ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີ ມອບ-ຮັບໜ້າທີ່ ລະຫວ່າງ ຫົວໜ້າກົມສົນທິສັນຍາ ແລະ ກົດໝາຍ ຜູ້ເກົ່າ ແລະ ຜູ້ໃໝ່

2019619-mop-hup-syk

ໃນຕອນບ່າຍ ຂອງວັນທີ 19 ມິຖຸນາ 2019, ກະຊວງການຕ່າງປະເທດ ໄດ້ຈັດຕັ້ງພິທີປະກາດການແຕ່ງຕັ້ງ ມອບ-ຮັບໜ້າທີ່ ລະຫວ່າງ ຫົວໜ້າກົມສົນທິສັນຍາ ແລະ ກົດໝາຍ ຜູ້ເກົ່າ ແລະ ຜູ້ໃໝ່ ພ້ອມທັງປະກາດການແຕ່ງຕັ້ງຮອງຫົວໜ້າກົມ 01 ທ່ານ, ຫົວໜ້າພະແນກ 4 ທ່ານ, ຮອງຫົວໜ້າພະແນກ 5 ທ່ານ, ແລະ ໄດ້ຈັດພິທີ ໂດຍໃຫ້ກຽດເຂົ້າຮ່ວມ ເປັນສັກຄີພະຍານ ຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ, ບັນດາຮອງລັດຖະມົນຕີ, ຫົວໜ້າຫ້ອງການ, ຫົວໜ້າກົມ ແລະ ຮອງຫົວໜ້າກົມ ຂອງ ກະຊວງການຕ່າງປະເທດ. ໃນພີທີໄດ້ປະກາດການແຕ່ງຕັ້ງ    ທ່ານ ດວງມະນີ ຍອດສີອຸດົມ, ຮອງຫົວໜ້າຫ້ອງການຄະນະກຳມະການຊາຍແດນແຫ່ງຊາດ ເປັນຫົວໜ້າກົມສົນທິສັນຍາ ແລະ ກົດໝາຍ ຕາມ​ດຳລັດ​ວ່າ​ດ້ວຍ​ການ​ແຕ່ງຕັ້ງຫົວໜ້າກົມສົນທິສັນຍາ ແລະ ກົດໝາຍ, ກະຊວງການຕ່າງປະເທດ ສະບັບເລກທີ 136/ນຍ, ລົງວັນທີ 22 ພຶດສະພາ 2019. ແລະ ໄດ້​ລົງນາມ ມອບ​-ຮັບ​ ໜ້າ​ທີ່​ ລະຫວ່າງ ທ່ານ ພູໂຂງ ສີສຸລາດ, ຫົວໜ້າກົມສົນທິສັນຍາ ແລະ ກົດໝາຍຜູ້ເກົ່າ ແລະ ທ່ານ ດວງມະນີ ຍອດສີອຸດົມ, ຫົວໜ້າກົມສົນທິສັນຍາ ແລະ ກົດໝາຍ ຜູ້ໃໝ່. ສ່ວນຫົວໜ້າຫົວໜ້າກົມສົນທິສັນຍາ ແລະ ກົດໝາຍ ຜູ້ເກົ່າ ທ່ານ ພູໂຂງ ສີສຸລາດ ແມ່ນໄດ້ຮັບການແຕ່ງຕັ້ງ ເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ປະເທດ ແບນຊິກ.

ພາຍຫຼັງສຳເລັດວາລະການເຊັນມອບຮັບຕຳແໜ່ງ ຫົວໜ້າກົມສົນທິສັນຍາ ແລະ ກົດໝາຍຜູ້ເກົ່າ ແລະ ຜູ້ໃໝ່ແລ້ວ ພິທີໄດ້ສືບຕໍ່ດຳເນີນການປະກາດຕຳແໜ່ງບໍລິຫານຂັ້ນຮອງຫົວໜ້າກົມ ແລະ ຂັ້ນພະແນກຈຳນວນໜຶ່ງ ຂອງກະຊວງການຕ່າງປະເທດ ຄື: ຮອງຫົວໜ້າກົມການຂ່າວ 1 ທ່ານ, ຮອງຫົວໜ້າກົມກວດກາ 1 ທ່ານ, ຫົວໜ້າພະແນກກົມອົງການຈັດຕັ້ງສາກົນ 2 ທ່ານ, ຫົວໜ້າພະແນກກົມອາຊີ-ປາຊີຟິກ ແລະ ອາຟຣິກາ 1 ທ່ານ, ຫົວໜ້າພະແນກ ສະຖາບັນການຕ່າງປະເທດ 1 ທ່ານ, ຮອງຫົວໜ້າພະແນກສະຖາບັນການຕ່າງປະເທດ 3 ທ່ານ, ຮອງຫົວໜ້າພະແນກ ກົມການເງິນ 1 ທ່ານ ແລະ ຮອງຫົວໜ້າພະແນກ ກົມອາຊຽນ 1 ທ່ານ.

ໃນພິທີມອບ-ຮັບໜ້າທີ່ໃໝ່ ແລະ ປະກາດຕຳແໜ່ງບໍລິຫານໃນຄັ້ງນີ້, ທ່ານ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ ກໍ່ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ຄຳໂອວາດແກ່ຜູ້ໄດ້ຮັບການແຕ່ງຕັ້ງໃໝ່ ໃຫ້ມີຄວາມໝັກແໜ້ນ ແລະ ຍົກສຸງຄວາມເປັນແບບຢ່າງນຳໜ້າທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ແບບແຜນການນຳພາ, ຄວາມເສຍສະຫຼະເພື່ອສ່ວນລວມ, ຄວາມສາມັກຄີ ແລະ ເປັນເອກະພາບ, ເດັດດ່ຽວສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ຕ່າງໆ ແລະ ເຊີດຊູຄວາມເປັນແບບຢ່າງ ໃນການຊີ້ນຳ-ນຳພາ ແລະ ປະຕິບັດໜ້າທີ່ວຽກງານ ໃນຂະແໜງການຕ່າງປະເທດຢ່າງມີປະສິດທິພາບ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486046
ມື້ນີ້177
ມື້ວານ168
ອາທິດນີ້1082
ເດືອນນີ້5351