ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ແລະ ກອງປະຊຸມທີ່ກ່ຽວຂ້ອງອື່ນໆ ແບບທາງໄກ

 

ASEANsummit36-1

ASEANsummit36-3

ASEANsummit36-2-1

 

ໃນວັນທີ 26 ມິຖຸນາ 2020, ພະນະທ່ານ ທອງລຸນ ສີສຸລິດ, ນາ​ຍົກລັດ​ຖະ​ມົນ​ຕີ ແຫ່ງ ສປປ ລາວ, ໄດ້ນຳ ພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ຂອງຜູ້ນໍາອາຊຽນ ແລະ ກອງປະຊຸມທີ່ກ່ຽວຂ້ອງອື່ນໆ ແບບທາງໄກ, ພາຍໃຕ້ການເປັນປະທານຂອງ ສສ. ຫວຽດນາມ ໃນຖານະປະທານໝູນວຽນອາຊຽນ ປີ 2020, ທີ່ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ນະຄອນຫຼວງວຽງຈັນ.

ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ ຄັ້ງ​ທີ 36 ແບບທາງໄກນີ້, ບັນດາຜູ້ນຳອາຊຽນ ໄດ້ພ້ອມກັນປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບ ຄວາມພະຍາຍາມໃນການສືບຕໍ່ສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ ໂດຍຜ່ານການຮ່ວມມືທັງໃນຂອບອາຊຽນ ແລະ ລະຫວ່າງ ອາຊຽນ ກັບຄູ່ເຈລະຈາ ແລະ ຄູ່ຮ່ວມມືພາຍນອກອື່ນໆ ໂດຍສະເພາະທ່າມກາງສະພາບປະຈຸບັນທີ່ພາກພື້ນ ແລະ ໃນໂລກ ປະສົບກັບສິ່ງທ້າທາຍຈາກການລະບາດຂອງໂຄວິດ-19 ພາຍໃຕ້ຄຳຂວັນ: “ອາຊຽນທີ່ໜຽວແໜ້ນ ແລະ ຕອບສະໜອງຕໍ່ສະພາບການ”. ໃນນີ້, ຜູ້ນໍາອາຊຽນ ໄດ້ຕີລາຄາສູງຕໍ່ຄວາມຄືບໜ້າໃນການຈັດຕັ້ງປະຕິບັດວິໄສທັດອາຊຽນ 2025 ທີ່ກຳລັງຢູ່ໃນໄລຍະການທົບທວນກາງສະໄໝການຈັດຕັ້ງປະຕິບັດວິໄສທັດດັ່ງກ່າວ ທີ່ກວມເອົາສາມເສົາຄ້ຳ ຄື: ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ສັງຄົມ-ວັດທະນະທຳ. ພ້ອມນັ້ນ, ປຶກສາຫາລືກັນ ກ່ຽວກັບ ທິດທາງໃນຕໍ່ໜ້າຂອງອາຊຽນ ໂດຍສະເພາະການຟື້ນຟູເສດຖະກິດສັງຄົມຮອບດ້ານຫຼັງໂຄວິດ-19. ພະນະທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ, ໄດ້ຕີລາຄາສູງ    ກ່ຽວກັບ ຜົນສຳເລັດຂອງອາຊຽນໃນປີຜ່ານມາ ແລະ ໄດ້ຢໍ້າຄືນການສືບຕໍ່ເພີ່ມທະວີການຮ່ວມມືກັນ ເພື່ອປ້ອງກັນບໍ່ໃຫ້ພະຍາດໂຄວິດ-19 ກັບຄືນມາລະບາດຮອບໃໝ່ ໂດຍສືບຕໍ່ການແລກປ່ຽນຂໍ້ມູນ-ຂ່າວສານ ແລະ ບົດຮຽນໃນການສະກັດກັ້ນ, ປິ່ນປົວ, ຄົ້ນຄວ້າ ແລະ ພັດທະນາ, ແລະ ