ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມອຳລາ ແລະ ປະດັບຫລຽນກາມິດຕະພາບ ໃຫ້ແກ່ຜູ້ຕາງໜ້າອົງການ ສປຊ ເພື່ອການພັດທະນາ UNDP ປະຈໍາ ສປປ ລາວ

SLXUNDP1

 

SLXUNDP2

 

PadupUNDP1

 

PadupUNDP2

 

ໃນວັນທີ 22 ເມສາ 2019, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອຳລາຂອງ ທ່ານ ນາງ ກາຣິນາ ອິມໂມເນັນ (Kaarina IMMONEN), ຜູ້ປະສານງານອົງການສະຫະປະຊາຊາດ (ສປຊ) ແລະ ຜູ້ຕາງໜ້າອົງການ ສປຊ ເພື່ອການພັດທະນາ (UNDP) ປະຈໍາ ສປປ ລາວ,​ ໃນໂອກາດສິ້ນສຸດການປະຕິບັດໜ້າທີ່ ຢູ່ ສປປ ລາວ.

 

ໃນໂອກາດນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ລັດຖະບານລາວ ສະແດງຄວາມຂອບໃຈ ຕໍ່ຜົນງານ ແລະ ການປະຕິບັດໜ້າທີ່ຂອງ ທ່ານ ນາງ ກາຣີນາ ອິມໂມເນັນ ຕະຫລອດໄລຍະເກືອບ 05 ປີ ທີ່ຜູ້ກ່ຽວໄດ້ປະຕິບັດໜ້າທີ່ ຢູ່ ສປປ ລາວ, ພ້ອມທັງໄດ້ອວຍພອນໃຫ້ ທ່ານ ນາງ ກາຣີນາ ອິມໂມເນັນ ປະສົບຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານໃໝ່ຂອງທ່ານໃນຕໍ່ໜ້າ.

 

ໃນໂອກາດດັ່ງກ່າວ, ໄດ້ມີພິທີປະດັບຫລຽນກາມິດຕະພາບ ໃຫ້ແກ່ ທ່ານ ນາງ ກາຣິນາ ອິມໂມເນັນ ເພື່ອເປັນການຍ້ອງຍໍຊົມເຊີຍຜົນງານຂອງຜູ້ກ່ຽວ, ຊຶ່ງຕາງໜ້າລັດຖະບານລາວປະດັບຫລຽນກາມິດຕະພາບໃນຄັ້ງນີ້ແມ່ນ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີພະນັກງານຂັ້ນສູງຈາກບັນດາກະຊວງຂະແໜງການກ່ຽວຂ້ອງ, ຜູ້ຕາງໜ້າຫ້ອງການຜູ້ປະສານງານ ສປຊ ແລະ ອົງການເຄືອຂ່າຍ ສປຊ ປະຈຳ ສປປ ລາວ ເຂົ້າຮ່ວມ. ໃນໂອກາດນີ້, ທ່ານຮອງລັດຖະມົນຕີ ທອງຜ່ານ ສະຫວັນເພັດ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາທີ່ໄດ້ປະກອບສ່ວນເສີມຂະຫຍາຍການພົວພັນຮ່ວມມື ແລະ ການຊ່ວຍເຫລືອ ສປປ ລາວ ໃນດ້ານຕ່າງໆຂອງອົງການ UNDP ເປັນຕົ້ນແມ່ນວຽກງານທາງດ້ານການພັດທະນາ ຢູ່ ສປປ ລາວ. ດັ່ງນັ້ນ, ລັດຖະບານ ແຫ່ງ ສປປ ລາວ ຈຶ່ງໄດ້ຕົກລົງຍ້ອງຍໍປະດັບຫລຽນກາມິດຕະພາບ ເພື່ອເປັນການຈາລຶກຜົນງານການປະກອບສ່ວນໃນການສ້າງສາພັດທະນາ ຢູ່ ສປປ ລາວ ຂອງຜູ້ກ່ຽວ. ພ້ອມດຽວກັນ ທ່ານ ນາງ ກາຣິນາ ອິມໂມເນັນ ກໍໄດ້ສະແດງຄວາມຂອບອົກຂອບໃຈ ຕໍ່ການຮ່ວມມື ແລະ ສະໜັບສະໜູນຂອງລັດຖະບານລາວ ຕະຫລອດໄລຍະການປະຕິບັດໜ້າທີ່ຂອງທ່ານ ໃນໄລຍະເວລາເກືອບ 05 ປີ ທີ່ຜ່ານມາ, ພ້ອມທັງຢືນຢັນຈະສືບຕໍ່ປະກອບສ່ວນຊຸກຍູ້ໃຫ້ມີການຊ່ວຍເຫລືອ ແລະ ສະໜັບສະໜູນຮ່ວມມືຂອງອົງການ UNDP ໃຫ້ແກ່ ສປປ ລາວ ໃນຕໍ່ໜ້າ.

 

ອົງການ UNDP ປະຈໍາ ສປປ ລາວ ແມ່ນອົງການເຄືອຂ່າຍຂອງອົງການ ສປຊ ຊຶ່ງມີໜ້າທີ່ຊ່ວຍເຫຼືອລັດຖະບານ ໃນວຽກງານເສດຖະກິດ, ການຫຼຸດຜ່ອນຄວາມທຸກຍາກ ແລະ ການພັດທະນາແບບຍືນຍົງ ຢູ່ ສປປ ລາວ. ສຳລັບຜູ້ປະສານງານຂອງອົງການ ສປຊ ປະຈຳ ສປປ ລາວ ແມ່ນມີໜ້າທີ່ປະສານງານ ແລະ ເຮັດວຽກຮ່ວມກັບອົງການເຄືອຂ່າຍ ສປຊ ອື່ນໆ ເພື່ອຮັບປະກັນເຮັດໃຫ້ການຊ່ວຍເຫຼືອຂອງ ສປຊ ໃຫ້ແກ່ ສປປ ລາວ ມີປະສິດທິຜົນສູງສຸດ ແລະ ສາມາດຊ່ວຍເຫຼືອລັດຖະບານ ໃນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ບັນລຸຜົນເປັນຈິງ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485885
ມື້ນີ້16
ມື້ວານ168
ອາທິດນີ້921
ເດືອນນີ້5190