ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ-ແມ່ນ້ຳຄົງຄາ ຄັ້ງທີ 10 ແລະ ແມ່ນໍ້າຂອງຕອນລຸ່ມ-ສ. ອາເມລິກາ ຄັ້ງທີ 12

 

AMMLMI-1 AMMLMI-2

AMMLMI-3 AMMLMI-4

AMMLMI-5

 

ໃນວັນທີ 1 ສິງຫາ 2019, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບ​ການ​ຮ່ວມ​ມື ແມ່ນໍ້າຂອງຕອນລຸ່ມ-ສ. ອາເມລິກາ ຄັ້ງທີ 12 ແລະ ຂອບ​ການ​ຮ່ວມ​ມືແມ່ນໍ້າຂອງ-ແມ່​ນ້ຳ​ຄົງ​ຄາ ຄັ້ງທີ 10ທີ່ ບາງກອກ, ຣາຊະອານາຈັກໄທ, ຊຶ່ງມີບັນດາລັດຖະມົນຕີ ແລະ ຄະນະຜູ້ແທນ ຈາກປະເທດແມ່ນໍ້າຂອງ (ກໍາປູເຈຍ, ລາວ, ມຽນມາ, ໄທ, ຫວຽດນາມ) ແລະ ບັນດາຄູ່ຮ່ວມພັດທະນາ (ສ. ອາເມລິກາ ແລະ ອິນ​ເດຍ) ລວມທັງກອງເລຂາອາຊຽນ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງຕອນລຸ່ມ-ສ. ອາເມລິກາ ຄັ້ງທີ 12, ​ເປັນ​ປະ​ທານຮ່ວມ ລະຫວ່າງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະລັດ ອາເມລິກາ​. ກອງ​ປະ​ຊຸມ ໄດ້ສະແດງຄວາມຍິນດີຕໍ່ໝາກຜົນຂອງການຈັດຕັ້ງປະຕິບັດບັນດາແຜນວຽກ ແລະ ໂຄງການຕ່າງໆ ພາຍໃຕ້ຂອບຮ່ວມມືດັ່ງກ່າວໃນໄລຍະ 10 ປີ ຜ່ານມາ, ຊຶ່ງໃນນັ້ນ ສປປ ລາວ ກໍໄດ້ຮ່ວມກັບ ສ. ອາເມລິກາ ສໍາເລັດການຈັດຕັ້ງປະຕິບັດບັນດາໂຄງການຝຶກອົບຮົມດ້ານເຕັກນິກວິຊາການແບບຕໍ່ເນື່ອງເພື່ອຍົກລະດັບຄວາມອາດສາມາດໃຫ້ແກ່ບຸກຄະລາກອນ ຂອງ ສປປ ລາວ ຊຶ່ງບັນດາໂຄງການທີ່ພົ້ນເດັ່ນລວມມີ: ໂຄງການຝຶກອົບຮົມພາສາອັງກິດສະເພາະດ້ານໃຫ້ແກ່ພະນັກງານລັດຖະກອນ ຢູ່ ສະຖາບັນການຕ່າງປະເທດ ໃນລະ ຫວ່າງປີ 2011-2017, ໂຄງການພື້ນຖານໂຄງລ່າງທີ່ທັນສະໄໝສໍາລັບແມ່ນໍ້າຂອງ (Smart Infrastructure for the Mekong ຫລື SIM) ຢູ່ ກະຊວງພະລັງງານ ແລະ ບໍ່ແຮ່ ຈໍານວນທັງຫມົດ 5 ໂຄງການ ໃນລະຫວ່າງປີ 2014-2017 ລວມມູນຄ່າຫຼາຍກວ່າ 1,75 ລ້ານໂດລາສະຫະລັດ, ໂຄງການເຊື່ອມຈອດແມ່ນໍ້າຂອງໂດຍຜ່ານການສຶກສາ ແລະ ຝຶກອົບຮົມ (Connecting the Mekong through Education and Training ຫລື COMET) ຈໍານວນ 1 ໂຄງການ ສໍາລັບສົກປີ 2016-2017 ຢູ່ ມະຫາວິທະຍາໄລແຫ່ງຊາດ ແລະ ໃນປີ 2017 ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ແລະ ອົງການການສຶກສາໂລກ(World Education) ໄດ້ຮ່ວມສ້າງຕັ້ງສູນຝຶກອົບຮົມຝີມືແຮງງານສໍາລັບຜູ້ປະກອບການເພດຍິງ (Women’s Entrepreneurial Centre), ຢູ່ ນະຄອນຫຼວງວຽງຈັນ. ນອກຈາກນີ້, ບັນດາລັດຖະມົນຕີ ຍັງໄດ້ປຶກສາຫາລືກັນ ກ່ຽວກັບເອກະສານແນວຄວາມຄິດໃໝ່ທີ່ ສະຫະລັດ ອາເມລິກາ ສະເໜີຂຶ້ນ ຊື່ວ່າ: ໂຄງການຜົນກະທົບຕໍ່ສາທາລະນະ ຫລື LMI Public Impact Program ພ້ອມທັງ ແລກປ່ຽນຄວາມຄິດຄວາມເຫັນ ກ່ຽວກັບອານາຄົດຂອງແມ່ນໍ້າຂອງ ໂດຍເນັ້ນໃສ່ຂົງເຂດຈຸດສຸມຂອງການຮ່ວມມືໃນປີຕໍ່ໜ້າ.ກອງປະຊຸມດັ່ງກ່າວຍັງໄດ້ຮັບຮອງເອົາເອກະສານສໍາຄັນ ຈໍານວນ 2 ສະບັບຄື: ຖະແຫຼງການຮ່ວມ ວ່າດ້ວຍການສະເຫຼີມສະຫຼອງຂອບການຮ່ວມມືແມ່ນໍ້າຂອງຕອນລຸ່ມ-ສ. ອາເມລິກາ ຄົບຮອບ 10 ປີ ແລະ ຖະແຫຼງການຮ່ວມ ວ່າດ້ວຍການຮັດແໜ້ນຄວາມຮ່ວມມື ລະຫວ່າງ ເພື່ອນແມ່ນໍ້າຂອງຕອນລຸ່ມ ເພື່ອເປັນທິດທາງໃຫ້ແກ່ການຮ່ວມມືໃນຕໍ່ໜ້າ ແນໃສ່ສົ່ງເສີມການພັດທະນາເສດຖະກິດ-ສັງຄົມ ແລະ ຍົກສູງລະດັບຊີວິດການເປັນຢູ່ຂອງປະຊາຊົນ ໃນອະນຸພາກພື້ນແມ່ນໍ້າຂອງໃຫ້ດີຂຶ້ນເທື່ອລະກ້າວ. ພິ​ເສດ ກ່ອນດຳ​ເນີນກອງປະຊຸມ ບັນ​ດາ​ລັດ​ຖະ​ມົນ​ຕີ ແລະ ຜູ້​ເຂົ້າ​ຮ່ວມທັງ​ໝົດ​ ໄດ້​ຮັບ​ຊົມວີ​ດີ​ໂອໝາກ​ຜົນຂອງ​ການ​ຮ່ວມ​ມື ໃນ​ຂອບ​ການ​ຮ່ວມ​ມື​ແມ່​ນ້ຳ​ຂອງ - ສ. ອາ​ເມ​ລິ​ກາ ​ຄົບ​ຮອບ 10 ປີ ແລະ ຕອນ​ທ້າຍ​ຂອງກອງ​ປະ​ຊຸມ ບັນ​ດາ​ລັດ​ຖະ​ມົນ​ຕີກໍ​ຍັງ​ໄດ້​ຮ່ວມພິ​ທີມອບ​ລາງວັນ​ໃຫ້ບັນ​ດາ​ອະ​ດີດນັກ​ສຶກ​ສາ​ທີ່​ດີ​ເດັ່ນຂອງLMI (LMI Outstanding Alumni Award Ceremony).

