ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ກ່າວປາໄສໃນ ພາກອະພິປາຍທົ່ວໄປ ຂອງກອງປະຊຸມສະມັດຊາໃຫຍ່ ອົງການ ສປຊ ສະໄໝ ທີ 71

pm un 1

 

ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ­ຍົກ­ລັດ­ຖະ­ມົນ­ຕີ ໄດ້ກ່າວປາໄສໃນ ພາກອະທິປາຍທົ່ວໄປ ຂອງກອງປະ­ຊຸມ​ສະ­ມັດ­ຊາ​ໃຫຍ່ ສະ­ຫະ​ປະ­ຊາ​ຊາດ ສະໄໝທີ 71 ໃນຕອນບ່າຍ​ວັນ​ທີ 23 ກັນຍາ 2016 ທີ່​ ນະ­ຄອນ​ນີວ​ຢອກ, ສະ­ຫະ­ລັດ​ອາ­ເມ­ລິ­ກາ​ ຊຶ່ງມີເນື້ອໃນດັ່ງນີ້:

ໃນນາມຄະນະຜູ້ແທນ ແຫ່ງ ສປປ ລາວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍ ມາຍັງພະນະທ່ານ ​ປີເຕີ ທອມສັນ ທີ່ໄດ້ຮັບເລືອກຕັ້ງເປັນປະທານກອງປະຊຸມສະມັດຊາໃຫຍ່ ສປຊ ສະໄໝທີ 71. ດ້ວຍປະສົບການຂອງທ່ານ, ຂ້າພະເຈົ້າ ເຊື່ອໝັ້ນວ່າ ທ່ານຈະສາມາດນຳພາກອງປະຊຸມດ້ວຍຜົນສຳເລັດອັນຈົບງາມ. ພວກຂ້າພະເຈົ້າ ພ້ອມທີ່ຈະໃຫ້ການຮ່ວມມື ໃນການປະຕິບັດໜ້າທີ່ເປັນປະທານຂອງທ່ານ. ພ້ອມກັນນີ້, ຂ້າພະເຈົ້າ ກໍ່ຂໍຊົມເຊີຍພະນະທ່ານ ໂມເກີນ ລີກ​ກີ​ຕ໊ອບ ທີ່ໄດ້ປະຕິບັດໜ້າທີ່ເປັນປະທານກອງປະຊຸມສະມັດຊາໃຫຍ່ ສະໄໝຜ່ານມາ ດ້ວຍຜົນສຳເລັດ​ເປັນ​ຢ່າງ​ດີ.

         

ພ້ອມດຽວກັນນີ້, ຂ້າພະເຈົ້າ ຂໍຖືໂອກາດນີ້ສະແດງຄວາມຊົມເຊີຍພະນະທ່ານ ເລຂາ ທິການໃຫຍ່ ບັນ ກີມູນ ທີ່ໄດ້ປະຕິບັດໜ້າທີ່ຂອງຕົນຢ່າງຕັ້ງໜ້າໂດຍບໍ່ຮູ້ອິດຮູ້ເມື່ອຍ ເພື່ອພາລະກິດ ແລະ ເປົ້າໝາຍ ຂອງອົງການສະຫະປະຊາຊາດ ຢ່າງມີຜົນສຳເລັດໃນຫຼາຍໆດ້ານ ຕະຫຼອດໄລຍະທົດສະວັດທີ່ຜ່ານມາ.

