ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທ່ານລັດຖະມົນຕີກະຊວງການຕ່າງປະເທດ ສໍາເລັດການເຂົ້າຮ່ວມກອງປະຊຸມສຸດຍອດອາຊີ-ເອີຣົບ ຄັ້ງທີ 12, ທີ່ ບຣຸກແຊນ, ປະເທດ ແບນຊິກ

20181020ASEM12

20181020ASEM1210

20181020ASEM129

ຖ່າຍພາບລວມບັນດາຜູ້ນຳຈາກ ອາຊີ ແລະ ເອີຣົບ

20181020ASEM1212

ທ່ານ ສະເຫຼີມໄຊ ກົມມະສິດ ຖ່າຍພາບຮ່ວມກັບ ທ່ານ ໂດນັນ ທັດສ, ປະທານ ສະຫະພາບເອີຣົບ (ຊ້າຍ)

ແລະ ທ່ານ ຈອນ ຄຣອດ ຈັງເກີ້, ປະທານ ກໍາມາທິການເອີຣົບ (ຂວາ)

20181020ASEM121 ທ່ານ ສະເຫຼີມໄຊ ກົມມະສິດ ພົບປະສອງຝ່າຍກັບ Secretary General of European External Action Service

20181020ASEM124

                          ທ່ານ ສະເຫຼີມໄຊ ກົມມະສິດ ພົບປະສອງຝ່າຍກັບ ລັດຖະມົນຕີຕ່າງປະເທດ ອົດສະຕາລີ

20181020ASEM128

                           ທ່ານ ສະເຫຼີມໄຊ ກົມມະສິດ ພົບປະສອງຝ່າຍກັບ ລັດຖະມົນຕີຕ່າງປະເທດ ຮົງກາລີ

 

ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ສໍາເລັດການເຂົ້າຮ່ວມກອງປະຊຸມສຸດຍອດອາຊີ-ເອີຣົບ ຫຼື ອາເຊັມ ຄັ້ງທີ 12, ທີ່ ບຣຸກແຊນ, ຣາຊະອານາຈັກ ແບນຊິກ, ໃນວັນທີ 18-19 ຕຸລາ 2018, ພາຍໃຕ້ຫົວຂໍ້ ການເປັນຄູ່ຮ່ວມສາກົນ ສໍາລັບ ບັນດາສິ່ງທ້າທາຍສາກົນ (Global Partners for Global Challenges)” ເຂົ້າຮ່ວມກອງປະຊຸມຄັ້ງນີ້ ມີຄະນະຜູ້ແທນຈາກພາກພື້ນ ອາຊີ ແລະ ເອີຣົບ ເຂົ້າຮ່ວມທັງໝົດ 53 ຄະນະ (51 ປະເທດສະມາຊິກ ແລະ 2 ອົງການຈັດຕັ້ງສາກົນ).

ກອງປະຊຸມສຸດຍອດ ອາຊີ-ເອີຣົບ ຄັ້ງທີ 12 ໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນ ກ່ຽວກັບການຮ່ວມມືກັນ ລະຫວ່າງພາກພື້ນອາຊີ ແລະ ເອີຣົບ ໃນຫຼາຍຂົງເຂດ ເພື່ອສົ່ງເສີມ ແລະ ຮັດແໜ້ນການຮ່ວມມືກັນ ລະຫວ່າງສອງພາກພື້ນ ຈາກການສົ່ງເສີມການຮ່ວມມືທາງດ້ານການຄ້າ-ການລົງທຶນ ໄປສູ່ການຮ່ວມມືດ້ານການເຊື່ອມຈອດ ແລະ ການພັດທະນາແບບຍືນຍົງ. ພ້ອມດຽວກັນນັ້ນ, ບັນດາຜູ້ນໍາຂັ້ນສູງຂອງປະເທດສະມາຊິກອາເຊັມ ຍັງໄດ້ແລກປ່ຽນທັດສະນະກ່ຽວກັບບັນຫາ ພາກພື້ນ ແລະ ສາກົນ ເປັນຕົ້ນແມ່ນ ການປ່ຽນແປງຂອງດິນຟ້າອາກາດ, ໄພຄຸກຄາມຈາກລັດທິກໍ່ການຮ້າຍ, ອາຊະຍາກໍາທາງຄອມພິວເຕີ, ການເຄື່ອນຍ້າຍຖິ່ນຖານ, ໄພທໍາມະຊາດ, ການຮ່ວມມືທາງດ້ານເສດຖະກິດ ແລະ ບັນຫາອື່ນໆ ຊຶ່ງກວມເອົາ ທັງ 3 ເສົາຄໍ້າຂອງການຮ່ວມມືອາເຊັມ: ດ້ານການເມືອງ ແລະ ຄວາມໝັ້ນຄົງ, ດ້ານເສດຖະກິດ-ການເງິນ ແລະ ດ້ານວັດທະນະທໍາ-ສັງຄົມ. ນອກຈາກນັ້ນ, ກອງປະຊຸມສຸດຍອດ ຍັງໄດ້ຮັບຮອງເອົາ ຖະແຫຼງການ ຂອງປະທານກອງປະຊຸມສຸດຍອດ ອາຊີ-ເອີຣົບ ຄັ້ງທີ 12.

