ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຜົນສຳເລັດການທົບທວນບົດລາຍງານດ້ານສິດທິມະນຸດຂອງ ສປປ ລາວ ທີເຊີແນວ

sidthimanout

ໃນລະຫວ່າງວັນທີ 11-12 ກໍລະກົດ 2018 ຄະນະຜູ້ແທນ ສປປ ລາວ ນຳໂດຍ ທ່ານ ບຸນເກີດ ສັງສົມສັກ, ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ປະທານຄະນະຊີ້ນຳລະດັບຊາດໃນການປະສານງານດ້ານສິດທິມະນຸດ ໄດ້ເຂົ້າຮ່ວມກອງປະຊຸມ ຄັ້ງທີ 123 ຂອງຄະນະກຳມະການສິດທິມະນຸດ ສປຊ (UN Human Rights Committee) ທີ່ນະຄອນ ເຊີແນວ, ປະເທດ ສະວິດ ເພື່ອທົບທວນບົດລາຍງານການຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍ ສິດທິທາງການເມືອງ ແລະ ສິດທິຂອງພົນລະເມືອງເປັນຄັ້ງທຳອິດ ນັບແຕ່ ສປປ ລາວ ເປັນພາຄີໃນປີ 2009.

ການທົບທວນການຈັດຕັ້ງປະຕິບັດສົນທິສັນຍາດັ່ງກ່າວໄດ້ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ຢູວອນ ຊານີ (Yuval SHANY) ປະທານຄະນະກຳມະການສິດທິມະນຸດ ມີບັນດາຊ່ຽວຊານທີ່ເປັນສະມາຊິກຂອງຄະນະກຳມະການສິດທິມະນຸດ, ຄະນະຜູ້ແທນຈາກ ສປປ ລາວ ແລະ ຜູ້ສົນໃຈຈຳນວນໜຶ່ງເຂົ້າຮ່ວມ. ໃນກອງປະຊຸມ ທ່ານ ບຸນເກີດ ສັງສົມສັກ, ຫົວໜ້າຄະນະຜູ້ແທນໄດ້ຍົກໃຫ້ເຫັນການເອົາໃຈໃສ່ຢ່າງຕໍ່ເນື່ອງຂອງ ສປປ ລາວ ໃນການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິທາງການເມືອງ ແລະ ສິດທິຂອງພົນລະເມືອງ (ICCPR), ການຄ້ຳປະກັນສິດທິມະນຸດ ແລະ ສິດທິຂອງພົນລະເມືອງລາວໃນລັດຖະທຳມະນູນ, ການຜັນຂະຫຍາຍພັນທະ ແລະ ຄຳໝັ້ນສັນຍາ ຂອງ ສປປ ລາວ ພາຍໃຕ້ສົນທິສັນຍາດ້ານສິດທິມະນຸດ ທີ່ ສປປ ລາວ ເປັນພາຄີເຂົ້າໃນກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ. ສະເພາະຢ່າງຍີ່ງ ທ່ານຍັງກ່າວວ່າ ຕະຫຼອດໄລຍະ 43 ປີຜ່ານມາ ​ສປປ ລາວ ໄດ້ມີຜົນສຳເລັດອັນໃຫຍ່ຫຼວງໃນການປະຕິບັດສອງໜ້າທີ່ຍຸດທະສາດຄື ປົກປັກຮັກສາ ແລະ ພັດທະນາປະເທດຊາດ,​ ສປປ ລາວ ມີສະຖຽນລະພາບທາງດ້ານການເມືອງອັນໜັກແໜ້ນ, ເສດຖະກິດ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ປະຊາຊົນລາວດຳລົງຊີວິດໃນສັນຕິພາບ, ຄວາມເປັນເອກະລາດແຫ່ງຊາດ, ໄດ້ຮັບການປັບປຸງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈດີຂຶ້ນຢ່າງຕໍ່ເນື່ອງ. ຫົວໜ້າຄະນະຜູ້ແທນ ລາວ ຍັງໄດ້ຍົກໃຫ້ເຫັນປະຫວັດສາດອັນຍາວນານ ທີ່ລະອິດລະອ້ຽວຂອງຊາດລາວ ຊຶ່ງໄດ້ຜ່ານຜ່າຄວາມຫຍຸ້ງຍາກນາໆປະການ, ເຄີຍຕົກຢູ່ພາຍໃຕ້ການຄອບຄອງ ແລະ ຫົວເມືອງຂຶ້ນຂອງຕ່າງຊາດ, ປະຊາຊົນລາວເວລານັ້ນຂາດສິດທິມະນຸດ ແລະ ເສລີພາບຂັ້ນພື້ນຖານ. ການສ້າງຕັ້ງ ສປປ ລາວ ໃນປີ 1975 ໄດ້ໄຂສັງກາດໃໝ່ໃຫ້ປະຊາຊົນລາວບັນດາເຜົ່າໄດ້ເປັນເຈົ້້າຂອງປະເທດຊາດ, ເລືອກເອົາລະບອບການເມືອງທີ່ສອດຄ່ອງກັບຄວາມເປັນຈິງທາງດ້ານປະຫວັດສາດ, ວັດທະນະທຳ-ສັງຄົມຂອງຊາດ, ຕອບສະໜອງເຈດຈຳນົງ ແລະ ຄວາມມຸ່ງມາດປາຖະໜາຂອງປະຊາຊົນລາວບັນດາເຜົ່າ ບົນພື້ນຖານສິດໃນການຕັດສິນຊາຕາກຳຂອງຕົນໂດຍຕົນເອງ. ລັດຖະບານລາວດຳເນີນນະໂຍບາຍປັບປຸງ ບູລະນະລະບອບປະຊາທິປະໄຕປະຊາຊົນ, ສ້າງລັດແຫ່ງກົດໝາຍ,​ ສ້າງຄວາມເຂັ້ມແຂງໃຫ້ແກ່ອົງການຕຸລາການ ແລະ ການເຂົ້າເຖິງຂະບວນຍຸຕິທຳ. ມາຮອດປະຈຸບັນ ສປປ ລາວ ໄດ້ຮັບຮອງເອົາກົດໝາຍຫຼາຍກວ່າ 120 ສະບັບ ແລະ ໃຫ້ສັດຕະຍາບັນສົນທິສັນຍາດ້ານສິດທິມະນຸດຈຳນວນ 7 ສະບັບ ແລະ ອະນຸສັນຍາເພີ່ມເຕີມ 2 ສະບັບ ໃນຈຳນວນສົນທິສັນຍາຫຼັກດ້ານສິດທິມະນຸດທັງໝົດ 9 ສະບັບ ຂອງ ອົງການ ສປຊ.