          ປັດຈຸບັນ,ວົງຄະນາຍາດສາກົນ ສືບຕໍ່ມີຄວາມເປັນຫ່ວງຕໍ່ບັນດາສິ່ງທ້າທາຍ ແລະ ສະພາບການທີ່ເກີດຂຶ້ນໃນພາກພື້ນຕ່າງໆ ຂອງໂລກ ເປັນຕົ້ນ: ລັດທິກໍ່ການຮ້າຍ ແລະ ລັດທິຫົວຮຸນແຮງ ສືບຕໍ່ຂົ່ມຂູ່ສັນຕິພາບ ແລະ ຄວາມໝັ້ນຄົງພາກພື້ນ ແລະ ສາກົນ, ຄວາມທຸກຍາກ ຍັງກວມເອົາ 800 ລ້ານກວ່າຄົນໃນທົ່ວໂລກ, ໄພພິບັດທໍາມະຊາດ ລວມທັງການປ່ຽນແປງຂອງດິນຟ້າອາກາດ ໄດ້ສ້າງຄວາມເສຍຫາຍຕໍ່ເສດຖະກິດ ແລະ ສັງຄົມໃນທົ່ວໂລກ ແລະ ບັນຫາອື່ນໆ. ພ້ອມດຽວກັນນີ້, ເສດຖະກິດໂລກ ຍັງມີຄວາມບອບບາງ ແລະ ຂະຫຍາຍຕົວ ດ້ວຍຈັງຫວະຊ້າ.

          ຕໍ່ຫນ້າສະພາບການດັ່ງກ່າວນີ້, ໃນໄລຍະຜ່ານມາ ວົງຄະນາຍາດສາກົນ ກໍ່ໄດ້ໃຊ້ຄວາມພະຍາຍາມຮ່ວມກັນ ເພື່ອຮັບມື ແລະ ແກ້ໄຂສິ່ງທ້າທາຍເຫຼົ່ານີ້ ໂດຍການຮັບຮອງເອົາມາດຕະການ ແລະ ກົນໄກຫຼາຍຢ່າງ ລວມທັງຂອບການຮ່ວມມື ເຊັ່ນ: ແຜນດຳເນີນງານເຊັນໄດ ກ່ຽວກັບການຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2030, ວາລະການດຳເນີນງານ ອາດີສ ອາເບບາ ກ່ຽວກັບການສະໜອງທຶນເພື່ອການພັດທະນາ, ວາລະ 2030 ເພື່ອການພັດທະນາແບບຍືນຍົງ, ສັນຍາປາຣີ ວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດ ແລະ ແຜນດຳເນີນງານ ສະເພາະຂອງກຸ່ມປະເທດດ້ອຍພັດທະນາ, ກຸ່ມປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດທະເລ ແລະ ກຸ່ມປະເທດເກາະດອນນ້ອຍກຳລັງພັດທະນາ.

          ສະນັ້ນ, ຂ້າພະເຈົ້າ ເຫັນວ່າ ສິ່ງທີ່ສຳຄັນທີ່ສຸດ ແມ່ນພວກ​ເຮົາ ຈະ​ຕ້ອງ​​ມີຄວາມເດັດດ່ຽວຜັນຂະຫຍາຍຄວາມໝາຍໝັ້ນທາງການເມືອງ ຂອງພວກເຮົາ ໃຫ້ເປັນຮູບປະທຳ ພ້ອມທັງເພີ່ມທະວີ​ການສ້າງຄວາມໄວ້ເນື້ອເຊື່ອ​ໃຈກັນ, ຮ່ວມມື ແລະ ຊ່ວຍເຫຼືອເຊິ່ງ​ກັນ​ ແລະ ກັນ ​ເພື່ອ​ພ້ອມ​ກັນ​ຮັບ​ມື​ແກ້ໄຂ​ສິ່ງ​ທ້າທາ​ຍຕ່າງໆ​ ໃຫ້ໄດ້. ພວກເຮົາ ຕ້ອງສືບຕໍ່ຢຶດໝັ້ນບັນດາຫຼັກການພື້ນຖານ ຂອງອົງການ ສປຊ ໃນການແກ້ໄຂບັນຫາຕ່າງໆຂອງພາກພື້ນ ແລະ ສາກົນດ້ວຍສັນຕິວິທີ ພ້ອມທັງສົ່ງເສີມການຮ່ວມມືເພື່ອການພັດທະນາ ໂດຍສຸມໃສ່ການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ. ພ້ອມກັນນັ້ນ, ອົງການ ສປຊ ກໍຄວນ​ໄດ້​ຮັບ​ການ​ປັບປຸງດ້ານກົນໄກ ແລະ ແບບ​ແຜນ​ວິທີ​ເຮັດ​ວຽກຂອງຕົນ ເພື່ອໃຫ້ສາມາດຮັບມືກັບສິ່ງທ້າທາຍຕ່າງໆ ແລະ ປະຕິບັດໜ້າທີ່ຂອງຕົນຢ່າງມີປະສິດທິພາບ.

          ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້ ສືບຕໍ່ມີສັນຕິພາບ ແລະ ສະຖຽນລະພາບ ອັນເປັນເງື່ອນໄຂພື້ນຖານທີ່ເອື້ອອໍານວຍ ໃຫ້ແກ່ການສ້າງສາພັດທະນາເສດ     ຖະກິດ-ສັງຄົມ ຂອງບັນດາປະເທດໃນພາກພື້ນ ກໍຄືການເສີມຂະຫຍາຍການຮ່ວມມືພາກພື້ນ ທີ່ໄດ້ກ້າວເຂົ້າສູ່ສັງກາດໃໝ່ ແຫ່ງການເປັນປະຊາຄົມອາຊຽນ ນັບແຕ່ວັນທີ 31 ທັນວາ 2015 ແລະ ການຮັດແໜ້ນການຮ່ວມມື ລະຫວ່າງອາຊຽນ ກັບພາຍນອກ ແນໃສ່ສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ ແລະ ຈະເລີນກ້າວໜ້າຕາມວິໄສທັດປະຊາຄົມ ອາຊຽນ 2025 ໂດຍຜ່ານບັນດາກົນໄກການຮ່ວມມືທີ່ອາຊຽນລິເລີ້ມຂຶ້ນ.        ພວກຂ້າພະເຈົ້າ ຫວັງວ່າ ວົງຄະນາຍາດສາກົນ ໂດຍສະເພາະຄູ່ເຈລະຈາ ກໍ່ຄືຄູ່ຮ່ວມພາຍນອກຕ່າງໆຂອງອາຊຽນ ຈະສືບຕໍ່ສະໜັບສະໜູນອາຊຽນ ແລະ ຄວາມເປັນແກນກາງຂອງອາຊຽນ ໃນໂຄງສ້າງພາກພື້ນ.

          ສປປ ລາວ ມີຄວາມພາກພູມໃຈ ແລະ ຮູ້ສຶກເປັນກຽດທີ່ໄດ້ເປັນປະທານໝູນວຽນ ຂອງອາຊຽນໃນປີ 2016, ເຊິ່ງເປັນປີທຳອິດຂອງການເປັນປະຊາຄົມອາຊຽນ ແລະ ໄດ້ວາງ ຄໍາຂວັນ “ຫັນວິໄສທັດ ໃຫ້ເປັນຮູບປະທໍາ ເພື່ອຄວາມເຂັ້ມແຂງຂອງປະຊາຄົມອາຊຽນ” ແນໃສ່ຈັດຕັ້ງປະຕິບັດວິໄສທັດ ປະຊາຄົມອາຊຽນ 2025 ໃຫ້ປະກົດຜົນເປັນຈິງ. ກອງປະຊຸມສຸດຍອດອາຊຽນ ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງທີ່ຫາກໍ່ສຳເລັດລົງ ໃນຕົ້ນເດືອນກັນຍານີ້ ໄດ້ຮັບຮອງເອົາເອກະສານ ສຳຄັນຫຼາຍອັນ ທີ່ພົວພັນເຖີງການຮ່ວມມືພາຍໃນ ອາຊຽນ ແລະ ລະຫວ່າງອາຊຽນກັບພາຍນອກ. ທັງໝົດນີ້ ໄດ້ປະກອບສ່ວນອັນສຳຄັນເຂົ້າໃນພາລະກິດລວມ ແຫ່ງການປົກປັກຮັກສາ ແລະ ການສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ໃນໂລກ ກໍຄືການບັນລຸເປົ້າໝາຍການພັດທະນາແບບຍືນຍົງ. ໃນໂອກາດນີ້, ສປປ ລາວ ຂໍຂອບໃຈຢ່າງຈິງໃຈຕໍ່ວົງຄະນາຍາດສາກົນ ໂດຍສະເພາະປະເທດສະມາຊິກອາຊຽນ ແລະ ຄູ່ເຈລະຈາຂອງອາຊຽນ ທີ່ໄດ້ໃຫ້ການຮ່ວມມື ແລະ ການສະໜັບສະໜູນການເປັນປະທານອາຊຽນຂອງ ສປປ ລາວ ໃນປີນີ້.

