ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມທາບທາມເປີດກວ້າງຂັ້ນສູນກາງ ຕໍ່ຮ່າງກົດໝາຍ ວ່າດ້ວຍ ສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ

 

MofaLaw1 MofaLaw2

 

ໃນວັນທີ 21-22 ພຶດສະພາ 2018, ທີ່ ສູນຝຶກອົບຮົມ ແລະ ຮ່ວມມືສາກົນ (ICTC ຫຼັກ 5), ກະຊວງການຕ່າງປະເທດ ໄດ້ຈັດຕັ້ງກອງປະຊຸມທາບທາມເປີດກວ້າງຂັ້ນສູນກາງ ຕໍ່ຮ່າງກົດໝາຍວ່າດ້ວຍສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ, ຊຶ່ງມີຜູ້ຕາງໜ້າຈາກ ອົງການຈັດຕັ້ງພັກ-ລັດ ແລະ ຂະແໜງການຕ່າງໆ ອ້ອມຂ້າງສູນກາງ ເຂົ້າຮ່ວມຈຳນວນ 150 ກວ່າທ່ານ.

ກອງປະຊຸມຄັ້ງນີ້ ໄດ້ຈັດຂຶ້ນ ເພື່ອທາບທາມ ແລະ ແລກປ່ຽນຄຳຄິດຄຳເຫັນນຳຂະແໜງການຕ່າງໆຂັ້ນສູນກາງ ເພື່ອນຳໄປປັບປຸງ ຮ່າງກົດໝາຍສະບັບນີ້ໃຫ້ມີເນື້ອໃນລະອຽດ, ຈະແຈ້ງ ແລະ ຄວາມສົມບູນກວ່າເກົ່າ ກ່ອນຈະສົ່ງໃຫ້ກະຊວງຍຸຕິທຳ ເອົາຄຳຄິດເຫັນກວດກາດ້ານເຕັກນິກການສ້າງ ແລະ ປະເມີນຄວາມສອດຄ່ອງທາງດ້ານກົດໝາຍ ໃນທ້າຍເດືອນພຶດສະພາ. ຮ່າງກົດໝາຍສະບັບນີ້ ມີແຜນນຳເຂົ້າພິຈາລະນາຢູ່ກອງປະຊຸມລັດຖະບານປະຈຳເດືອນມິຖຸນາ ແລະ ໃນກໍລະນີທີ່ກອງປະຊຸມລັດຖະບານຮັບຮອງເອົາ ກໍ່ຈະສະເໜີໃຫ້ສະພາແຫ່ງຊາດ ພິຈາລະນາຮັບຮອງເອົາໃນທ້າຍປີ 2018.

ໃນໄລຍະທີ່ຜ່ານມາ ສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ກໍ່ໄດ້ເຄື່ອນໄຫວຢ່າງຕັ້ງໜ້າ ແລະ ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການປະຕິບັດແນວທາງນະໂຍບາຍການຕ່າງປະເທດຂອງພັກ-ລັດ ວຽກງານການປົກປ້ອງຜົນປະໂຫຍດ ແລະ ອຳນາດອະທິປະໄຕຂອງຊາດ ກໍ່ຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ແຕ່ສຳນັກງານເຫຼົ່ານັ້ນ ພັດຍັງບໍ່ທັນມີນິຕິກຳທີ່ກຳນົດ ກ່ຽວກັບ ທີ່ຕັ້ງ, ພາລະບົດບາດ, ຂອບເຂດສິດ ແລະ ໜ້າທີ່ຂອງຕົນ ຈຶ່ງເຮັດໃຫ້ການເຄື່ອນໄຫວຍັງບໍ່ທັນມີປະສິດທິພາບ ແລະ ປະສິດທິຜົນສູງເທົ່າທີ່ຄວນ. ສິ່ງສຳຄັນ ຍັງບໍ່ທັນຕອບສະໜອງໄດ້ຢ່າງເຕັມເມັດເຕັມໜ່ວຍ ຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານການຕ່າງປະເທດ ໃນໄລຍະແຫ່ງການເປີດກວ້າງສາຍພົວພັນ ແລະ ການຮ່ວມມືກັບຕ່າງປະເທດ ກໍ່ຄືການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ທີ່ນັບມື້ນັບເປີດກວ້າງ ແລະ ເລິກເຊິ່ງ.

ການສ້າງກົດໝາຍສະບັບດັ່ງກ່າວນີ້ ແມ່ນການປະຕິບັດແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ຂອງສະພາແຫ່ງຊາດ ຊຸດທີ VIII (2016-2020) ຕາມມະຕິຮັບຮອງຂອງກອງປະຊຸມສະພາແຫ່ງຊາດ, ເລກທີ 010/ສພຊ, ລົງວັນທີ 27 ເມສາ 2016 ກໍ່ຄືມະຕິຂອງກອງປະຊຸມສະພາແຫ່ງຊາດ ວ່າດ້ວຍ ການຮັບຮອງເອົາແຜນການສ້າງ ແລະ ປັບປຸງກົດໝາຍປະຈຳປີິ 2018, ເລກທີ 078/ສພຊ, ລົງວັນທີ 17 ພະຈິກ 2017. ນອກຈາກນີ້, ກໍຍັງເປັນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍການຕ່າງປະເທດຂອງພັກ-ລັດ ໃນໄລຍະໃໝ່, ມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ມະຕິກອງປະຊຸມຂອງຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ວ່າດ້ວຍ ຍົກສູງປະສິດທິພາບການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ກໍ່ຄືທິດທາງຂອງການປະຊຸມຄະນະບໍລິຫານງານພັກກະຊວງການຕ່າງປະເທດ ຄັ້ງທີ III ແລະ ຜົນຂອງກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ 13 ທີ່ພົວພັນກັບການຄຸ້ມຄອງວຽກງານການຕ່າງປະເທດດ້ວຍກົດໝາຍ ພາຍໃຕ້ການນຳພາຂອງພັກ. ກົດໝາຍສະບັບນີ້ ເມື່ອຖືກຮັບຮອງເອົາໂດຍສະພາແຫ່ງຊາດ ກໍ່ຈະເປັນກົດໝາຍສະບັບທີ 2 ຂອງຂະແໜງການຕ່າງປະເທດ ຕໍ່ຈາກກົດໝາຍ ວ່າດ້ວຍສົນທິສັນຍາ ແລະ ສັນຍາສາກົນ ທີ່ໄດ້ຖືກຮັບຮອງເອົາໃນປີ 2017 ທີ່ຜ່ານມາ ແລະ ຈະເປັນບາດກ້າວສຳຄັນໃນການພັດທະນາລະບົບນິຕິກຳຂອງຂະແໜງການຕ່າງປະເທດ ໃຫ້ຄົບຊຸດຍິ່ງໆຂຶ້ນ ແນໃສ່ເພີ່ມທະວີການຄຸ້ມຄອງວຽກງານການຕ່າງປະເທດ ດ້ວຍກົດໝາຍທີ່ມີຄວາມສັກສິດເທື່ອລະກ້າວ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485993
ມື້ນີ້124
ມື້ວານ168
ອາທິດນີ້1029
ເດືອນນີ້5298