ໃນລະຫວ່າງການຢ້ຽມຢາມສປປ ລາວ ຢ່າງເປັນທາງການ ແຕ່ວັນທີ 19-22 ມິຖຸນາ 2018 ໃນຄັ້ງນີ້, ພາຍຫຼັງການເຄື່ອນໄຫວພົບປະຢ້ຽມຢາມການນຳຂັ້ນສູງຂອງ ສປປ ລາວ ແລະ ສະຖານທີ່ຕ່າງໆຢູ່ ນະຄອນຫຼວງວຽງຈັນ ແລ້ວ, ສະຫາຍ ນາງ ດັ້ງ ຖິ ຫງ໋ອກ ທິ້ງ, ຮອງປະທານປະເທດ ແຫ່ງ ສສ. ຫວຽດນາມ ແລະ ຄະນະ ກໍໄດ້ສືບຕໍ່ເຄື່ອນໄຫວຢ້ຽມຢາມນະຄອນຫຼວງພະບາງ ໃນລະຫວ່າງວັນທີ 21-22 ມິຖຸນາ 2018. ໃນການຢ້ຽມຢາມຄັ້ງນີ້, ສະຫາຍ ຮອງປະທານປະເທດ ສສ. ຫວຽດນາມ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຄໍາຂັນ ຈັນທະວີສຸກ, ເຈົ້າແຂວງ ແຂວງຫຼວງພະບາງ ພ້ອມດ້ວຍການນຳຂອງແຂວງ, ທີ່ ໂຮງແຮມ ເດິແກຣນ ຫຼວງພະບາງ.
ໃນໂອກາດນີ້, ສະຫາຍ ຄໍາຂັນ ຈັນທະວີສຸກ ໄດ້ສະແດງຄວາມຍິນດີທີ່ໄດ້ຮັບກຽດຕ້ອນຮັບ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ນະຄອນຫຼວງພະບາງ ໃນຄັ້ງນີ້, ພ້ອມທັງສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງການພົບປະສອງຝ່າຍຮ່ວມກັບ ສະຫາຍ ພັນຄຳ ວິພາວັນ, ຮອງປະທານປະເທດແຫ່ງ ສປປ ລາວ, ໃນວັນທີ 19 ມິຖຸນາ 2018 ຜ່ານມາ, ຊຶ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການສົ່ງເສີມ ແລະ ຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງທີ່ມີມາແຕ່ດົນນານແລ້ວນັ້ນ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ ທັງໃນຂັ້ນສູນກາງ ແລະ ທ້ອງຖິ່ນ. ພ້ອມກັນນີ້, ສະຫາຍ ເຈົ້າແຂວງ ກໍໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມ ຢູ່ແຂວງຫຼວງພະບາງ ໂດຍຫຍໍ້ໃຫ້ ສະຫາຍ ຮອງປະທານປະເທດຫວຽດນາມ ຊາບ, ໂດຍໄດ້ຍົກໃຫ້ເຫັນເຖິງຈຸດພິເສດ ແລະ ທ່າແຮງບົ່ມຊ້ອນຂອງແຂວງຫຼວງພະບາງ. ພ້ອມທັງໄດ້ຖືໂອກາດນີ້ຕາງໜ້າໃຫ້ອົງການປົກຄອງແຂວງ ແລະ ປະຊາຊົນບັນດາເຜົ່າຂອງແຂວງ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈເປັນຢ່າງສູງ ຕໍ່ການຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າຂອງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ຕໍ່ແຂວງຫຼວງພະບາງ ໃນໄລຍະຜ່ານມາ.
ໃນໂອກາດດຽວກັນ, ສະຫາຍ ນາງ ດັ້ງ ຖິ ຫງ໋ອກ ທິ້ງ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງການນໍາແຂວງ ກໍຄື ປະຊາຊົນແຂວງຫຼວງພະບາງ ໂດຍສະເພາະ ຊາວນະຄອນຫຼວງພະບາງ ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງການພັດທະນາເສດຖະກິດ-ສັງຄົມ ທີ່ແຂວງຫຼວງພະບາງ ສາມາດຍາດມາໄດ້ ໃນໄລຍະຜ່ານມາ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ອົງການປົກຄອງແຂວງ ກໍຄື ສະຫາຍເຈົ້າແຂວງ ຈະສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ.
ພາຍຫຼັງສໍາເລັດການເຂົ້າຢ້ຽມຂໍ່ານັບ, ສະຫາຍ ເຈົ້າແຂວງ ກໍໄດ້ຈັດພິທີບາສີສູ່ຂວັນ ແລະ ຈັດງານລ້ຽງອາຫານຄໍ່າເປັນກຽດໃຫ້ແກ່ ສະຫາຍ ຮອງປະທານປະເທດຫວຽດນາມ ແລະ ຄະນະ, ທີ່ ໂຮງແຮມ ເດິແກຣນຫຼວງພະບາງ.
ໃນການຢ້ຽມຢາມແຂວງຫຼວງພະບາງຄັ້ງນີ້, ສະຫາຍ ຮອງປະທານປະເທດຫວຽດນາມ ພ້ອມດ້ວຍຄະນະ ຍັງໄດ້ໄປຢ້ຽມຊົມສະຖານທີ່ທ່ອງທ່ຽວທີ່ສໍາຄັນຂອງນະຄອນຫຼວງພະບາງ ຈໍານວນໜຶ່ງ, ເຊັ່ນ: ຫໍພິພິຕະພັນແຫ່ງຊາດ ຫຼວງພະບາງ, ວັດຊຽງທອງ ແລະ ສູນຫັດຖະກໍາແຜ່ນແພບ້ານສ້າງຄ້ອງ ຕື່ມອີກດ້ວຍ.