ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 32 ທີ່ ສິງກະໂປ

 

ASEANSUMMIT32-1 ASEANSUMMIT32-3

 

ໃນວັນທີ 27-28 ເມສາ 2018, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 32 ພາຍໃຕ້ຄໍາຂວັນ: "ເຂັ້ມແຂງ ແລະ ທັນສະໄໝ" ໂດຍການເປັນເຈົ້າພາບ ແລະ ປະທານຂອງ ສິງກະໂປ, ຊຶ່ງມີບັນດາປະມຸກລັດ/ຫົວໜ້າລັດຖະບານປະເທດອາຊຽນ, ລັດຖະມົນຕີຕ່າງປະເທດອາຊຽນ ແລະ ແຂກຖືກເຊີນເຂົ້າຮ່ວມ. ໃນໂອກາດດັ່ງກ່າວ ຜູ້ນຳໄດ້ແລກປ່ຽນທັດສະນະ ກ່ຽວກັບ ການສ້າງປະຊາຄົມອາຊຽນ ໃຫ້ເຂັ້ມແຂງ ແລະ ທັນສະໄໝ ເພື່ອຮັບມືກັບສິ່ງທ້າທາຍຕ່າງໆ ແລະ ຮັບປະກັນໃຫ້ແກ່ການພັດທະນາຂອງບັນດາປະເທດໃນພາກພື້ນ ກໍຄື ການເຊື່ອມໂຍງພາກພື້ນອາຊຽນໂດຍລວມ. ໃນນີ້, ທ່ານນາຍົກ ທອງລຸນ ສີສຸລິດ ໄດ້ຢໍ້າວ່າ ປະຊາຄົມອາຊຽນ ຈະເຂັ້ມແຂງ ແລະ ທັນສະໄຫມ ກໍຕໍ່ເມື່ອບັນດາປະເທດສະມາຊິກ ເຂັ້ມແຂງ ແລະ ທັນສະໄຫມ. ສະນັ້ນ, ຈຶ່ງມີຄວາມຈຳເປັນທີ່ອາຊຽນ ຈະຕ້ອງຊ່ວຍເຫຼືອຊຶ່ງກັນ ແລະ ກັນ ລວມທັງການຖ່າຍທອດເຕັກໂນໂລຊີ ເພື່ອຮັດແຄບຄວາມແຕກໂຕນທາງດ້ານການພັດທະນາ ແນໃສ່ຊ່ວຍເຫລືອປະເທດທີ່ມີລະດັບການພັດທະນາຕໍ່າກວ່າ ເປັນບູລິມະສິດ ເພື່ອກ້າວໄປຂ້າງຫນ້າພ້ອມໆກັນ.

ສຳລັບ ການຮ່ວມມືກັບພາຍນອກ, ຜູ້ນຳ ໄດ້ຕີລາຄາສູງ ຕໍ່ຜົນສຳເລັດຂອງການພົວພັນຮ່ວມມືກັບພາຍນອກຂອງ ອາຊຽນ ກໍຄື ການຮ່ວມມືກັບບັນດາຄູ່ເຈລະຈາຂອງອາຊຽນ ອັນໄດ້ປະກອບສ່ວນສຳຄັນເຂົ້າໃນຂະບວນການສ້າງປະຊາຄົມອາຊຽນ, ເພື່ອສືບຕໍ່ນະໂຍບາຍເປີດກວ້າງການຮ່ວມມືກັບພາຍນອກ, ຜູ້ນຳອາຊຽນ ໄດ້ຢໍ້າເຖິງຄວາມສຳຄັນໃນການຍົກສູງບົດບາດຄວາມສຳຄັນ ແລະ ຄວາມເປັນແກນກາງຂອງອາຊຽນ ໃນບັນດາກົນໄກຕ່າງໆທີ່ອາຊຽນເປັນຜູ້ສ້າງຂື້ນ ແລະ ເປັນເຈົ້າການໃນການກໍານົດໂຄງສ້າງພາກພື້ນ ທີ່ພວມຜັນແປ.

ນອກຈາກນີ້, ຜູ້ນໍາອາຊຽນ ກໍໄດ້ແລກປ່ຽນຄວາມຄິດຄວາມເຫັນ ກ່ຽວກັບ ສະພາບການພາກພື້ນ ແລະ ສາກົນ ໂດຍສະເພາະແມ່ນ ສະພາບການເມືອງ ແລະ ເສດຖະກິດໂລກ ພວມຜັນແປ, ການເພີ້ມທະວີນະໂຍບາຍປົກປ້ອງຕະຫລາດ, ສະພາບຄວາມຂັດແຍ້ງຢູ່ ຊີຣີ, ກອງປະຊຸມສຸດຍອດ ລະຫວ່າງ ສອງເກົາຫລີ. ໃນໂອກາດນີ້ ທ່ານນາຍົກ ທອງລຸນ ສີສຸລິດ ສະແດງຄວາມຍິນດີ ຕໍ່ຜົນສໍາເລັດຂອງກອງປະຊຸມສຸດຍອດຄັ້ປະຫວັດສາດ ລະຫວ່າງ ສອງເກົາຫລີ ທີ່ຈັດຂື້ນຕອນເຊົ້າຂອງ ວັນທີ 27 ເມສາ 2018 ໂດຍສະເພາະການລົງນາມໃນຖະແຫລງການ ປັນມຸນຈອມ ເພື່ອສັນຕິພາບ, ຄວາມສົມບູນພູນສຸກ ແລະ ການທ້ອນໂຮມສອງແຫຼມເກົາຫຼີ ອັນເປັນການປູພື້ນຖານສໍາຄັນ ເພື່ອກ້າວໄປສູ່ການຍຸດຕິສົງຄາມເກົາຫລີ ແລະ ສ້າງແຫລມເກົາຫລີໃຫ້ເປັນເຂດສັນຕິພາບ ແລະ ປອດອາວຸດນິວເຄລຍ ໂດຍສິ້ນເຊີງ.

ກອງປະຊຸມສຸດຍອດອາຊຽນຄັ້ງທີ 32 ໄດ້ຮັບຮອງເອົາ 3 ເອກະສານສຳຄັນຄື: 1). ເອກະສານວິໄສທັດຜູ້ນໍາອາຊຽນ ວ່າດ້ວຍ ການສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ ແລະ ທັນ​ສະ​ໄໝ; 2.) ເອກະສານແນວຄວາມຄິດເຄືອຂ່າຍເມືອງພັດທະນາອາຊຽນ; ​ແລະ 3.) ຖະແຫລງການຮ່ວມຂອງຜູ້ນໍາອາຊຽນ ວ່າດ້ວຍ ການຮ່ວມມືຄວາມຫມັ້ນຄົງທາງຄອມພິວເຕີ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485995
ມື້ນີ້126
ມື້ວານ168
ອາທິດນີ້1031
ເດືອນນີ້5300