ໃນກອງປະຊຸມສຸດຍອດອາຊີ-ເອີຣົບຄັ້ງນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ປະກອບຄໍາເຫັນຕໍ່ກອງປະຊຸມ ໂດຍໄດ້ເນັ້ນໃສ່ ການຮ່ວມມືຂອງອາເຊັມໃນໄລຍະ 2 ທົດສະວັດ ຜ່ານມາ, ເຊິ່ງເຫັນວ່າຍັງມີຫລາຍບັນຫາ ທີ່ຍັງບໍ່ທັນເປັນຮູບປະທຳເທື່ອ ໂດຍເຫັນວ່າ ການຫລຸດຜ່ອນລະດັບຄວາມແຕກໂຕນດ້ານການພັດທະນາ ຂອງບັນດາປະເທດສະມາຊິກອາເຊັມ ທີ່ຍັງມີລະດັບທີ່ແຕກຕ່າງກັນຫລາຍ. ສະນັ້ນ, ອາເຊັມ ຄວນຮ່ວມມືກັນຢ່າງຈິງຈັງຫລາຍຂຶ້ນ ໂດຍສະເພາະດ້ານການເຊື່ອມຈອດແບບຍືນຍົງ. ພ້ອມດຽວກັນນັ້ນ, ທ່ານລັດຖະມົນຕີ ຍັງໄດ້ສະແດງຄວາມຍິນດີຕໍ່ການຟື້ນຟູຄືນ ຂອງກອງປະຊຸມລັດຖະມົນຕີເສດຖະກິດອາເຊັມ, ຊຶ່ງການຂະຫຍາຍການຮ່ວມມືທາງດ້ານເສດຖະກິດຂອງອາເຊັມ ຈະເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການຫຼຸດຜ່ອນຄວາມແຕກໂຕນດ້ານການພັດທະນາ ລະຫວ່າງປະເທດສະມາຊິກອາເຊັມ, ລວມທັງເພື່ອສາມາດບັນລຸເປົ້າໝາຍ ແຜນພັດທະນາ 2030. ນອກຈາກນີ້, ທ່ານ ລັດຖະມົນຕີ ຍັງໄດ້ຊົມເຊີຍ ຜົນສຳເລັດ ຂອງໜ່ວຍງານລິເລີ່ມດ້ານການເຊື່ອມຈອດ ແລະ ສະເຫນີໃຫ້ສືບຕໍ່ຂໍ້ລິເລີ່ມການເຊື່ອມຈອດດັ່ງກ່າວ ໃນລະດັບເຈົ້າໜ້າທີ່ອາວຸໂສ ທີ່ເຫັນວ່າມີຄວາມເໝາະສົມ.

ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ອາຊີ-ເອີຣົບຄັ້ງນີ້, ທ່ານ ສະເຫຼີມ ໄຊກົມມະສິດ, ລັດຖະມົນຕີກະຊວງການຕ່າງປະທດ ຍັງໄດ້ພົບປະສອງຝ່າຍ ກັບຄູ່ຮ່ວມຕໍາແໜ່ງຈາກ ສະຫະພາບເອີຣົບ, ອົດສະຕາລີ ແລະ ຮົງກາລີ, ຊຶ່ງທັງສອງຝ່າຍ ໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນກັນໃນຫລາຍບັນຫາ ເປັນຕົ້ນແມ່ນ ການຮ່ວມມື, ການ ເສີມຂະຫຍາຍ ແລະ ຮັດແແໜ້ນການພົວພັນຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ ບັນດາປະເທດດັ່ງກ່າວ. ນອກຈາກນັ້ນ, ຍັງໄດ້ແລກປ່ຽນທັດສະນະນຳກັນ ຕໍ່ບັນຫາພາກພື້ນ ແລະ ສາກົນ ທີ່ທັງສອງຝ່າຍ ມີຄວາມສົນໃຈຮ່ວມກັນ.

 

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486958
ມື້ນີ້194
ມື້ວານ157
ອາທິດນີ້620
ເດືອນນີ້351