ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແລະ ກອງປະຊຸມກ່ຽວຂ້ອງອື່ນ ເພື່ອກະກຽມໃຫ້ແກ່ການຈັດ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 34

20190622ASEANSummitFM20190622ASEANSummitFM220190622ASEANSummitFM1

​             ໃນຕອນເຊົ້າຂອງວັນທີ 22 ມິຖຸນາ 2019 ທີ່ ບາງກອກ, ປະເທດໄທ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີ​​ກະຊວງ​ການ​ຕ່າງປະ​ເທດ, ໄດ້ນໍາພາຄະນະຜູ້ແທນ ແຫ່ງ ສປ ລາວ ​ເຂົ້າຮ່ວມກອງປະຊຸມລະດັບ​ລັດຖະມົນຕີຕ່າງປະເທດອາຊຽນຄື: 1. ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ; 2. ກອງປະຊຸມສະພາປະຊາຄົການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 19; ແລະ 3. ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 23.

 

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ໄດ້ຕີລາຄາສູງຄວາມຄືບໜ້າການສືບຕໍ່ສ້າງປະຊາຄົມອາຊຽນໃຫ້​ມີ​ຄວາມ​ເຂັ້ມ​ແຂງ, ແລະ ການຈັດຕັ້ງປະຕິບັດ ບັນຫາບູລິມະສິດ ສໍາລັບການເປັນປະທານອາຊຽນຂອງໄທ ປີ 2019​ ພາຍ​ໃຕ້​ຄຳ​ຂວັນ: “ຮ່ວມແຮງຮ່ວມໃຈ ກ້າວໄກຍືນຍົງ” ທີ່ເນັ້ນໃສ່ ການສ້າງປະຊາຄົມອາຊຽນໃຫ້ມີຄວາມຍືນຍົງໃນທຸກດ້ານ ແນ່ໃສ່ ນໍາຜົນປະໂຫຍດມາສູ່ປະຊາຊົນຂອງອາຊຽນ. ກອງປະຊຸມຄັ້ງນີ້ ຍັງໄດ້ຢໍ້າຄືນບົດບາດຄວາມເປັນແກນກາງ, ຄວາມເປັນເອກກະສັນ ແລະ ຄວາມສາມັກຄີຂອງອາຊຽນ ໃນການພົວພັນກັບພາຍນອກ ພາຍໃຕ້ກົນໄກທີ່ອາຊຽນເປັນຜູ້ສ້າງຂຶ້ນ ແລະ ໃນທ່າມກາງໂຄງສ້າງພາກພື້ນທີ່ພວມຜັນແປ. ພ້ອມກັນນັ້ນ, ລັດຖະມົນຕີຕ່າງປະເທດອາຊຽນ ຍັງໄດ້ແລກປ່ຽນທັດສະນະຢ່າງກົງໄປກົງມາ ກ່ຽວກັບ ບັນຫາເດັ່ນຢູ່ພາກພື້ນ ແລະ ສາກົນທີ່​ມີ​ຄວາມ​ສົນ​ໃຈ​ຮ່ວມ​ກັນ.

          ໃນກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 19, ກອງປະຊຸມ ສະແດງຄວາມເພິ່ງພໍໃຈຕໍ່ຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດບັນດາກິດຈະກໍາພາຍໃຕ້​ແຜນ​ແມ່​ບົດ​ປະຊາ​ຄົມ​ການ​ເມືອງ-ຄວາມ​ໝັ້ນຄົງ​ອາ​ຊຽນ2025, ເຊີ່ງໂດຍລວມເຫັນວ່າມີຄວາມຄືບໜ້າໃນລະດັບດີ ໂດຍສະເພາະ​​ການສົ່ງເສີມ ແລະ ປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນອາຊຽນ. ສໍາລັບ ສປປ ລາວ ກໍໄດ້ປະກອບສ່ວນໃນການຈັດຕັ້ງປະຕິບັດກິດຈະກຳພາຍໃຕ້ເສົາຄ້ຳປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ໂດຍໄດ້ສຳເລັດການຈັດກອງປະຊຸມກາງສະໄໝເວທີພາກພື້ນອາຊຽນ ກ່ຽວກັບການບັນເທົາທຸກໄພພິບັດໃນວັນທີ 2-3 ເມສາ 2019 ທີ່ ນະຄອນຫຼວງວຽງຈັນ. ໃນໂອກາດນີ້, ກອງປະຊຸມໄດ້ຊຸກຍູ້ບັນດາຂະແໜງການກ່ຽວຂ້ອງພາຍໃຕ້ເສົາຄໍ້າປະຊາຄົມການເມືອງ-ຄວາມຫມັ້ນຄົງ ສືບຕໍ່ເພີ່ມທະວີການປະສານງານ ແລະ ເຮັດວຽກຢ່າງໃກ້ຊິດ ເພື່ອຈັດຕັ້ງປະຕິບັດກິດຈະກຳທີ່ຍັງຄົງຄ້າງໃຫ້ສຳເລັດຕາມຄາດໝາຍ.

ໃນວັນດຽວກັນ, ທ່ານ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍຄະນະ, ໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 23, ເຊິ່ງ​ໄດ້ປຶກສາຫາລື ແລະ ຮັບຊາບຄວາມຄືບຫນ້າຂອງການຈັດຕັ້ງປະຕິບັດບັນດາຄໍາຕົກລົງຂອງຜູ້ນໍາອາຊຽນ ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ທີ່ ສິງກະໂປ ຜ່ານມາ. ພ້ອມກັນນີ້, ກອງປະຊຸມໄດ້ປຶກສາຫາລືການກະກຽມດ້ານຕ່າງໆໃຫ້ແກ່ກອງປະຊຸມສຸດຍອດອາຊຽນຄັ້ງທີ 34, ເຊິ່ງຈະເລີ່ມຂຶ້ນໃນຕອນບ່າຍຂອງວັນທີ 22 ແລະ ວັນທີ 23 ພຶດສະພາ 2019. ນອກນັ້ນ. ກອງປະຊຸມຍັງໄດ້ພິຈາລະນາຮັບຮອງເອົາບັນດາເອກະສານ ແລະ ບົດລາຍງານເປັນ​ຕົ້ນ: ບົດ​ລາຍ​ງານຂອງເລຂາທິການໃຫຍ່ອາຊຽນ ກ່ຽວກັບວຽກງານອາຊຽນ, ບົດລາຍງານຂອງມູນນິທິອາຊຽນ, ບົດລາຍງານຂອງເລຂາທິການໃຫຍ່ອາຊຽນ ກ່ຽວກັບການປະຕິບັດວຽກງານຂອງກອງເລຂາອາຊຽນ, ບົດລາຍງານຂອງຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ, ບົດລາຍງານຂອງປະທານ ຄະນະສະເພາະກິດຮັບຜິດຊອບຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ (ໄອເອໄອ) ແລະ ບົດລາຍງານຂອງຄະນະກໍາມະການປະສານງານການເຊື່ອມຈອດອາຊຽນ 2025 ເພື່ອ​ໃຫ້​ຜູ້​ນຳ​ຮັບ​ຊາບ ແລະ ຮັບ​ຮອງ​ເອົາ. ພິເສດ, ກອງປະຊຸມຄັ້ງນີ້ ໄດ້ເຫັນດີຮັບຮອງເອົາທ່ານ Robert Matheus Michael Tene, ຈາກອິນໂດເນເຊຍ ເປັນຮອງເລຂາທິການໃຫຍ່ອາຊຽນ ຮັບຜິດຊອບວຽກປະຊາຄົມ ແລະ ບໍລິຫານຄົນໃໝ່ ເຊິ່ງຈະດໍາລົງຕໍາແໜ່ງດັ່ງກ່າວ ໃນໄລຍະ 2019-2022.

 

 

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485860
ມື້ນີ້159
ມື້ວານ206
ອາທິດນີ້896
ເດືອນນີ້5165