ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຫາຍເລຂາທິການໃຫຍ່ ໄຫວ້ອາໄລເຖິງດວງວິນຍານ ສະຫາຍ ຟີເດັນ ກາສໂຕຼຣຸດສ໌

sign cuba

       ໃນວັນທີ 29 ພະຈິກ 2016, ທີ່ ສະຖານທູດກູບາ, ນະຄອນຫຼວງວຽງຈັນ ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ຄະນນະບໍລິຫານງານສູນກາງພັກ ປປ ລາວ,​ ປະທານປະເທດ ແຫ່ງ ສປປ ລາວ ໄດ້ລົງນາມໄຫວ້ອາໄລ ເຖິງດວງວິນຍານ ສະຫາຍ ຟີເດນ ກາສໂຕຼ ຣຸດສ໌, ອາດີດເລຂາທິການໜຶ່ງ ຄະນະບໍລິຫານງານພັກຄອມມູນິດກູບາ, ປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ແຫ່ງ ສ.ກູບາ ທີ່ໄດ້ເຖິງແກ່ມໍລະນະກຳ ໃນວັນທີ 25 ພະຈິກ 2016 ເຊິ່ງມີເນື້ອໃນດັ່ງນີ້:

ໃນນາມພັກປະຊາຊົນ ປະຕິວັດລາວ, ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະພາແຫ່ງຊາດ, ປະຊາຊົນລາວ ບັນດາເຜົ່າ, ຂ້າພະເຈົ້າ ຂໍສະແດງຄວາມເສົ້າໂສກເສຍດາຍ ແລະ ເສົ້າສະຫຼົດໃຈຢ່າງສຸດຊຶ້ງມາຍັງພັກກອມມູນິດກູບາ, ລັດຖະບານ ແລະ ປະຊາຊົນ ກູບາອ້າຍນ້ອງ ຕໍ່ການເຖິງແກ່ມໍລະນະກຳຂອງ ສະຫາຍ ຟີເດນ ກາສໂຕຼ ຣຸດສ໌, ອາດີດເລຂາທິການໜຶ່ງ ຄະນະບໍລິຫານງານພັກຄອມມູນິດກູບາ, ປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ແຫ່ງ ສ.ກູບາ ທີ່ໄດ້ເຖິງແກ່ມໍລະນະກຳ ໃນວັນທີ 25 ພະຈິກ 2016.

ການລ່ວງລັບໄປຂອງ ສະຫາຍ ຟີເດນ ກາສໂຕຼ ຣຸດສ໌ ເປັນການສູນເສຍຜູ້ນຳການປະຕິວັດທີ່ຍິ່ງໃຫຍ່ຂອງພັກ, ລັດຖະບານ ແລະ ປະຊາຊົນກູບາອ້າຍນ້ອງ, ທັງເປັນການສູນເສຍນັກຕໍ່ສູ້, ຜູ້ນຳການປະຕິວັດທີ່ຍິ່ງໃຫຍ່, ກ້າແກ່ນ ໃນການຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານເພື່ອເອກະລາດແຫ່ງຊາດ, ສູນເສຍຜູ້ນໍາທີ່ໂດດເດັ່ນ, ຜູ້ເຊິ່ງຕະຫລອດຊີວິດໄດ້ອຸທິດຕົນເພື່ອອຸດົມການສັງຄົມນິຍົມ, ເປັນຜູ້ກໍ່ຕັ້ງລັດສັງຄົມນິຍົມທໍາອິດຢູ່ພາກພື້ນອາເມລິກາລາຕິນ, ເປັນຜູ້ນໍາເອົາອິດສະຫລະພາບມາສູ່ປະຊາຊົນກູບາອ້າຍນ້ອງ, ຜົນງານ ແລະ ຊື່ສຽງຂອງສະຫາຍ ເປັນທີ່ຮັບຮູ້ຢ່າງກວ້າງຂວາງ ໃນຖານະເປັນໜຶ່ງໃນບັນດາຜູ້ນໍາທີ່ໂດດເດັ່ນຂອງໂລກ.

ການຈາກໄປຂອງສະຫາຍ ເປັນການສູນເສຍເພື່ອນມິດຜູ້ຍິ່ງໃຫຍ່ ຮ່ວມອຸດົມການຂອງພັກ, ລັດຖະບານ ແລະ ປະຊາຊົນລາວ ຜູ້ເຊິ່ງໄດ້ປະກອບສ່ວນຢ່າງສໍາຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນທີ່ມີມູນເຊື້ອລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ.

    ພວກຂ້າພະເຈົ້າເຊື້ອໝັ້ນຢ່າງແນວແນ່ວ່າ, ພັກ-ລັດຖະບານ ແລະ ປະຊາຊົນກູບາອ້າຍນ້ອງຈະສາມາດຜ່ານຜ່າຄວາມທຸກໂສກນີ້ໄປໄດ້ ແລະຈະເຫັນຄວາມທຸກໂສກນີ້ມາເປັນກໍາລັງແຮງເພື່ອສືບຕໍ່ສ້າງສາປະເທດສັງຄົມນິຍົມກູບາ ໃຫ້ນັບມື້ນັບເຂັ້ມແຂງຕາມຄວາມມຸ້ງມາດປາດຖະໜາຂອງ ສະຫາຍ ຟີແດນ ກາສໂຕຣ ຣຸດສ໌.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486033
ມື້ນີ້164
ມື້ວານ168
ອາທິດນີ້1069
ເດືອນນີ້5338