ໃນວັນທີ 22 ມັງກອນ 2018, ເວລາ 16:30 ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການມາພົບປະຂອງ ທ່ານ ນາງ ອາມີນັດ ເຊນິຊາ ຊາຮີດ ຊາກີ, ລັດຖະມົນຕີກະຊວງສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ຄອບຄົວ ໃນຖານະຜູ້ຕາງໜ້າພິເສດຂອງປະທານາທິບໍດີ ແຫ່ງ ສາທາລະນະລັດ ມານດິບ (Aminath Zenysha Shaheed Zaki, Minister of Gender and Family and Special Envoy of the President of Republic of Maldives).
ໃນໂອກາດນີ້, ທ່ານລັດຖະມົນຕີໄດ້ສະແດງຄວາມຕ້ອນຮັບອັນອົບອຸ່ນຕໍ່ ທ່ານຜູ້ຕາງໜ້າພິເສດມານດິບ ແລະ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານຜູ້ຕາງໜ້າພິເສດ ທີ່ໄດ້ນຳເອົານ້ຳໃຈມິດໄມຕຼີຂອງປະຊາຊົນຊາວມານດິບ ແລະ ຄຳຢ້ຽມຢາມຖາມຂ່າວຂອງລັດຖະບານ ມານດິບ ມາຍັງປະຊາຊົນ ແລະ ລັດຖະບານ ສປປ ລາວ. ທ່ານ ນາງ ອາມີນັດ ໄດ້ກ່າວສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ມີຄວາມດີໃຈທີ່ໄດ້ມາຢ້ຽມຢາມ ສປປ ລາວ. ສອງຝ່າຍໄດ້ຕີລາຄາຕໍ່ການພົວພັນຮ່ວມມື ລະຫວ່າງສອງປະເທດ ທັງໃນຂອບສອງຝ່າຍ ລວມທັງການຮ່ວມມື ລະຫວ່າງສອງປະເທດໃນເວທີພາກພື້ນ ແລະ ສາກົນ.
ໃນໂອກາດການມາຢ້ຽມຢາມ ສປປ ລາວ ຄັ້ງນີ້, ທ່ານຜູ້ຕາງໜ້າພິເສດຂອງປະທານາທິບໍດີມານດິບ ໄດ້ພົບປະກັບການນຳຂອງຫຼາຍພາກສ່ວນທີ່ສຳຄັນຂອງ ສປປ ລາວ ເຊັ່ນ: ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ສູນກາງສະຫະພັນແມ່ຍິງລາວ, ພ້ອມທັງໄດ້ຢ້ຽມຢາມສູນໃຫ້ຄຳປຶກສາ-ປົກປ້ອງ ແມ່ຍິງ ແລະ ເດັກນ້ອຍ ແລະ ຢ້ຽມຢາມແຂວງຫຼວງພະບາງ ທີ່ເປັນເມືອງມໍລະດົກໂລກ. ການຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ຖືເປັນການຢ້ຽມຢາມລະດັບສູງຄັ້ງທຳອິດຂອງ ສາທາລະນະລັດ ມານດິບ ນັບຕັ້ງແຕ່ ສປປ ລາວ ແລະ ສາທາລະນະລັດ ມານດິບ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 10 ກຸມພາ 2012, ເຊິ່ງເປັນໂອກາດອັນດີໃນການຮັດແໜ້ນສາຍພົວພັນ ລະຫວ່າງ ສປປ ລາວ ກັບ ສາທາລະນະລັດ ມານດິບ.