ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ງານລາຕີສະໂມສອນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄົບຮອບ 50 ປີ ແຫ່ງການສ້າງຕັ້ງອາຊຽນ ແລະ ວັນຄົບຮອບ 20 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ

 

ASEANparty1web ASEANparty2web ASEANparty3web

 

ໃນ​ຕອນຄ່ຳຂອງວັນ​ທີ 12 ສິງຫາ 2017 ທີ່ ໂຮງແຮມ ດອນຈັນ ພາເລສ, ທ່ານ ສະເຫຼີມໄຊ ກົມມະສິດ,ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ກຽດເປັນເຈົ້າພາບຈັດງານລາຕີສະໂມສອນເນື່ອງໃນໂອກາດສະເຫຼີມສະຫຼອງວັນຄົບຮອບ 50 ປີແຫ່ງການສ້າງຕັ້ງອາຊຽນ ແລະ ວັນຄົບຮອບ 20 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ.

ໃຫ້ກຽດເຂົ້າຮ່ວມງານໃນຄັ້ງນີ້ມີ ບັນດາລັດຖະມົນຕີຮັບຜິດຊອບ 3 ເສົາຄໍ້າປະຊາຄົມ ອາຊຽນ ຄື: ລັດຖະມົນຕີກະຊວງການຕ່າງປະເທດ (ເສົາຄໍ້າປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ), ລັດຖະມົນຕີກະຊວງອຸດສະຫະກໍາ ແລະ ການຄ້າ (ເສົາຄໍ້າປະຊາຄົມເສດຖະກິດອາຊຽນ) ແລະ ລັດຖະມົນຕີກະຊວງຖະແຫຼງຂ່າວ, ​ວັດທະນະທໍາ ແລະ ທ່ອງທ່ຽວ (ເສົາຄໍ້າປະຊາຄົມວັດທະນະທໍາ-ສັງຄົມອາຊຽນ). ພ້ອມນີ້, ຍັງມີບັນດາລັດຖະມົນຕີກະຊວງຂະແໜງການຕ່າງໆຂອງລາວ, ບັນດາເອກອັກຄະລັດຖະທູດ ຈາກປະເທດສະມາຊິກອາຊຽນ ແລະ ປະເທດຄູ່ເຈລະຈາອາຊຽນ, ນັກ​ການ​ທູດ​ປະ​ເທດ​ຕ່າງ​ໆ, ບັນດາ​ຜູ້ຕາງໜ້າ​ຈາກ​ອົງການ​ຈັດຕັ້ງສາກົນ ປະຈຳ ສປປ ລາວ ແລະ ບັນດາຜູ້ຕາງໜ້າຈຸດປະສານງານອາຊຽນຂອງແຕ່ລະຂະ ແໜງການທີ່ກ່ຽວຂ້ອງຂອງ ສປປ ລາວ ເຂົ້າຮ່ວມ.

ງານລາຕີສະໂມສອນໃນຄັ້ງນີ້ ເປັນໜຶ່ງໃນບັນດາກິດຈະກໍາເພື່ອເປັນການລະນຶກເຖິງວັນທີ່ມີຄວາມໝາຍຄວາມສໍາຄັນ ທາງດ້ານປະຫວັດສາດ ຂອງການສ້າງຕັ້ງອາຊຽນ ໃນປີ 1967 ແລະ ວັນເຂົ້າອາຊຽນຂອງ ສປປ ລາວ ໃນປີ 1997 ທັງເປັນການສະເຫຼີມສະຫຼອງ ຜົນສຳເລັດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງອາຊຽນໃນໄລຍະ 50 ປີຜ່ານມາ ກໍຄືການປະກອບສ່ວນຂອງ ສປປ ລາວ ໃນຂະບວນການສ້າງປະຊາຄົມອາຊຽນ ໃນໄລຍະ 2 ທົດສະວັດທີ່ຜ່ານມາ ອັນໄດ້ນໍາຜົນປະໂຫຍດມາສູ່ ສປປ ລາວ ແລະ ອາຊຽນໂດຍລວມ.

ໃນພິທີທີ່ມີຄວາມໝາຍສຳຄັນຄັ້ງນີ້ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ຍັງໄດ້ໃຫ້ກຽດມອບລາງວັນໃຫ້ແກ່ຜູ້ຊະນະເລີດການປະກວດແຕ້ມຮູບພາບພາຍໃຕ້ຫົວຂໍ້ “ອາຊຽນ ຄົບຮອບ 50 ປີ”, ໂດຍຜ່ານການຄັດເລືອກຈາກຮູບພາບທີ່ສົ່ງເຂົ້າປະກວດທັງໝົດ 53 ຮູບ ຊຶ່ງພິຈາລະນາທາງດ້ານເນື້ອໃນ ທີ່ສ່ອງແສງເຖິງຄວາມເປັນປະຊາຄົມອາຊຽນ ທີ່ມີຄວາມກົມກຽວ ແລະ ເປັນປຶກແຜ່ນ, ຄວາມຈະເລີນຮຸ່ງເຮືອງທາງດ້ານເສດຖະກິດ ແລະ ຄວາມຫຼາກຫຼາຍທາງດ້ານວັດທະນະທຳ-ສັງຄົມ ຕະຫຼອດຮອດຜົນສຳເລັດຕ່າງໆຂອງອາຊຽນໃນໄຍລະຜ່ານມາ, ໃນນັ້ນ ຜູ້ຊະນະເລີດອັນດັບທີ 1 ໄດ້ແກ່ ນ. ສິຣິໂສພາ ສິດທິພອນ, ອາຍຸ 17 ປີ, ປັດຈຸບັນ ກຳລັງສຶກສາຢູ່ຊັ້ນມັດທະຍົມສຶກສາປີທີ 7 ທີ່ ໂຮງຮຽນນິລະດາ, ອັນດັບທີ 2 ໄດ້ແກ່ ນ. ຣັດທິດາ ດາຣາວົງ​ ອາຍຸ 18 ປີ, ປັດຈຸບັນ ກຳລັງສຶກສາຢູ່ຊັ້ນມັດທະຍົມສຶກສາປີທີ 7 ທີ່ ໂຮງຮຽນ ຮຸ່ງເຮືອງ ແລະ ອັນດັບທີ 3 ໄດ້ແກ່ ນ. ວາສະໜາ ໄຊສົມເຜົ່າ, ອາຍຸ 17 ປີ ປັດຈຸບັນ ກຳລັງສຶກສາຢູ່ຊັ້ນມັດທະຍົມສຶກສາປີທີ 6 ທີ່ ໂຮງຮຽນມັດທະຍົມສຶກສາ ວຽງຈັນ.

ສຳລັບລາງວັນຊະນະເລີດອັນດັບທີ 1 ແມ່ນໄດ້ຮັບລາງວັນເງິນສົດຈຳນວນ 1,500,000 ກີບ, ອັນດັບທີ 2: 1,300,000 ກີບ ແລະ ອັນດັບທີ 3: 1,000,000 ກີບ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485888
ມື້ນີ້19
ມື້ວານ168
ອາທິດນີ້924
ເດືອນນີ້5193