ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ອົງຄະນະພັກກະຊວງການຕ່າງປະເທດ ດໍາເນີນຊີວິດການເມືອງປັບປຸງປົວແປງພັກ ປະຈຳ ປີ 2017

 

Openingmofameeting1

 

 ສະຫາຍ ພົນ​ໂທ ຈັນ​ສະຫມອນ ຈັນຍາ​ລາດ, ກໍາ​ມະການ​ກົມ​ການ​ເມືອງສູນ​ກາງ​ພັກ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ

 

Openingmofameeting2

 

ສະຫາຍ ສະ​ເຫລີ​ມ​ໄຊ ກົມມະ​ສິດ, ກໍາ​ມະການ​ສູນ​ກາງ​ພັກ, ​ເລຂາ​ຄະນະ​ພັກ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ 

 

Openingmofameeting3

 

ກອງປະຊຸມດຳເນີນຊີວິດການເມືອງປັບປຸງປົວແປງພັກ ຂອງອົງຄະນະພັກກະຊວງ​ການ​ຕ່າງປະ​ເທດ ປະ​ຈໍາ ປີ 2017, ​ໄດ້​ໄຂ​ຂື້ນ​ໃນ​ວັນທີ 09 ມີ​ຖຸນາ 2017, ທີ່​ ກະຊວງ​ການ​ຕ່າງປະ​ເທດ, ພາຍໃຕ້​ການ​ເປັນ​ປະທານ​ຂອງ​ ສະຫາຍ ສະ​ເຫລີ​ມ​ໄຊ ກົມມະ​ສິດ, ກໍາ​ມະການ​ສູນ​ກາງ​ພັກ, ເລຂາ​ຄະນະ​ພັກ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ; ​ໂດຍໃຫ້​ກຽດ​ເຂົ້າ​ຮ່ວມ ​ແລະ ​ໃຫ້​ທິດ​ຊີ້​ນໍາ​ຕໍ່​ກອງ​ປະຊຸມ​ຂອງ​ ສະຫາຍ ພົນ​ໂທ ຈັນ​ສະຫມອນ ຈັນຍາ​ລາດ, ກໍາ​ມະການ​ກົມ​ການ​ເມືອງສູນ​ກາງ​ພັກ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ; ມີບັນດາ​ສະຫາຍພາຍໃນຄະນະ​ພັກ, ຄະນະນຳ, ເລຂາ, ຮອງເລຂາໜ່ວຍພັກ, ຫົວໜ້າກົມ, ຮອງຫົວໜ້າກົມ, ບັນດາ​ທ່ານ​ເອກ​ອັກຄະ​ລັດຖະທູດ, ກົງສຸນໃຫ່ຍ ​ແລະ ແຂກຖືກເຊີນ ເຂົ້າຮ່ວມ.

 

ໃນໂອກາດເປີດກອງປະຊຸມ ສະຫາຍ ສະ​ເຫລີ​ມ​ໄຊ ກົມມະ​ສິດ ໄດ້​ເນັ້ນວ່າ: ການ​ເປີດ​ກອງປະຊຸມດຳເນີນຊີວິດການເມືອງຄັ້ງນີ້ ແມ່ນມີຄວາມໝາຍຄວາມສຳຄັນ ແລະ ມີຄວາມຈໍາເປັນຮຽກຮ້ອງອັນຮີບດ່ວນ ເພື່ອປັບປຸງປົວແປງພາຍໃນພັກ ຂອງອົງຄະນະພັກກະຊວງ​ການ​ຕ່າງປະ​ເທດ ຕາມຄຳສັ່ງຂອງກົມການເມືອງສູນກາງພັກ ເລກທີ 01/ກມສພ, ລົງວັນທີ 01 ກຸມພາ 2017, ແນໃສ່ສ້າງພັກ ໃຫ້ມີຄວາມປອດໃສ, ໜັກແໜ້ນ, ເຂັ້ມແຂງ, ມີການຫັນປ່ຽນຢ່າງຕັ້ງໜ້າ ແລະ ທັນກັບສະພາບການ ເພື່ອສືບຕໍ່ນຳພາ ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ຕາມທິດທີ່​ໄດ້​ກໍານົດ​ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ​ແລະ ມະຕິ​ຂອງ​ກອງ​ປະຊຸມ​​ໃຫຍ່ ຄັ້ງ​ທີ III ຂອງ​ອົງຄະ​ນະ​ພັກ​ກະຊວງ​ການ​ຕ່າງປະ​ເທດ. ພ້ອມ​ນັ້ນ, ສະຫາຍ​ເລຂາ ຍັງ​ໄດ້​ຮຽກຮ້ອງ​ໃຫ້ບັນດາສະຫາຍສະມາຊິກພັກ, ພະນັກງານ​ຫລັກ​ແຫ​ລ່ງທຸກສະຫາຍ ຈົ່ງພ້ອມກັນເຊີດຊູ ແລະ ຍົກສູງຄວາມຮັບຜິດຊອບຂອງຕົນ ດຳເນີນການສຳຫຼວດກວດກາ ດ້ວຍຄວາມກ້າຫານ, ເດັດດ່ຽວ, ຈິງໃຈ ແລະ ຊ່ວຍ​ເຫລືອ​​ເຊິ່ງກັນ ແລະ ກັນ ເພື່ອຍົກ​ສູງ​ຄວາມ​ຮັບຜິດຊອບ​ຫນ້າ​ທີ່​ການ​ເມືອງ​ຂະ​ແໜງການ​ຕ່າງປະ​ເທດ ​ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກ້າວສູ່ຈຸດໝາຍຂອງພັກປະຊາຊົນປະຕິວັດລາວ ກຳນົດໄວ້.

