ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ກັບບັນດາປະເທດຄູ່ເຈລະຈາ ຢູ່ຟິລິບປິນ

 

060817 ASEAN-Russia

 

060817 ASEAN-US 060817 ASEAN-Japan 2

 

060817 ASEAN-ROK 2 060817 ASEAN-NewZealand

 

          ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນກັບບັນດາປະເທດຄູ່ເຈລະຈາ ທີ່ຈັດຂຶ້ນໃນວັນທີ 6 ສິງຫາ 2017 ທີ່ ມານິລາ, ປະເທດ ຟີລິບປິນ, ໂດຍມີກອງປະຊຸມລັດຖະມົນຕ່າງປະເທດອາຊຽນ-ຈີນ, ອາຊຽນ-ຍີ່ປຸ່ນ, ອາຊຽນ-ສ. ເກົາຫຼີ, ອາຊຽນ-ອິນເດຍ, ອາຊຽນ-ອົດສະຕຣາລີ, ອາຊຽນ-ສະຫະລັດ, ອາຊຽນ-ນິວຊີແລນ, ອາຊຽນ-ການາດາ, ອາຊຽນ-ອີຢູ, ແລະ ອາຊຽນ-ລັດເຊຍ.

          ໃນກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ລັດເຊຍ, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ເປັນປະທານຮ່ວມກັບທ່ານ ເຊເກ ລາວາຣອບ (Sergey Lavrov), ລັດຖະມົນຕີຕ່າງປະເທດລັດເຊຍ, ໃນຖານະທີ່ ສປປ ລາວ ເປັນປະເທດປະສານງານໃຫ້ແກ່ການພົວພັນ ອາຊຽນ-ລັດເຊຍ. ກອງປະຊຸມ ໄດ້ສະແດງຄວາມຍິນດີຕໍ່ຄວາມຄືບໜ້າໃນການຈັດຕັ້ງຜັນຂະຫຍາຍຕາມການຕົກລົງຂອງຜູ້ນຳອາຊຽນ ແລະ ລັດເຊຍ ໃນກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນອາຊຽນ-ລັດເຊຍ ຄົບຮອບ 20 ປີ ທີ່ໄດ້ຈັດຂຶ້ນຢູ່ເມືອງໂຊຈິ, ລັດເຊຍ ໃນປີ 2016; ໄດ້ປຶກສາຫາລືຜົນຂອງການຈັດຕັ້ງປະຕິບັດແຜນປະຕິບັດງານ ອາຊຽນ-ລັດເຊຍ 2016-2020; ແລະ ໄດ້ຮັບຮອງເອົາເອກະສານສຳຄັນຈຳນວນໜຶ່ງຄື: 1). ຖະແຫຼງການ ວ່າດ້ວຍການຮ່ວມມືເພື່ອຕ້ານການກໍ່ການຮ້າຍ, 2). ທິດທາງໃນການຜັນຂະຫຍາຍຂໍ້ສະເໜີແນະ ຂອງຜູ້ຊົງຄຸນວຸດທິ ອາຊຽນ-ລັດເຊຍ ແລະ 3). ແນວຄວາມຄິດໃນການສ້າງຕັ້ງເຄືອຂ່າຍຄັງປັນຍາອາຊຽນ-ລັດເຊຍ. ໃນໂອກາດດັ່ງກ່າວ, ລັດຖະມົນຕີລັດເຊຍ ໄດ້ປະກາດແຕ່ງຕັ້ງທູດລັດເຊຍຄົນທຳອິດ ປະຈຳອາຊຽນ, ຊຶ່ງໄດ້ເປັນບາດກ້າວໃໝ່ໃນການເສີມຂະຫຍາຍການພົວພັນອາຊຽນ-ລັດເຊຍ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