ປີ 2016 ເປັນປີທຳອິດ ຂອງການຈັດຕັ້ງປະຕິບັດວາລະ 2030 ລວມທັງເປົ້າໝາຍການພັດທະນາແບບຍືນຍົງ. ຂ້າພະເຈົ້າ ຂໍຖືໂອກາດນີ້ສະແດງຄວາມຊົມເຊີຍມາຍັງ ທ່ານປະທານ ທີ່ໄດ້ເລືອກເອົາ ຫົວຂໍ້ກອງປະຊຸມສະມັດຊາໃຫຍ່ອົງການ ສປຊ ສະ ໄໝທີ 71 ຄື: "ເປົ້າໝາຍການພັດທະນາແບບຍືນຍົງ:ເພີ້ມທະວີຄວາມພະຍາຍາມຂອງສາກົນ ເພື່ອຫັນປ່ຽນໂລກຂອງພວກເຮົາ", ເຊິ່ງເປັນຫົວຂໍ້ແທດເໝາະກັບສະພາບຄວາມເປັນຈິງ. ຂ້າພະເຈົ້າ ເຫັນວ່າ ພວກເຮົາຕ້ອງສ້າງຄວາມເຂົ້າໃຈຢ່າງ ກ້ວາງຂວາງ ແລະ ເລີກເຊິ່ງ ໃນລະດັບຊາດ, ພາກພື້ນ ແລະ ສາກົນ ເພື່ອເຊື່ອມສານເອົາບັນດາເປົ້າໝາຍເຫຼົ່ານັ້ນ ເຂົ້າໃນແຜນການພັດທະນາແຫ່ງຊາດຂອງຕົນ ພ້ອມທັງຂົນຂວາຍທຶນຮອນຈາກແຫຼ່ງຕ່າງໆ ເຂົ້າໃນການຈັດຕັ້ງປະຕິບັດວາລະດັ່ງກ່າວ ໃຫ້ເກີດຜົນຢ່າງເປັນຮູບປະທໍາ. ໃນຂະນະດຽວກັນ, ພວກເຮົາ ກໍຕ້ອງຮັບປະກັນໃຫ້ມີສະພາບແວດລ້ອມແຫ່ງສັນຕິພາບ ແລະ ສະຖຽນລະພາບ ຊຶ່ງອັນນີ້ແມ່ນຄວາມມຸ້ງມາດປາດຖະໜາຮ່ວມກັນ ຂອງມວນມະນຸດໃນທົ່ວໂລກ ພ້ອມທັງສອດຄ່ອງກັບຈຸດປະສົງ ແລະ ເປົ້າໝາຍ ຂອງການສ້າງຕັ້ງອົງການ ສະຫະປະຊາຊາດ ນັ້ນກໍ່ຄືສັນຕິພາບ, ມິດຕະພາບ ແລະ ມີການຮ່ວມມືເພື່ອການພັດທະນາ ​ແນໃສ່ເຮັດໃຫ້​ມວນ​ມະນຸດ​​​ດຳລົງ​ຊີວິດຢູ່ ຢ່າງມີຄວາມຜາສຸກ ແລະ ມີກຽດສັກສີ.

