທດດ້ອຍພັດທະນາ ຊຶ່ງຈະເປັນການວາງພື້ນຖານອັນໜັກແໜ້ນໃຫ້ແກ່ການຮ່ວມມື ເພືື່ອຊຸກຍູ້ການຈະເລີນເຕີບໂຕທາງດ້ານເສດຖະກິດຂອງກຸ່ມ G20 ກໍ່ຄືຂອງໂລກໃຫ້ມີຄວາມໝັ້ນທ່ຽງ, ໃນນີ້, ລວມທັງການເຕີບໂຕເສດຖະກິດຂອງອາຊຽນ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486035
ມື້ນີ້166
ມື້ວານ168
ອາທິດນີ້1071
ເດືອນນີ້5340