          ກອງປະຊຸມລັດຖະມົນຕ່າງປະເທດອາຊຽນ-ຈີນ ໄດ້ຕີລາຄາສູງຕໍ່ຜົນສໍາເລັດຂອງກອງປະຊຸມສຸດຍອດ ເພື່ອສະເຫຼີມ ສະຫຼອງການພົວພັນອາຊຽນ-ຈີນ ຄົບຮອບ 25 ປີ ໃນປີ 2016, ລວມທັງການຮ່ວມມືທາງດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ, ການແລກປ່ຽນລະຫວ່າງປະຊາຊົນກັບປະຊາຊົນ ທີ່ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ. ກອງປະຊຸມ ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການສ້າງຕັ້ງສູນອາຊຽນ-ຈີນ ເພື່ອແນໃສ່ສົ່ງເສີມການຮ່ວມມືອາຊຽນ-ຈີນ ໃນດ້ານຕ່າງໆໃຫ້ນັບມື້ນັບຫຼາຍຂຶ້ນ, ແລະ ໄດ້ເຫັນດີຈະອອກຖະແຫຼງການຮ່ວມ ກ່ຽວກັບການຮ່ວມມືດ້ານການທ່ອງທ່ຽວ ໃນໂອກາດກອງປະຊຸມສຸດຍອດອາຊຽນ-ຈີນ ໃນທ້າຍປີ 2017, ຈະກຳນົດເອົາຂົງເຂດນະວັດຕະກຳ ເປັນຫົວຂໍ້ຈຸດສຸມການຮ່ວມມືອາຊຽນ-ຈີນ ໃນປີ 2018, ຈະໃຫ້ປຶກສາຫາລື ກ່ຽວກັບການຮ່າງວິໄສທັດການເປັນຄູ່ຮ່ວມຍຸດທະສາດ ອາຊຽນ-ຈີນ ຮອດປີ 2030 ເພື່ອໃຫ້ຜູ້ນຳພິຈາລະນາຮັບຮອງເອົາ ໃນປີ 2018, ແລະ ເຫັນດີຮັບຮອງເອົາໂຄງຮ່າງກົດແຫ່ງການປະພຶດ (COC) ເພື່ອແກ້ໄຂບັນຫາຄວາມຂັດແຍ່ງໃນທະເລຈີນໃຕ້.

          ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຍີ່ປຸ່ນ ໄດ້ຮັບຮອງເອົາແຜນຈັດຕັ້ງປະຕິບັດວິໄສທັດ ອາຊຽນ-ຍີ່ປຸ່ນ ວ່າດ້ວຍມິດຕະພາບ ແລະ ການຮ່ວມມື ສະບັບປັບປຸງໃໝ່ ເພື່ອເປັນພື້ນຖານໃຫ້ແກ່ການຮັດແໜ້ນການຮ່ວມມືໃນດ້ານຕ່າງໆເຊັ່ນ: ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ອື່ນໆ ໃນຕໍ່ໜ້າ. ຍີ່ປຸ່ນຍັງໄດ້ປະກາດຈະຂະຫຍາຍການຮ່ວມມືກັບອາຊຽນ ໂດຍຜ່ານອົງການຮ່ວມມືສາກົນຍີ່ປຸ່ນ (JICA) ເພື່ອແນໃສ່ເພີ່ມທະວີການຊ່ວຍເຫຼືອດ້ານຂີດຄວາມສາມາດຕ່າງໆໃຫ້ຫຼາຍຂຶ້ນ.

          ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ສ. ເກົາຫຼີ ໄດ້ຍິນດີຕໍ່ຄວາມຄືບໜ້າຂອງການຮ່ວມມື ລະຫວ່າງອາຊຽນ ແລະ ສ. ເກົາຫຼີ ໃນໄລຍະ 1 ປີຜ່ານມາ ລວມທັງການຈັດຕັ້ງປະຕິບັດປີແລກປ່ຽນວັດທະນະທຳອາຊຽນ-ສ. ເກົາຫຼີ ໃນປີ 2017. ຜູ້ແທນອາຊຽນໄດ້ສະແດງຄວາມຊົມເຊີຍຕໍ່ ສ. ເກົາຫຼີ ທີ່ໄດ້ສ້າງຕັ້ງສູນວັດທະນະທໍາອາຊຽນ ຢູ່ແຂວງປູຊານ, ສ. ເກົາຫຼີ, ໂດຍຈະເປີດສູນຢ່າງເປັນທາງການໃນເດືອນກັນຍາ 2017 ນີ້. ສ່ວນຝ່າຍ ສ. ເກົາຫຼີ ໄດ້ຢ້ຳຄືນຄວາມໝາຍໝັ້ນ ທີ່ຈະໃຫ້ການສະໜັບສະໜູນອາຊຽນ ໃນດ້ານຕ່າງໆເຊັ່ນ: ການຮັດແຄບຄວາມແຕກໂຕນດ້ານການພັດທະນາ, ການພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ, ແລະການເຊື່ອມຈອດ.

          ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອິນເດຍ ໄດ້ມີຄວາມຍິນດີທີ່ເຫັນວ່າປີ 2017 ເປັນປີຄົບຮອບ 25 ປີ ແຫ່ງການພົວພັນອາຊຽນ-ອິນເດຍ, ເຊິ່ງທັງສອງຝ່າຍໄດ້ດຳເນີນການສະເຫຼີມສະຫຼອງໂອກາດສຳຄັນດັ່ງກ່າວ ດ້ວຍການຈັດກິດຈະກຳຕ່າງໆຂຶ້ນ ແລະ ໄດ້ຕົກລົງເຫັນດີຈະຈັດກອງປະຊຸມສຸດຍອດອາຊຽນ-ອິນເດຍ ໃນວັນທີ 25-26 ມັງກອນ 2018 ທີ່ ນິວເດລີ, ອິນເດຍ. ນອກນັ້ນ, ກອງປະຊຸມໄດ້ເຫັນດີຈະສືບຕໍ່ເຮັດວຽກຮ່ວມກັນ ເພື່ອນຳໃຊ້ກອງທຶນສິນເຊື່ອ 1 ຕື້ໂດລາສະຫະລັດຂອງອິນເດຍ ເຂົ້າໃນໂຄງການເຊື່ອມຈອດຕ່າງໆໃນພາກພື້ນ, ລວມທັງການສ້າງເສັ້ນທາງຫຼວງອິນເດຍ-ມຽນມາ-ໄທ ແລະ ຂະຫຍາຍເຂົ້າສູ່ ລາວ, ກຳປູເຈຍ ແລະ ຫວຽດນາມ.

          ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອົດສະຕຣາລີ ໄດ້ຕີລາຄາສູງຕໍ່ຜົນຂອງກອງປະຊຸມສຸດຍອດ ອາຊຽນ-ອົດສະຕຣາລີ ຄັ້ງທຳອິດ ທີ່ໄດ້ຈັດຂຶ້ນໃນປີ 2016 ຢູ່ ສປປ ລາວ, ເຊິ່ງຖືວ່າເປັນບາດກ້າວໃໝ່ໃນການພົວພັນອາຊຽນ-ອົດສະຕຣາລີ; ແລະ ໄດ້ປຶກສາຫາລືການກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ສະໄໝພິເສດ ທີ່ຈະຈັດຂຶ້ນໃນ ວັນທີ 17-18 ມີນາ 2018 ທີ່ ຊິດນີ, ອົດສະຕຣາລີ.

          ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ສະຫະລັດ ໄດ້ຕີລາຄາສູງຕໍ່ການພົວພັນອາຊຽນ-ສະຫະລັດ ຄົບຮອບ 40 ປີໃນປີ 2017, ເຊິ່ງເຫັນວ່າການພົວພັນຮ່ວມມື ລະຫວ່າງສອງຝ່າຍ ມີການຂະຫຍາຍຕົວເປັນກ້າວໆມາ. ອາຊຽນ ໄດ້ສະແດງຄວາມຍິນດີທີ່ເຫັນວ່າ ສະຫະລັດ ພາຍໃຕ້ລັດຖະບານໃໝ່ ຍັງສືບຕໍ່ໃຫ້ຄວາມສຳຄັນຕໍ່ການພົວພັນອາຊຽນ-ສະຫະລັດ ແລະ ຖືອາຊຽນເປັນບູລິມະສິດໃນນະໂຍບາຍຕ່າງປະເທດຂອງຕົນ. ສອງຝ່າຍໄດ້ຢືນຢັນຈະສືບຕໍ່ຮັດແໜ້ນການຮ່ວມມື ໃນຂົງເຂດຕ່າງໆທີ່ມີຜົນປະໂຫຍດຮ່ວມກັນ ເປັນຕົ້ນດ້ານຄວາມໝັ້ນຄົງ, ການຄ້າ, ການສຶກສາ, ການແລກປ່ຽນຊາວໜຸ່ມ ແລະອື່ນໆ.

          ສ່ວນກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອີຢູ ໄດ້ຮັບຮອງເອົາເອກະສານສຳຄັນຄື: ຖະແຫຼງການຮ່ວມ ວ່າດ້ວຍການພົວພັນອາຊຽນ-ອີຢູ ຄົບຮອບ 40 ປີ, ແຜນປະຕິບັດງານອາຊຽນ-ອີຢູ ສະບັບໃໝ່ 2018-2022, ແລະ ຖະແຫຼງການຮ່ວມ ອາຊຽນ-ອີຢູ ວ່າດ້ວຍການຈັດຕັ້ງປະຕິບັດຕາມສັນຍາປາຣີ ກ່ຽວກັບການປ່ຽນແປງສະພາບດິນຟ້າອາກາດ.

          ຄະນະຜູ້ແທນລາວ ນຳໂດຍທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ຍັງຈະສືບຕໍ່ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ+3, ກອງປະຊຸມເວທີປຶກສາຫາລືພາກພື້ນອາຊຽນ (ARF) ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອງກອງປະຊຸມສຸດຍອດອາຊີຕາເວັນອອກ (EAS) ຈົນຮອດວັນທີ 8 ສິງຫາ 2017.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485934
ມື້ນີ້65
ມື້ວານ168
ອາທິດນີ້970
ເດືອນນີ້5239