ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບ
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ
ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບ
ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ
ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບ ລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ
ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບ ລັດຖະມົນຕີການຕ່າງປະເທດ ຣັດເຊຍ
ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບ ລັດຖະມົນຕີການຕ່າງປະເທດ ສະຫະລັດ ອາເມລິກາ
ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບ ລັດຖະມົນຕີການຕ່າງປະເທດລາຊະອານາຈັກນອກແວ
ແລະ ໄດ້ລົງນາມສັນຍາວ່າດ້ວຍການຍົກເວັ້ນວີຊາການທູດຮ່ວມກັນ
ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 51 ແລະ ກອງປະຊຸມອື່ນໆທີ່ກ່ຽວ ຂ້ອງ ແຕ່ວັນທີ 1-4 ສິງຫາ 2018 ທີ່ ສິງກະໂປ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍ ກັບ ຄູ່ຮ່ວມຕໍາແໜ່ງຂອງບັນດາປະເທດຕ່າງໆ ເຊັ່ນ: ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ແຫ່ງ ສສ. ຫວຽດນາມ; ທີ່ປຶກສາແຫ່ງລັດ, ລັດຖະມົນຕີການຕ່າງປະເທດສປ.ຈີນ, ລັດ ຖະມົນຕີການຕ່າງປະເທດ ສປປ ເກົາຫຼີ, ລັດຖະມົນຕີການຕ່າງປະເທດ ຣັດເຊຍ, ລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ, ລັດຖະມົນຕີການຕ່າງປະເທດ ແລະ ການຮ່ວມມື ຕີມໍ-ເລສເຕ, ລັດຖະມົນຕີການຕ່າງປະເທດລາຊະອານາຈັກນອກແວ, ລັດຖະມົນຕີອາວຸໂສປະຈຳກະຊວງການຕ່າງປະເທດ ອິນເດຍ, ລັດຖະມົນຕີການຕ່າງປະເທດ ສະຫະລັດ ອາເມລິກາ, ລັດຖະມົນຕີການຕ່າງປະເທດ ມາເລເຊຍ, ລັດຖະມົນຕີຕ່າງປະເທດ ແລະ ການຄ້າ ຜູ້ທີ 2 ແຫ່ງ ບຣູໄນ ດາລູຊາລາມ, ຜູ້ຕາງໜ້າລະດັບສູງວຽກງານຕ່າງປະເທດ ແລະ ຄວາມໝັ້ນຄົງຂອງສະຫະພາບເອີຣົບ ແລະ ລັດຖະມົນຕີການຕ່າງປະເທດ ສີລັງກາ.
ໃນການພົບປະສອງຝ່າຍຄັ້ງນີ້ ບັນດາຄູ່ຮ່ວມຕຳແໜ່ງປະເທດຕ່າງໆ ດັ່ງກ່າວ ກໍໄດ້ສະແດງຄວາມເຫັນໃຈຕໍ່ເຫດ ການໄພພິບັດນໍ້າຖ້ວມ ຢູ່ແຂວງອັດຕະປື ຍ້ອນສັນເຂື່ອນ ເຊປຽນ-ເຊນໍ້ານ້ອຍແຕກ, ພ້ອມກັນນັ້ນ, ທ່ານລັດຖະ ມົນຕີ ສະເຫຼີມໄຊ ກົມມະສິດ ກໍ່ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງລັດຖະບານ ແລະ ປະຊາຊົນຂອງປະເທດດັ່ງກ່າວ ທີ່ໄດ້ສະແດງຄວາມເຫັນໃຈ, ໃຫ້ເງິນຊ່ວຍເຫຼືອ ແລະ ເຄື່ອງຂອງບັນເທົາທຸກ ມາຍັງປະຊາຊົນລາວ ທີ່ໄດ້ຮັບຜົນກະທົບຈາກໄພພິບັດໃນຄັ້ງນີ້. ນອກນັ້ນ, ຍັງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ບັນດາປະເທດຕ່າງໆ ທີ່ມີການເສີມຂະຫຍາຍ ແລະ ພັດທະນາ ຢ່າງຕໍ່ເນື່ອງ ແລະ ຢືນຢັນທີ່ຈະສືບຕໍ່ຮ່ວມມືກັນໃນການພັດທະນາສາຍພົວພັນ ກໍ່ຄືສະໜັບສະໜູນເຊິ່ງກັນ ແລະ ກັນ ທັງໃນກອບສອງຝ່າຍ ແລະ ຫລາຍຝ່າຍ ໃນເວທີພາກພື້ນ ແລະ ສາກົນ. ສອງຝ່າຍ ຍັງໄດ້ທົບທວນຄືນການຈັດຕັ້ງປະຕິບັດຜົນການຢ້ຽມຢາມ ແລະ ການຕົກລົງກັນຂອງການນຳຂັ້ນສູງ ລະຫວ່າງ ສປປ ລາວ ກັບ ບັນດາປະເທດຕ່າງໆ ດັ່ງກ່າວ. ນອກຈາກນັ້ນ, ຍັງໄດ້ປຶກສາຫາລືການຮ່ວມມືສອງຝ່າຍ ໂດຍສະເພາະການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງ, ການຮ່ວມມືທາງດ້ານເສດ ຖະກິດ-ການຄ້າ, ການລົງທຶນ, ການສຶກສາ, ການທ່ອງທ່ຽວ ແລະ ດ້ານອື່ນໆ.
ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ ແລະ ນອກແວ ຍັງໄດ້ລົງນາມສັນຍາວ່າດ້ວຍການຍົກເວັ້ນວີຊາການທູດຮ່ວມກັນ ເພື່ອເປັນຂົວຕໍ່ຊຸກຍູ້ການຮ່ວມມືຂອງຂະແໜງການອື່ນໃນອະນາຄົດ.