ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທູດອິນເດຍ

 

FMreceivedIndianAm1 FMreceivedIndianAm2

 

ໃນວັນທີ 29 ມັງກອນ 2019, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ຣາວີ ຊັງກາ ອາຍໂຊລາ (Ravi Shankar Aisola), ເອກອັກຄະລັດຖະທູດ ແຫ່ງ ສ. ອິນເດຍ ປະຈໍາ ສປປ ລາວ, ໃນໂອກາດທີ່ໃກ້ຈະສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.

ໃນໂອກາດນີ້, ທ່ານລັດຖະມົນຕີ ໄດ້ສະ​ແດງ​ຄວາມ​ຊົມ​ເຊີຍ ຕໍ່ຜົນສຳເລັດຂອງການປະຕິບັດໜ້າທີ່ເປັນເອກອັກຄະລັດຖະທູດ ແຫ່ງ ສ. ອິນເດຍ ປະຈຳ ສປປ ລາວ ທີ່ໄດ້ປະຕິບັດຫນ້າທີ່ຢ່າງຫ້າວຫັນ ເປັນເວລາ 3 ປີ ກວ່າ (09/2015-01/2019)​ ແລະ ໄດ້ສະແດງຄວາມຊົມເຊີຍອັນອົບອຸ່ນຕໍ່ ທ່ານທູດ, ລັດຖະບານ ແລະ ປະຊາຊົນ ອິນເດຍ ທຸກຖ້ວນຫນ້າ ໃນໂອກາດສະເຫລີມສະຫລອງວັນຊາດ ແຫ່ງ ສ. ອິນເດຍ ຄັ້ງທີ 69 (ວັນທີ 26 ມັງກອນ 1950-26 ມັງກອນ 2019). ພ້ອມນີ້, ທ່ານລັດຖະມົນຕີ ໄດ້ຕີລາຄາສູງ ຕໍ່​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ອັນ​ເປັນ​ມູນ​ເຊື້ອ​, ຄວາມຜູກ​ພັນ​ທາງ​ດ້ານ​ສາສະໜາ ແລະ ອາ​ລິ​ຍະ​ທຳ ລະຫວ່າງ​ສອງ​ປະ​ເທດ ​ ທີ່​ໄດ້ຮັບການຮັດແຫນ້ນ​ຢ່າງບໍ່ຢຸດຢັ້ງ, ນັບ​ແຕ່​ສອງ​ປະ​ເທດ​ ໄດ້​ສ້າງຕັ້ງສາຍ​ພົວພັນ​ການ​ທູດ​ນຳ​ກັນ ໃນ​ວັນ​ທີ 2 ກຸມພາ 1956 ​ເປັນຕົ້ນມາ ແລະ ຕີລາຄາສູງຕໍ່ການຊ່ວຍເຫຼືອຂອງລັດຖະບານ ອິນເດຍ ໃຫ້ແກ່ ສປປ ລາວ ໃນໄລຍະທີ່ຜ່ານມາ ໃນຂອບສອງຝ່າຍ ແລະ ຫລາຍຝ່າຍ, ໂດຍສະເພາະ ແມ່ນໃນໄລຍະທີ່ທ່ານທູດ ໄດ້ມາດຳລົງຕຳແໜ່ເປັນເອກອັກຄະລັດຖະທູດ ເຫັນວ່າມີຫຼາຍໆໂຄງການໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີບາດກ້າວຂະຫຍາຍຕົວ ເປັນຕົ້ນແມ່ນ​: ​ດ້ານການສຶກສາ, ການພັດທະນາຊັບພະຍາກອນມະນຸດ, ​ດ້ານວັດທະນະທຳ, ກະສິກຳ, ວິທະຍາສາດ ແລະ ເຕັກໂນໂລຊີ, ການຮ່ວມມືທາງດ້ານວຽກງານປ້ອງກັນຊາແລະ ດ້ານອື່ນໆ ຊຶ່ງ​​ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ​-ສັງຄົມ ຂອງ ສປປ ລາວ.

ໃນຕອນທ້າຍ, ທ່ານລັດຖະມົນຕີ ຍັງໄດ້ສະແດງຄວາມຫວັງວ່າ ທ່ານທູດຈະສືບຕໍ່ໃຫ້ການສະໜັບສະໜູນເພື່ອເຮັດໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ລາວ ແລະ ອິນເດຍ ໄດ້ຮັບການພັດທະນາຍິ່ງໆຂຶ້ນໃນຕໍ່ໜ້າ ແລະ ໄດ້ອວຍພອນໃຫ້ ທ່ານທູດອິນເດຍເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ ແລະປະສົບຜົນສຳເລັດໃນການປະຕິບັດໜ້າທີ່ອັນໃໝ່ຂອງທ່ານ.

ໃນໂອກາດດຽວກັນ, ທ່ານທູດ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ ລັດຖະບານ ແລະ ປະຊາຊົນລາວກໍຄືກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຮ່ວມມື, ສະໜັບສະໜູນຊ່ວຍເຫຼືອ ແລະ ອໍານວຍຄວາມສະດວກເປັນຢ່າງດີຕະຫຼອດໄລຍະການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ໃນຄັ້ງນີ້ຈົນໄດ້ຮັບຜົນສໍາເລັດອັນຈົບງາມ, ເຊິ່ງ​ເປັນ​ການ​ປະກອບສ່ວນອັນສຳຄັນ​ເຂົ້າ​ໃນ​ການ​ເສີມຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມືອັນດີ ລະຫວ່າ​ງ ສປປ ລາວ ​ແລະ ສ. ອິນ​ເດຍ ​ໃຫ້​ມີບາດກ້າວ​ຂະຫຍາຍຕົວຢ່າງຕໍ່ເນື່ອງ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486036
ມື້ນີ້167
ມື້ວານ168
ອາທິດນີ້1072
ເດືອນນີ້5341