ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄະນະຜູ້ແທນເຊື້ອຊາດລາວຈາກ ການາດາ ເຄື່ອນໄຫວຢ້ຽມຢາມ ແລະ ແຂ່ງຂັນກິລາມິດຕະພາບ ຢູ່ ສປປ ລາວ

CanadaMN1

CanadaMN2

 

ໃນລະຫວ່າງວັນທີ 26 ທັນວາ 2017 - 08 ມັງກອນ 2018, ຄະນະຜູ້ແທນເຊື້ອຊາດລາວ ຈາກປະເທດການາດາ ໄດ້ເດີນທາງມາຢ້ຽມຢາມ ແລະ ແຂ່ງຂັນກິລາມິດຕະພາບຢູ່ ສປປ ລາວ, ຈຸດປະສົງແມ່ນເພື່ອສ້າງຄວາມສາມັກຄີຮັກແພງ ລະຫວ່າງຄົນເຊື້ອຊາດລາວຈາກການາດາ ແລະ ຄົນລາວຢູ່ພາຍໃນປະເທດ, ພ້ອມດຽວກັນ ກໍຍັງນໍາພາລູກຫຼານເຊື້ອຊາດລາວ ແລະ ຜູ້ທີ່ຍັງບໍ່ເຄີຍມີໂອກາດໄດ້ມາຢ້ຽມຢາມບ້ານເກີດເມືອງນອນ ໃຫ້ໄດ້ກັບມາເຫັນການສ້າງສາພັດທະນາປະເທດຊາດ ໃນໄລຍະໃໝ່, ພ້ອມທັງເປັນການສ້າງຄວາມປະທັບໃຈ ແລະ ເພີ່ມທະວີຄວາມຮັກແພງບ້ານເກີດເມືອງນອນຂອງຕົນ, ຊຶ່ງຍາມໃດ ພັກ-ລັດ ກໍມີຄວາມເປັນຫ່ວງເປັນໃຍສະເໝີ ເຖິງວ່າຈະໄປຢູ່ໃສ, ປະເທດໃດ ກໍບໍ່ສາມາດຕັດແຍກອອກຈາກວົງຄະນະຍາດແຫ່ງຊາດລາວເຮົາໄດ້.

ການເຄື່ອນໄຫວຢ້ຽມຢາມຂອງຄະນະຜູ້ແທນດັ່ງກ່າວ ປະກອບມີຫຼາຍກິດຈະກໍາເຊັ່ນ: ການເຂົ້າຢ້ຽມຂໍ່ານັບ ຄະນະນໍາກະຊວງສຶກສາທິການ ແລະ ກິລາ, ຄະນະນໍາສູນກາງແນວລາວສ້າງຊາດ, ຢ້ຽມຊົມສະຖານທີ່ວາງສະແດງທາງປະ ຫວັດສາດຂອງຊາດ ແລະ ສະຖານທີ່ທາງວັດທະນະທຳທີ່ສຳຄັນຂອງລາວ, ພ້ອມນັ້ນ, ຍັງໄດ້ແຂ່ງຂັນກິລາບານເຕະມິດ ຕະພາບກັບທີມບານເຕະຝ່າຍລາວຈຳນວນໜື່ງ. ນອກຈາກນັ້ນ, ຄະນະດັ່ງກ່າວຍັງໄດ້ໄປຢ້ຽມຢາມແຂວງຈຳປາສັກ ແລະ ໄດ້ເຂົ້າຢ້ຽມຂໍ່ານັບຄະນະນໍາຂອງ ແຂວງ, ພ້ອມທັງຢ້ຽມຊົມການພັດທະນາເສດຖະກິດ-ສັງຄົມ ຂອງທ້ອງຖິ່ນ ແລະ ໄດ້ທ່ຽວຊົມສະຖານທີ່ທາງບູຮານຄະດີ ແລະ ທາງທຳມະຊາດຂອງແຂວງດັ່ງກ່າວ ຕື່ມອີກ.

ກ່ອນການເດີນທາງກັບຄືນປະເທດ, ຄະນະຜູ້ແທນດັ່ງກ່າວໄດ້ຮັບຟັງການໃຫ້ກຽດໂອ້ລົມຂອງທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ, ເຊີ່ງທ່ານລັດຖະມົນຕີໄດ້ຊົມເຊີຍຕໍ່ການເດີນທາງມາເຄື່ອນໄຫວຂອງ ຄະນະຜູ້ແທນເຊື້ອຊາດລາວຈາກການາດາໃນຄັ້ງນີ້, ທີ່ມີຄວາມໝາຍມິດຕະພາບການພົວພັນອັນແໜ້ນແຟ້ນ ແລະ ອົບອຸ່ນ ລະຫວ່າງຄົນເຊື້ອຊາດລາວເຮົາຢູ່ຕ່າງປະເທດ ໂດຍສະເພາະ ຄົນເຊື້ອຊາດລາວຢູ່ການາດາ, ພ້ອມທັງອວຍພອນໃຫ້ຄະນະຜູ້ແທນດັ່ງກ່າວ ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485926
ມື້ນີ້57
ມື້ວານ168
ອາທິດນີ້962
ເດືອນນີ້5231