ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີຈະເດີນທາງເຂົ້າຮ່ວມກອງປະຊຸມສາກົນ ກ່ຽວກັບ ອະນາຄົດຂອງອາຊີ ຄັ້ງທີ 23 ທີ່ ໂຕກຽວ

PMHEThongloun 

ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ຈະໄດ້ນໍາພາຄະນະຜູ້ແທນເຂົ້າຮ່ວມກອງປະຊຸມສາກົນ ກ່ຽວກັບ ອະນາຄົດຂອງອາຊີ ຄັ້ງທີ 23, ​ໃນລະຫວ່າງວັນທີ 05-06 ມິຖຸນາ 2017, ທີ່ໂຕກຽວ, ປະເທຍີ່ປຸ່ນ.

 

ກອງປະຊຸມສາກົນ ກ່ຽວກັບ ອະນາຄົດຂອງອາຊີແມ່ນ​​ໄດ້ຈັດຂຶ້ນທຸກໆປີ ນັບແຕ່ປີ 1995 ​ເປັນຕົ້ນມາ ໂດຍສໍານັກຂ່າວໜັງສືພິມນິກເກຂອງຍີ່ປຸ່ນ, ​ເຊິ່ງໄດ້ເຊື້ອເຊີນບັນດາຜູ້ນໍາ​, ຜູ້ບໍລິຫານຂັ້ນສູງຂອງພາກລັດແລະ ພາກເອກະຊົນ ລວມທັງອາດີດການນໍາ, ຜູ້ຊົງຄຸນນະວຸດທິ, ປະທານອົງການແລະ ສະຖາບັນພາກພື້ນແລະ ສາກົນ ໃນທົ່ວພາກພື້ນອາຊີເຂົ້າຮ່ວມ.

 

ກອງປະຊຸມຄັ້ງນີ້ແມ່ນຈະດໍາເນີນໄປພາຍໃຕ້ຫົວຂໍ້: “​ໄລຍະຂ້າມຜ່ານຂອງຍຸກໂລກາພິວັດ-ອາຊີຈະກ້າວເດີນໄປຂ້າງໜ້າແນວໃດ (Globalism at crossroads - Asia next move), ​ເພື່ອໃຫ້ບັນດາຜູ້ນໍາໄດ້ແລກປ່ຽນທັດສະນະ ກ່ຽວກັບ ທິດທາງໃນຕໍ່ໜ້າ​​ຂອງຂະບວນການຮ່ວມມືແລະເຊື່ອມໂຍງເສດຖະກິດພາກພື້ນແລະສາກົນໃນທ່າມກາງທີ່ເກີດມີຂະບວນການຕ້ານກັບໂລກາພິວັດແລະ ກໍາລັງຈະຫັນໄປສູ່ລັດທິຊາດນິຍົມລວມທັງນະໂຍບາຍແລະ ມາດຕະການພາຍໃນປະເທດຕົນເພື່ອຮັບມືກັບສະພາບການດັ່ງກ່າວໃນປະຈຸບັນແລະອະນາຄົດ.

 

​ໃນ​ໂອກາດ​ເຄື່ອນ​ໄຫວ ຢູ່ ປະ​ເທດ​ຍີ່ປຸ່ນ ຄັ້ງ​ນີ້, ພະນະ​ທ່ານ ນາຍົກລັດຖະມົນຕີ ຍັງ​ຈະ​ໄດ້​ພົບ​ປະ​ສອງ​ຝ່າຍ​ກັບ ພະນະ​ທ່ານ ຊິນ​ໂຊະ ອາ​ເບະ, ນາຍົກລັດຖະ​ມົນຕີ ຍີ່ປຸ່ນ ​ແລະ ຢ້ຽມຢາມ​ເຂດ​ການ​ຜະລິດ ​ແລະ ສະຖານ​ທີ່ວັດທະນະ​ທໍາ​ຈໍານວນ​ໜຶ່ງ ຢູ່ ​ແຂວງ​ ໄຊ​ຕາມະ ລວມທັງ​ພົບ​ປະ​ກັບ​ຄົນ​ລາວ ​ແລະ ​ພີ່ນ້ອງ​ເຊື້ອ​ຊາດ​ລາວຈໍານວນ​ໜຶ່ງທີ່ອາ​ໄສ​ ຢູ່​ ປະ​ເທດ​ຍີ່ປຸ່ນ ​ແລະ ຮັບ​ການ​​ເຂົ້າ​ຢ້ຽມ​ຂໍ່ານັບຈາກ ອົງການ ​ແລະ ​ບໍລິສັດ​ຍີ່ປຸ່ນ ຈໍານວນ​ໜຶ່ງ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
488086
ມື້ນີ້33
ມື້ວານ163
ອາທິດນີ້448
ເດືອນນີ້1479