 

ໃນກອງປະຊຸມ ໄດ້ພ້ອມ​ກັນຄົ້ນຄວ້າ, ເຊື່ອມຊຶມ 03 ເອກະສານສຳຄັນຄື: ມະຕິ​ ວ່າ​ດ້ວຍ​ການ​ແກ້​ໄຂ​ພະຍາດ​ອາດຍາ​ສິດ, ສະກັດ​ກັ້ນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ; ເດັດດ່ຽວປັບປຸງປົວແປງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ​ແລະ ບົດ​ສະຫລຸບ​ຕີ​ລາຄາ​ຮອບດ້ານ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ ມະຕິ​ກອງ​ປະຊຸມ​​ໃຫຍ່ ​ຄັ້ງທີ X ຂອງ​ພັກ ແລະ ມະຕິ​ກອງ​ປະຊຸມ​​ໃຫຍ່​ ຄັ້ງ​ທີ III ຂອງ​ອົງຄະ​ນະ​ພັກ​ກະຊວງ​ການ​ຕ່າງປະ​ເທດ.

 

ໃນໂອກາດດັ່ງ​ກ່າວນີ້, ສະຫາຍ ພົ​ນໂທ ​ຈັນ​ສະ​ໝອນ ຈັນຍາ​ລາດ​ ໄດ້​ມີ​ຄໍາ​ເຫັນ​ຊີ້​ນໍາ​ຕໍ່ກອງປະຊຸມ ​ໂດຍ​​ຍົກ​ໃຫ້​ເຫັນມູນເຊື້ອ, ການເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນສຳເລັດອັນພົ້ນເດັ່ນ ພາຍໃຕ້ການຊີ້ນຳໆພາຂອງພັກໃນແຕ່ລະໄລຍະ ຊຶ່ງໄດ້ກາຍເປັນພື້ນຖານອັນໜັກແໜ້ນ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ກໍຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເຮັດໃຫ້ປະເທດເຮົາສືບຕໍ່ມີຄວາມໜັກແໜ້ນທາງດ້ານການເມືອງ ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ ​ແລະ ຫມັ້ນ​ທ່ຽງ, ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່ານັບມື້ດີຂຶ້ນ, ລວມທັງການເຊື່ອມໂຍງກັບພາກພື້ນ ແລະ ສາກົນນັບມື້ຄ່ອງຕົວເປັນຢ່າງດີ, ຍົກສູງບົດບາດ​ຂອງ ສປປ ລາວ ​ໄດ້​ພົ້ນ​ເດັ່ນໃນເວທີສາກົນ.

 

ພ້ອມ​ນັ້ນ, ສະຫາຍ ພົ​ນໂທ ​ຈັນ​ສະ​ໝອນ ຈັນຍາ​ລາດ ຍັງໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງບັ້ນດຳເນີນຊີວິດການເມືອງນີ້ຕໍ່ກອງປະຊຸມຄັ້ງນີ້ ເພື່ອ​ປັບປຸງປົວແປງພາຍໃນພັກທາງດ້ານຄຸນທາດການເມືອງ, ຄຸນສົມບັດ​ສິນ​ທໍາ​ປະຕິວັດ, ຄວາມຮັບຜິດຊອບດ້ານການເມືອງ, ການ ຈັດຕັ້ງ, ແບບແຜນການນຳພາ, ວິທີເຮັດວຽກ, ​ແບບ​ແຜນການ​ດໍາລົງ​ຊີວິດ, ຜົນ​ຮ້າຍ ​ແລະ ຄວາມ​ອັນ​ຕະລາຍ​ຂອງ​ພະຍາດ​ອາດຍາ​ສິດ ​ແລະ ການ​ສໍ້​ລາດ​ບັງ​ຫລວງ. ແນໃສ່ຍົກສູງບົດບາດເປັນແກນນຳໃນລະບົບການເມືອງ ຢູ່ ກະຊວງການ​ຕ່າງປະ​ເທດ, ສົ່ງ​ເສີມດ້ານຕັ້ງໜ້າ, ເດັັດຂາດ ແກ້ໄຂດ້ານອ່ອນ ແລະ ຂໍ້ຄົງຄ້າງ ຂອງແຕ່ລະສະຫາຍໃນຄະນະພັກ, ພະນັກງານຫລັກແຫລ່ງ ​ແລະ ​ສະມາຊິກ​ພັກ​ທຸກ​ສະຫາຍ ​ເພື່ອ​ຮັບປະກັນ​ເຮັດ​ໃຫ້ການ​ນໍາພາ​ຂອງ​ພັກ ມີ​ຄວາມ​ເຂັ້ມ​ແຂງ, ມີ​ຄວາມ​ສັກສິດ ຕາມ​ມະຕິ​​ຂອງ​ກອງ​ປະຊຸມ​ພັກ​ໄດ້​ກໍານົດ​ໄວ້​ວ່າ ພັກ​ນໍາພາ, ລັດ​ຄຸ້ມ​ຄອງ, ປະຊາຊົນ​ເປັນ​ເຈົ້າ​ໃນ​ລະບອບ​ປະຊາທິປະ​ໄຕປະຊາຊົນ​ອັນ​ແທ້​ຈິງ.

 

ກອງປະຊຸມດໍາເນີນຊີວິດການເມືອງປັບປຸງປົວແປງພັກ ຂອງອົງຄະນະພັກກະຊວງການຕ່າງປະເທດ ຈະໄດ້ດຳເນີນໄປ ນັບແຕ່ວັນທີ 09-21 ມີຖຸນາ 2017 ນີ້ ໂດຍແບ່ງອອກເປັນ 2 ຊຸດ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485943
ມື້ນີ້74
ມື້ວານ168
ອາທິດນີ້979
ເດືອນນີ້5248