ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມອຳລາ ແລະ ປະດັບຫຼຽນໃຫ້ແກ່ ຜູ້ຕາງໜ້າອົງການອຸຍນິເຊັບ ປະຈຳລາວ

 

HongweiGao1

 

ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມອຳລາຂອງຜູ້ຕາງໜ້າອົງການອົງການອຸຍນິເຊັບ

 

HongweiGao2

 

 

ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ປະດັບຫຼຽນກາມິດຕະພາບ ໃຫ້ແກ່ ຜູ້ຕາງໜ້າອົງການອົງການອຸຍນິເຊັບ

 

 

ໃນຕອນບ່າຍຂອງວັນທີ 22 ມິຖຸນາ 2017, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບອຳລາຂອງ ທ່ານ ນາງ ຫົງເວ ກາວ (Hongwei GAO), ຜູ້ຕາງໜ້າອົງການອຸຍນິເຊັບ ປະຈໍາ ສປປ ລາວ, ເນື່ອງໃນໂອກາດສໍາເລັດການປະຕິບັດໜ້າທີ່ຢູ່ ສປປ ລາວ.

ໃນໂອກາດນີ້, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງ ທ່ານ ນາງ ຫົງເວ ກາວ ຕະຫຼອດໄລຍະເວລາທີ່ມາປະຕິບັດໜ້າທີ່ເປັນຜູ້ຕາງໜ້າອົງການອຸຍນິເຊັບຢູ່ ສປປ ລາວ ໂດຍສະເພາະການຈັດຕັ້ງປະຕິບັດແຜນງານການຮ່ວມມືຂອງອົງການອຸຍນິເຊັບ ກັບ ລັດຖະບານ ສປປ ລາວ, ເຊິ່ງແຜນງານດັ່ງກ່າວ ແມ່ນສອດຄ່ອງກັບແນວທາງນະໂຍບາຍ ແລະ ບູລິມະສິດການພັດທະນາຂອງປະເທດລາວ ອັນໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາດີຂຶ້ນເທື່ອລະກ້າວ. ທ່ານ ຍັງສະແດງຄວາມຂອບໃຈມາຍັງອົງການອຸຍນິເຊັບຕໍ່ການຊ່ວຍເຫຼືອດັ່ງກ່າວ​ ແລະ ຫວັງວ່າໃນຕໍ່ໜ້າອົງການອຸຍນິເຊັບ ຈະສືບຕໍ່ເພີ່ມທະວີໃຫ້ການສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ຕື່ມອີກ ເພື່ອປະກອບສ່ວນເຂົ້າໃນການບັນລຸເປົ້າໝາຍການພັດທະນາກໍ່ຄື ເຮັດໃຫ້ ສປປ ລາວ ສາມາດຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ.

ທ່ານ ນາງ ຫົງເວ ກາວ ກໍ່ສະແດງຄວາມຂອບໃຈຕໍ່ການຕ້ອນຮັບທີ່ອົບອຸ່ນໃນຄັ້ງນີ້, ພ້ອມທັງໄດ້ສະແດງຄວາມຮູ້ບຸນຄຸນຕໍ່ລັດຖະບານ ແຫ່ງ ສປປ ລາວ ທີ່ໄດ້ເອົາໃຈໃສ່ໃຫ້ການຮ່ວມມືສະໜັບສະໜູນການປະຕິບັດໜ້າທີ່ຂອງຜູ້ກ່ຽວຕະຫຼອດໄລຍະເວລາທີ່ຜູ້ກ່ຽວມາຮັບໜ້າທີ່ຢູ່ ສປປ ລາວ ແລະ ຖືເປັນກຽດຢ່າງສູງທີ່ຕົນໄດ້ຮັບຫຼຽນກາມິດຕະພາບ ຈາກລັດຖະບານ ແຫ່ງ ສປປ ລາວ, ເຊິ່ງເປັນການຢັ້ງຢືນເຖິງຄວາມເອົາໃຈໃສ່ ແລະ ການໃຫ້ຄວາມສຳຄັນຕໍ່ກັບການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການອຸຍນິເຊັບ ໃນຕະຫຼອດໄລຍະທີ່ຜ່ານມາ ຊຶ່ງໄດ້ຮັບຜົນສຳເລັດໃນຫຼາຍດ້ານ. ຕອນທ້າຍ, ທ່ານລັດຖະມົນຕຄກະຊວງການຕ່າງປະເທດ ກໍ່ໄດ້ອວຍພອນໄຊໃຫ້ ທ່ານ ນາງ ຫົງເວ ກາວ ຈົ່ງມີສຸຂະພາບແຂງແຮງ ແລະ ມີຜົນສຳເລັດໃນການປະຕິບັດໜ້າທີ່ໃໝ່ຢູ່ ສຳນັກງານໃຫຍ່ອົງການອຸຍນະເຊັບ ທີ່ນິວຢອກ.

ໃນຕອນບ່າຍຂອງມື້ດຽວກັນ, ກໍ່ໄດ້ມີພິທີປະດັບຫຼຽນກາມິດຕະພາບໃຫ້ແກ່ ທ່ານ ນາງ ຫົງເວ ກາວ ຜູ້ທີ່ມີຜົນງານ, ຄຸນງາມຄວາມດີປະກອບສ່ວນເຂົ້າໃນ ໜ້າທີ່ວຽກງານການຈັດຕັ້ງປະຕບັດແຜນການຮ່ວມມືລະຫວ່າງອົງການອຸຍນິເຊັບ ແລະ ລັດຖະບານ ສປປ ລາວ ໄດ້ຮັບຜົນສຳເລັດເປັນຢ່າງດີໃນໄລຍະຜ່ານມາ ໂດຍແມ່ນ ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ເປັນກຽດປະດັບຫຼຽນກາມິດຕະພາບໃຫ້ແກ່ ທ່ານ ນາງ ຫົງເວ ກາວ ໂດຍມີຄະນະກົມກ່ຽວຂ້ອງ ຈາກກະຊວງການຕ່າງປະເທດ ແລະ ກະຊວງຂະແໜງການທີ່ກ່ຽວຂ້ອງ, ມີຜູ້ຮັກສາການຜູ້ປະສານງານອົງການ ສປຊ, ທ່ານຮອງຜູ້ຕາງໜ້າອົງການ ສປຊ ເພື່ອການພັດທະນາ ແລະ ທີມງານຂອງອົງການອຸຍນິເຊັບ ປະຈຳ ສປປ ລາວ ເຂົ້າຮ່ວມເປັນສັກຂີພະຍານ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485869
ມື້ນີ້0
ມື້ວານ168
ອາທິດນີ້905
ເດືອນນີ້5174