ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທ່ານລັດຖະມົນຕີຕ່າງປະເທດ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 10

 

10th mk jp

 

   ໃນວັນທີ 6 ສິງຫາ 2017, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີຕ່າງປະເທດແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 10 ທີ່ ມະນິລາ, ປະເທດຟິລິບປິນ, ໂດຍການເປັນປະທານກອງປະຊຸມຂອງທ່ານ ທາໂຣ ໂກໂນ, ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ແລະ ມີບັນດາລັດຖະມົນຕີກະຊວງການຕ່າງປະເທດ ຈາກ ກຳປູເຈຍ, ມຽນມາ, ໄທ ແລະ ຫວຽດນາມ ພ້ອມຄະນະ ເຂົ້າຮ່ວມ.

  ກອງປະຊຸມ ໄດ້ສະແດງຄວາມຍິນດີຕໍ່ການສະເຫຼີມສະຫຼອງຄົບຮອບ 10 ປີ ຂອງກອງປະຊຸມລັດຖະມົນຕີຕ່າງປະເທດແມ່ນໍ້າຂອງ-ຍີ່ປຸ່ນ ແລະ ໄດ້ທົບທວນຄືນ ການຈັດຕັ້ງປະຕິບັດແຜນປະຕິບັດງານແມ່ນ້ຳຂອງ-ຍີ່ປຸ່ນ ຕາມແຜນຍຸດທະສາດໂຕກຽວ 2015 ທີ່ປະກອບມີ 4 ເສົາຄໍ້າບູລິມະສິດຄື: (1) ການພັດທະນາພື້ນຖານໂຄງລ່າງ ທາງດ້ານອຸດສາຫະກໍາ ໃນພາກພື້ນແມ່ນໍ້າຂອງ, (2) ການພັດທະນາຊັບພະຍາກອນມະນຸດ ໃນຂະແໜງອຸດສາຫະກໍາ (3),ການພັດທະນາແບບຍືນຍົງ ເພື່ອແມ່ນໍ້າຂອງສີຂຽວ, ແລະ (4) ການປະສານງານກັບບັນດາ ອົງການຈັດຕັ້ງຕ່າງໆ ທີ່ຮ່ວມມືກັບພາກພື້ນແມ່ນໍ້າຂອງ.

          ພ້ອມກັນນັ້ນ, ກອງປະຊຸມຍັງໄດ້ຕີລາຄາສູງຕໍ່ຄວາມພະຍາຍາມ ໃນການຈັດຕັ້ງປະຕິບັດ ຂໍ້ລິເລີ່ມການເຊື່ອມຈອດ ແມ່ນໍ້າຂອງ-ຍີ່ປຸ່ນ ເພື່ອເສີມຂະຫຍາຍການຮ່ວມມືທາງດ້ານໂຄງລ່າງ ແລະ ໂຄງບົນ ໂດຍຜ່ານບັນດາກິດຈະກໍາຕ່າງໆ ເຊັ່ນ: ການອໍານວຍຄວາມສະດວກດ້ານພາສີ-ອາກອນ ແລະ ການພັດທະນາຊັບພະຍາກອນມະນຸດ ຢູ່ໃນພາກພື້ນແມ່ນໍ້າຂອງ.

          ນອ​ກ​ນັ້ນ, ບັນດາລັດຖະມົນຕີຕ່າງປະເທດແມ່ນໍ້າຂອງ ຍັງໄດ້ສະແດງຄວາມຂອບໃຈລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ບັນດາປະເທດແມ່ນໍ້າຂອງຕອນລຸ່ມ ເພື່ອສຶບຕໍ່ຈັດຕັ້ງປະຕິບັດໂຄງການ ແລະ ແຜນງານຕ່າງໆ ພາຍໃຕ້ແຜນປະຕິບັດງານແມ່ນ້ຳຂອງ-ຍີ່ປຸ່ນ ເພື່ອຜັນຂະຫຍາຍຍຸດທະສາດໂຕກຽວ 2015 ສະບັບໃໝ່ ໃຫ້ສໍາເລັດໃນປີ 2018.

          ສຸດທ້າຍ, ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການກອງປະຊຸມລັດຖະມົນຕີຕ່າງປະເທດແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 10 ເພື່ອເປັນແນວທາງໃນການຈັດຕັ້ງປະຕິບັດ ຂອບການຮ່ວມມືດັ່ງກ່າວ ໃນຕໍ່ໜ້າ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485880
ມື້ນີ້11
ມື້ວານ168
ອາທິດນີ້916
ເດືອນນີ້5185