   ສຳລັບ ສປປ ລາວ, ໃນຕົ້ນປີນີ້ ກໍ່ໄດ້ມີການເລືອກຕັ້ງສະມາຊິກສະພາແຫ່ງຊາດ, ເຊິ່ງໄດ້ຮັບຮອງເອົາຄະນະລັດຖະບານຊຸດໃຫມ່ ທີ່ໄດ້ສືບຕໍ່ເສີມຂະຫຍາຍນະໂຍບາຍ ການພັດທະນາປະເທດຊາດ ແລະ ໄດ້ເຊື່ອມສານເປົ້າໝາຍການພັດທະນາແບບຍືນຍົງເຂົ້າໃນແຜນພັດທະນາເສດ ຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020) ກໍ່ຄືແຜນຍຸດທະສາດການພັດທະນາ 2025 ແລະ ວິໄສທັດ 2030. ລັດຖະບານ ສປປ ລາວ ຖືວ່າ ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ແມ່ນພັນທະສາກົນ ຂອງຕົນ, ເຊິ່ງບໍ່ພຽງແຕ່ຈະປະກອບສ່ວນເຂົ້າໃນການບັນລຸວາລະ 2030 ເພື່ອການພັດທະນາແບບຍືນຍົງ ເທົ່ານັ້ນ ແຕ່ຍັງຈະນຳຜົນປະໂຫຍດດ້ານການພັດທະນາມາສູ່ ສປປ ລາວ. ສະນັ້ນ, ເພື່ອຈຸດປະສົງດັ່ງກ່າວ, ລັດຖະບານພວກຂ້າພະເຈົ້າ ຈະຕ້ອງສຸມໃສ່ການບັນລຸເປົ້າໝາຍຕ່າງໆ ຂອງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VIII, ແຜນຍຸດທະສາດການພັດທະນາ 2025 ແລະ ວິໄສທັດ 2030 ຂອງຕົນ ເຊັ່ນ: ການພັດທະນາຕາມທິດສີຂຽວ ແລະ ຍືນຍົງ, ຮັກສາການຂະຫຍາຍຕົວດ້ານເສດຖະກິດ ແລະ ຫຼຸດຜ່ອນອັດຕາ ຄວາມທຸກຍາກ ຂອງປະຊາຊົນໃຫ້ໄດ້ຢ່າງຕໍ່ເນື່ອງ, ຫຼຸດພົ້ນອອກຈາກສະຖານະພາບຄວາມດ້ອຍພັດທະນາ ແລະ ອື່ນໆ. ນອກຈາກຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ຂອງສາກົນແລ້ວ, ລັດຖະບານລາວ ຍັງໄດ້ຮັບຮອງເອົາເປົ້າໝາຍການພັດທະນາແບບຍືນຍົງ ທີ 18 ໄດ້ແກ່: "ຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ", ເຊິ່ງຂ້າພະເຈົ້າ ພ້ອມດ້ວຍພະນະທ່ານ ເລຂາ ທິການໃຫຍ່ ບັນ ກີມູນ ໄດ້ຮ່ວມກັນປະກາດ ໃນວັນທີ 7 ກັນຍາ ທີ່ຜ່ານມານີ້ ຢູ່ນະຄອນຫຼວງວຽງຈັນ, ສປປ ລາວ. ເປົ້າໝາຍດັ່ງກ່າວນີ້ ແມ່ນແນໃສ່ຮັບປະກັນການເກັບກູ້ລະເບີດບໍ່ທັນແຕກ ໃຫ້ໄດ້ຫຼາຍທີ່ສຸດເທົ່າທີ່ຈະເຮັດໄດ້ ໃນເຂດທີ່ໄດ້ຮັບຜົນກະທົບ ແລະ ບ່ອນມີຄົນທຸກຍາກຢູ່ຫຼາຍທີ່ສຸດພາຍໃນປີ 2030, ຫຼຸດຜ່ອນຈຳນວນຜູ້ບາດເຈັບຈາກລະເບີດບໍ່ທັນແຕກ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍ. ສປປ ລາວ ເປັນປະເທດດ້ອຍພັດທະນາ ແລະ ບໍ່ມີຊາຍແດນຕິດທະເລ ຍັງປະເຊີນກັບສິ່ງທ້າທາຍ ແລະ ຂໍ້ຈຳກັດຫຼາຍຢ່າງ ໃນການພັດທະນາພື້ນຖານໂຄງລ່າງ ແລະ ພັດທະນາຊັບພະຍາກອນມະນຸດ ທີ່ມີຄຸນນະພາບ ຈຶ່ງມີຄວາມຈຳເປັນຕ້ອງໄດ້ຮັບການສະໜັບສະໜູນ ແລະ ຊ່ວຍເຫຼືອ ຈາກວົງຄະນາຍາດສາກົນ.ຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍຄວາມຕັດສິນໃຈສູງ ຂອງລັດຖະບານລາວ ບວກກັບການຮ່ວມມື ແລະ ຊ່ວຍເຫຼືອ ທີ່ສະເໝີຕົ້ນສະເໝີປາຍ ຂອງວົງຄະນາຍາດສາກົນ, ພວກຂ້າພະເຈົ້າ ຈະສາມາດບັນລຸເປົ້າໝາຍເຫຼົ່ານີ້ໄດ້.