ໃນຕອນບ່າຍຂອງວັນດຽວກັນ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ຍັງ​ໄດ້​ເຂົ້າ​ຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບ​ການ​ຮ່ວມ​ມືແມ່ນໍ້າຂອງ-ແມ່ນ້ຳຄົງຄາ ຄັ້ງທີ 10, ຊຶ່ງເປັນປະທ່ານຮ່ວມລະຫວ່າງທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ຂອງ ສສ. ຫວຽດ​ນາມ ແລະ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຂອງ ອິນເດຍ. ກອງປະຊຸມ ໄດ້ທົບທວນຄືນຄວາມຄືບໜ້າຂອງ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານຕ່າງໆ​ພາຍ​ໃຕ້​ຂອບ​ການ​ຮ່ວມ​ມື​ດັ່ງ​ກ່າວ ໃນ​ໄລ​ຍະ 1 ປີ​ຜ່ານ​ມາ ໂດຍ​ສະ​ເພາະ​ແມ່ນ ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານບູ​ລິ​ມະ​ສິດຕ່າງໆ ຢູ່​ໃນ​ແຜນ​ປະ​ຕິ​ບັດ​ງານ​ຂອບ​ການ​ຮ່ວມ​ມືແມ່ນໍ້າຂອງ-ແມ່ນ້ຳຄົງຄາ2016-2018 ເຊັ່ນ: ວຽກງານດ້ານການທ່ອງທ່ຽວ, ວັດທະນະທຳ, ​ສຶກສາທິການ, ສາທາລະນະສຸກ, ຄົມມະນາຄົມ-ຂົນສົ່ງ, ຂໍ້ມູນຂ່າວສານແລະເຕັກໂນໂລຊີການສື່ສານ(ICT), ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງແລະກະສິກຳ, ລວມທັງຄວາມຄືບໜ້າຂອງການຈັດຕັ້ງປະຕິບັດໂຄງ​ການ​ເຫັນ​ຜົນ​ໄວ (Quick Impact Project - QIP) ແລະ ການປຶກ​ສາ​ຫາ​ລື​ແລກ​ປ່ຽນ​ຄຳ​ຄິດ​ເຫັນ ກ່ຽວ​ກັບ ການ​ຮ່ວມ​ມື​ໃນ​ຕໍ່​ໜ້າ. ສຳ​ລັບ​ໂຄງ​ການ​ເຫັນ​ຜົນ​ໄວ​ທີ່ ສ​ປ​ປ ລາວ ​ໄດ້​ຮັບມີທັງ​ໝົດ 3 ໂຄງ​ການ ລວມ​ມູນ​ຄ່າ 150,000 ໂດ​ລາ​ສະ​ຫະ​ລັດ ຄື: 1) ໂຄງການຈັດຫາອຸປະກອນຫ້ອງວິໄຈຝຸ່ນທີ່ກົມຄຸ້ມຄອງແລະພັດທະນາທີ່ດິນກະສິກຳ; 2) ໂຄງການສົ່ງເສີມຄອບຄົວຕົວແບບເພຶ່ອລ້ຽງແບ້ເປັນຟາມທີ່ບ້ານແຈ້ງເມືອງໂທລະຄົມແຂວງວຽງຈັນ; ແລະ 3) ໂຄງການຂະຫຍາຍການປູກໝາກແໜ່ງອິນເດຍ (ໝາກແໜ່ງຂຽວ) ໃຫ້ແກ່ຊາວກະສິກອນທີ່ເມືອງປາກ​ຊ່ອງແຂວງຈຳປາສັກ. ປະ​ຈຸ​ບັນ​ກຳ​ລັງ​ຢູ່​ໃນຂັ້ນ​ຕອນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ. ນອກ​ຈາກນີ້, ກອງ​ປະ​ຊຸມ​ຍັງ​ໄດ້ພິ​ຈາ​ລະ​ນາ ແລະ ​ເຫັນ​ດີ​ຮັບ​ຮອງ​ເອົ​າ 2 ເອກະສານສໍາຄັນຄື: ຖະແຫຼງການຮ່ວມຂອງກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ແມ່ນໍ້າຂອງ-ແມ່ນ້ຳຄົງຄາ ຄັ້ງທີ 10 ແລະ ແຜນປະຕິບັດງານຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນ້ຳຄົງຄາ 2018-2022 ສະບັບໃໝ່. ​

 

 

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485994
ມື້ນີ້125
ມື້ວານ168
ອາທິດນີ້1030
ເດືອນນີ້5299