ກອງປະຊຸມທົບທວນບົດລາຍງານຂອງ ສປປ ລາວ ໃນຄັ້ງນີ້ ໄດ້ດຳເນີນໄປດ້ວຍຄວາມເປີດອົກເປີດໃຈ ແລະ ກົງໄປກົງມາ, ຄະນະຜູ້ແທນລາວໄດ້ຕອບຄຳຖາມ, ສະໜອງຂໍ້ມູນ ແລະ ໃຫ້ຄວາມກະຈ່າງແຈ້ງຕໍ່ຄຳຖາມເຈາະຈີ້ມຂອງຄະນະກຳມະການ ຊຶ່ງກ່ຽວຂ້ອງກັບບົດບັນຍັດຂອງສົນທິສັນຍາ ວ່າດ້ວຍ ສິດທິທາງການເມືອງ ແລະ ສິດທິຂອງພົນລະເມືອງ, ບົດລາຍງານສະບັບທຳອິດຂອງ ສປປ ລາວ ແລະ ຄຳຕອບຕໍ່ຄຳຖາມເຈາະຈີ້ມເປັນລາຍລັກອັກສອນ ທີ່ໄດ້ສົ່ງໃຫ້ຄະນະກຳມະການກ່ອນໜ້ານີ້, ໃນນັ້ນລວມມີການຜັນຂະຫຍາຍບົດບັນຍັດຂອງສົນທິສັນຍາເຂົ້າໃນກົດໝາຍພາຍໃນ, ການພົວພັນລະຫວ່າງ ສົນທິສັນຍາ ແລະ ກົດໝາຍພາຍໃນຂອງ ສປປ ລາວແລະ ບັນຫາອື່ນໆ ທີ່ກ່ຽວຂ້ອງກັບ ສົນທິສັນຍາດັ່ງກ່າວ.

ຕໍ່ຄຳຖາມທີ່ຄະນະກຳມະການຍົກຂຶ້ນນັ້ນ ຄະນະຜູ້ແທນໄດ້ເປັນເຈົ້າການຊີ້ແຈງອະທິບາຍ ຢ່າງຈະແຈ້ງ, ລະອຽດ, ຊັດເຈນ ໂດຍຍົກໃຫ້ເຫັນບົດບັນຍັດລັດຖະທຳມະນູນ, ບັນດາກົດໝາຍ ແລະ ນິຕິກຳທີ່ກ່ຽວຂ້ອງຂອງ ສປປ ລາວ, ນະໂຍບາຍ, ມາດຕະການ ແລະ ຄວາມພະຍາຍາມຂອງລັດຖະບານລາວໃນການປົກປ້ອງ ແລະ ສົ່ງເສີມສິດທິທາງດ້ານການເມືອງ ແລະ ສິດທິຂອງພົນລະເມືອງຢູ່ ສປປ ລາວ ອັນໄດ້ເຮັດໃຫ້ຄະນະກຳມະການສິດທິມະນຸດ ສປຊ ແລະ ຜູ້ມີຄວາມສົນໃຈອື່ນໆ ມີຄວາມຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບ ສະພາບຄວາມເປັນຈິງໃນການຈັດຕັ້ງປະຕິບັດສິດທິມະນຸດຢູ່ ສປປ ລາວ, ແນວທາງນະໂຍບາຍຂອງ ພັກ-ລັດ ແຫ່ງ ສປປ ລາວ, ຄວາມຖືກຕ້ອງເປັນທຳຂອງລະບອບການເມືອງ- ການປົກຄອງຂອງ ສປປ ລາວ ບົນພຶ້ນຖານລັດຖະທຳມະນູນ, ກົດບັດ ສປຊ ແລະ ກົດໝາຍສາກົນ. ກອງປະຊຸມທົບທວນດັ່ງກ່າວນີ້ ຍັງເປັນໂກອາດອັນດີໃຫ້ແກ່ຄະນະຜູ້ແທນ ສປປ ລາວ ໄດ້ແລກປ່ຽນບົດຮຽນ ແລະ ປະສົບປະການກັບຜູ້ຊ່ຽວຊານທີ່ເປັນສະມາຊິກຂອງຄະນະກຳມະການອີກເພື່ອຈຸດປະສົງການຈັດຕັ້ງປະຕິບັດພັນທະສາກົນຂອງ ສປປ ລາວໄດ້ຮັບຜົນດີຂຶ້ນເລື້ອຍໆ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486029
ມື້ນີ້160
ມື້ວານ168
ອາທິດນີ້1065
ເດືອນນີ້5334