          ​ການປ່ຽນແປງຂອງດິນ​ຟ້າ​ອາກາດ ​ແລະ ​ໄພພິບັດ​ທຳ​ມະ​ຊາດ ທີ່ເກີດຖີ່ຂຶ້ນ ແລະ ຮຸນແຮງຂຶ້ນເລື້ອຍໆຢູ່ໃນພາກພື້ນຕ່າງໆ ໄດ້ສົ່ງຜົນກະທົບຕໍ່ການພັດທະນາປະເທດ ກໍຄືຕໍ່ຊີວິດການເປັນຢູ່ ຂອງປະຊາຊົນໃນທົ່ວໂລກ, ເຊິ່ງເປັນສິ່ງທ້າທາຍອັນໃຫຍ່ຫລວງທີ່ບໍ່ມີປະເທດໃດໃນໂລກ ສາມາດແກ້ໄຂໄດ້ໂດຍລຳພັງ. ໂດຍເຫັນຄວາມສຳຄັນ ຂອງບັນຫາດັ່ງກ່າວ, ລັດຖະບານລາວ ຈຶ່ງໄດ້ເຂົ້າເປັນພາຄີສັນຍາປາຣີ ວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດ. ຂ້າພະເຈົ້າຫວັງເປັນຢ່າງຍິ່ງວ່າ ສັນຍາດັ່ງກ່າວ ຈະມີຜົນບັງຄັບໃຊ້ພາຍໃນປີນີ້ ແລະ ຖືກນຳໄປຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.ສຳລັບສປປລາວ, ລັດຖະບານ ໄດ້ສະເຫນີບົດລາຍງານແຫ່ງຊາດ ໃນການປະກອບສ່ວນແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ພ້ອມທັງໄດ້ເຊື່ອມສານເອົາບັນຫາການປ່ຽນແປງດິນຟ້າອາກາດ, ການຫລຸດຜ່ອນຄວາມສ່ຽງ ແລະ ການຄວບຄຸມໄພພິບັດທຳມະຊາດ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມຂອງຕົນ.

          ບົດຮຽນໃນຜ່ານມາໄດ້ຊີ້ໃຫ້ເຫັນວ່າ ການນຳໃຊ້ກຳລັງອາວຸດເພື່ອແກ້ໄຂບັນຫາທີ່ເກີດຂຶ້ນໃນຫຼາຍພາກພື້ນຂອງໂລກ ມີແຕ່ຈະນຳເອົາຄວາມຫາຍະນະອັນໃຫຍ່ຫຼວງມາສູ່ມວນມະນຸດ ເຊັ່ນ: ການສູນເສຍຊີວິດ ແລະ ຊັບສິນເປັນຈຳນວນຫຼວງຫຼາຍ, ເຮັດໃຫ້ມີຄວາມທຸກຍາກ ແລະ ໄພອຶດຫິວ ແລະ ຜົນກະທົບອື່ນໆ ອັນໄດ້ນຳໄປສູ່ການແຜ່ຂະຫຍາຍ ຂອງອາຊະຍາກຳ ແລະ ການກໍ່ການຮ້າຍຕ່າງໆ. ສະນັ້ນ, ສປປ ລາວ ຮຽກຮ້ອງມາຍັງວົງຄະນາຍາດສາກົນ ຈົ່ງພ້ອມກັນຍົກສູງເຈດຕະນາລົມທາງການເມືອງທີ່ຈະແກ້ໄຂບັນດາຂໍ້ຂັດແຍ່ງຢູ່ພາກພື້ນຕ່າງໆໂດຍສັນຕິວິທີ, ເຊິ່ງ ສປປລາວສະໜັບສະໜູນວິທີການແກ້ໄຂທາງສັນຕິນີ້ຢ່າງສະເໝີຕົ້ນສະເໝີປາຍຕະຫຼອດມາ.

