ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສຳເລັດການເຂົ້າຮ່ວມກອງປະຊຸມສຸດຍອດ ເອຊີດີ ຄັ້ງທີ 2

PM ACD

 

ໃນໂອກາດທີ່ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ເອຊີດີ ຄັ້ງທີ 2, ຊຶ່ງຈັດຂື້ນທີ່ ບາງກອກ, ປະເທດໄທ, ໃນລະຫວ່າງວັນທີ 9-10 ຕຸລາ 2016 ນີ້, ຊຶ່ງມີຜູ້ນຳ ແລະ ຄະນະຜູ້ແທນຈາກ 34 ປະເທດ ເຂົ້າຮ່ວມພາຍໃຕ້ການເປັນປະທານຂອງ ທ່ານ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ.

 

ກອງປະຊຸມສຸດຍອດຄັ້ງນີ້ ໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບ ທິດທາງການເສີມຂະຫຍາຍການຮ່ວມມືດ້ານເສດຖະກິດ ລະຫວ່າງປະເທດສະມາຊິກ ແລະ ໄດ້ຮັບຮອງເອົາ 3 ເອກະສານ ຄື: 1) ວິໄສທັດເອຊີດີ ເພື່ອການຮ່ວມມືອາຊີ 2030; 2) ຖະແຫລງການບາງກອກ;​ ແລະ 3) ຖະ​ແຫຼ​ງການ ເອຊີດີ ວ່າດ້ວຍການເຕີບໂຕໂດຍຜ່ານການຮ່ວມມືໃນການເຊື່ອມຈອດ. ບັນດາເອກະສານດັ່ງກ່າວ ຈະວາງພື້ນຖານອັນຫນັກແຫນ້ນເພື່ອເຮັດໃຫ້ອາຊີ ກາຍເປັນທະວີບແຫ່ງ ສັນຕິພາບ, ມີຄວາມກ້າວໜ້າ, ຄວາມສະຫງົບສຸກ, ມີສະຖຽນລະພາບ​ ​ແລະ ຄວາມຈະເລີນຮຸ່ງເຮືອງວັດທະນາ ແລະ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ.

 

ໃນໂອກາດນີ້ ພະນະທ່ານ ທອງລຸນ ສີສຸລິດ ໄດ້ກ່າວຄຳເຫັນຕໍ່ກອງປະຊຸມ ຊຶ່ງໄດ້ເນັ້ນໜັກບາງປະເດັນທີ່ສຳຄັນວ່າ ເອຊີດີ ເປັນອົງການຫນຶ່ງດຽວຂອງທະວີບອາຊີ ທີ່ເປັນເວທີປຶກສາຫາລືການຮ່ວມມືດ້ານເສດຖະກິດ ແນໃສ່ນໍາຜົນປະໂຫຍດໃນດ້ານຕ່າງໆມາສູ່ປະເທດສະມາຊິກ ແລະ ສະຫນັບສະຫນູນຢ່າງສຸດຂີດຕໍ່ການຮ່ວມມືໃນຂອບເອຊີດີ, ໂດຍສະເພາະການຮ່ວມມືໃນ 6 ຂົງເຂດວຽກງານທີ່ໄດ້ກໍານົດໄວ້ໃນວິໄສທັດເອຊີດີ 2030 ກໍຄືຖະແຫຼງການບາງກອກ.

 

ທ່ານນາຍົກລັດຖະມົນຕີ ໄດ້ກ່າວຕໍ່ໄປວ່າ: ປັດຈຸບັນ ລັດຖະບານ ສປປ ລາວ ກໍາລັງດໍາເນີນການຈັດຕັ້ງປະຕິບັດຍຸດທະສາດການພັດທະນາແບບຍືນຍົງຕາມທິດສີຂຽວ ໂດຍອີງໃສ່ທ່າແຮງດ້ານການພັດທະນາຂອງຕົນ, ໃນນີ້ ການພັດທະນາພະລັງງານໄຟຟ້າ ແມ່ນໜຶ່ງໃນທ່າແຮງບົ່ມຊ້ອນທີ່ຈະເປັນບ່ອນອີງອັນສໍາຄັນ ໃຫ້ແກ່ການຂະຫຍາຍຕົວດ້ານເສດຖະກິດ. ທ່ານກ່າວຕື່ມວ່າ: ການເຊື່ອມຈອດ ກໍແມ່ນອີກຂົງເຂດໜຶ່ງທີ່ລັດຖະບານລາວໃຫ້ຄວາມສໍາຄັນ ແລະ ໃຫ້ການສົ່ງເສີມດ້ວຍການສຸມໃສ່ການພັດທະນາໂຄງລ່າງພື້ນຖານເປັນຕົ້ນ ລະບົບຄົມມະນາຄົມ-ຂົນສົ່ງ, ທັງນີ້ກໍເນື່ອງຈາກວ່າ ສປປ ລາວ ແມ່ນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ, ສະນັ້ນ, ການເຊື່ອມຈອດ ຈະມີບົດບາດສໍາຄັນຕໍ່ການພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ. ດ້ວຍເຫດນີ້, ລັດຖະບານລາວ ຈຶ່ງມີນະໂຍບາຍຫັນປະເທດທີ່ບໍ່ມີຊາຍແດນຕິດທະເລ ໃຫ້ກາຍເປັນປະເທດເຊື່ອມຈອດ ເຊິ່ງຈະສ້າງເງື່ອນໄຂສະດວກບໍ່ພຽງແຕ່ໃຫ້ແກ່ ສປປ ລາວ ແຕ່ຍັງຈະເປັນຂົວຕໍ່ລະຫວ່າງປະເທດໄກ້ຄຽງກໍຄືໃນອະນຸພາກພື້ນນີ້.