ສປປ ລາວ ຍາມ​ໃດ​ກໍ່​ຫວັງ​ວ່າ ບັນຫາປາ​ແລັດ​ສະຕິ​ນ ຈະ​ໄດ້ຮັບ​ການ​ແກ້​ໄຂ​ດ້ວຍສັນຕິ​ວິທີໂດຍຝ່າຍທີ່ກ່ຽວຂ້ອງ ເພື່ອບັນລຸການ​ສ້າງຕັ້ງສອງ​ລັດ​ ປາ​ແລັດ​ສະຕິນ ​ແລະ ອິດສະ​ລາ​ແອນ ດຳລົງ​ຄົງ​ຢູ່ຮ່ວມ​ກັນ​ຢ່າງ​ສັນຕິ.

          ສປປ ລາວ ຊົມ​ເຊີຍ​ການ​ຟື້ນ​ຟູ​ສາຍ​ພົວພັນ​ການ​ທູດ ລະຫວ່າງສະຫະລັດ ອາ​ເມ​ລິ​ກາ ​ແລະ ສາທາລະນະລັດ ກູ​ບາ ແລະ ຫວັງ​ຢ່າງຍິ່ງວ່າ ການ​ຟື້ນ​ຟູ​ສາຍ​ພົວພັນດັ່ງ​ກ່າວຈະ​ໄດ້​ຮັບ​ການ​ສືບ​ຕໍ່​ເສີມ​ຂະຫຍາຍ​ ​ແລະ ຈະ​ນຳ​ໄປ​ສູ່​ການ​ຍົກ​ເລີກການ​ຂວ້ຳບາດຕ່າງໆຕໍ່ສາທາລະນະລັດ ກູບາ ໃນອະນາຄົດອັນໃກ້ນີ້.

ທ້າຍສຸດນີ້, ຂ້າພະເຈົ້າ ຂໍຢ້ຳວ່າ ອົງການສະຫະປະຊາຊາດ ຕ້ອງເພີ້ມທະວີຄວາມເຂັ້ມແຂງ, ຄວາມສັກສິດ ໃນການແກ້ໄຂບັນຫາສໍາຄັນຂອງໂລກ. ປະເທດສະມາຊິກ ສປຊ ຄວນໃຫ້ການຮ່ວມມືຢ່າງເຕັມສ່ວນ, ຄວນປະຕິບັດພັນທະສາກົນ ເພື່ອການແກ້ໄຂບັນຫາກວມໂລກ ໂດຍສະເພາະການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງຢ່າງມີປະສິດທິຜົນ ແລະ ທັນການ. ສປປ ລາວ ຢືນຢັນເຈດຕະນາລົມ ແລະ ຄວາມໝາຍໝາຍອັນອັນແຮງກ້າຂອງຕົນ ທີ່ຈະສືບຕໍ່ຮ່ວມມືຢ່າງເຕັມສ່ວນກັບວົງຄະນາຍາດສາກົນ ໃນການສ້າງໂລກ ໃຫ້ມີຄວາມສະຫງົບ, ມີສັນຕິພາບ, ເປັນທຳ ແລະ ຄວາມວັດທະນາຖາວອນ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485861
ມື້ນີ້160
ມື້ວານ206
ອາທິດນີ້897
ເດືອນນີ້5166