 

ນອກຈາກນີ້, ສປປ ລາວ ຍັງໄດ້ເອົາໃຈໃສ່ໃນການສົ່ງເສີມອຸດສາຫະກໍາທ່ອງທ່ຽວທີ່ເປັນໜຶ່ງໃນ 6 ຂົງເຂດການຮ່ວມມືໃນຂອບເອຊີດີ, ເປັນຕົ້ນແມ່ນການທ່ອງທ່ຽວວັດທະນະທໍາ ແລະ ການທ່ອງທ່ຽວທໍາມະຊາດ ເຊິ່ງຈະນໍາຜົນປະໂຫຍດດ້ານເສດຖະກິດ ກໍຄືເປີດໂອກາດໃຫ້ມີການແລກປ່ຽນວັດທະນະທໍາທີ່ຫຼາກຫຼາຍຂອງພາກພື້ນອາຊີ. ທ່ານໄດ້ສະເຫນີຕໍ່ກອງປະຊຸມວ່າ ເອຊີດີ ຄວນມີກົນໄກຕິດຕາມການຈັດຕັ້ງປະຕິບັດບັນດາວຽກງານ ການຮ່ວມມືຕ່າງໆ ແລະ ເຫັນດີໃຫ້ມີການສ້າງຕັ້ງກອງເລຂາຖາວອນ ເພື່ອເປັນເສນາທິການໃນການຕິດຕາມ, ສະຫຼຸບແລະ ຕີລາຄາການຮ່ວມມືເອຊີດີ ໃນແຕ່ລະໄລຍະ. ທ່ານສະເໜີໃຫ້ມີການສືຕໍຊຸກຍູກາສ່ວຮ່ວຂອພາທຸລກິເຂົ້ບວນລວຂອກາຮ່ວແຫນກາຕ່າງຂອເອຊໃສໃຊ້ທ່ແຮບົ່ຊ້ອອັຫລວງຫລາຂອພາເອກຊົເພື່ສົ່ງເສກາຄ້, ກາລົທຶແລກາທ່ອທ່ຽຫວ່າເທຊິດີ. ສຸດທ້າຍ ພະນະທ່ານ ທອງລຸນ ສີສຸລິດ ຍັງໄດ້ສະເຫນີໃຫ້ຖືເອົາຂອບການຮ່ວມມື ເອຊີດີ ເປັນບ່ອນອີງໃນການເສີມຂະຫຍາຍການຮ່ວມມືໃນລະດັບສອງຝ່າຍ, ເພາະເຫັນວ່າ ຜົນສໍາເລັດຂອງການພົວພັນ 2 ຝ່າຍ ກໍຈະເປັນການປະກອບສ່ວນໃຫ້ແກ່ການຮ່ວມມືໃນຂອບ ເອຊີດີ ໂດຍລວມ.

 

ກອງປະຊຸມເອຊີດີສຸດຍອດ ຄັ້ງທີ 2 ໄດ້ສຳເລັດລົງດ້ວຍຜົນສຳເລັດສະຫງ່າງາມ ຊຶ່ງວາງພື້ນຖານອັນຫນັກແຫນ້ນໃຫ້ແກ່ການຮ່ວມມືທາງດ້ານເສດຖະກິດ ລະຫວ່າງປະເທດສະມາຊິກ ໃນອະນາຄົດ ແລະ ຈາກນີ້ໄປ ສະຫະລັດ ອາຫລັບ ເອມີແລດສ ຈະເປັນປະເທດປະທານ ເອຊີດີ ຕໍ່ຈາກ ຣາຊະອານາຈັກໄທ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485886
ມື້ນີ້17
ມື້ວານ168
ອາທິດນີ້922
ເດືອນນີ້5191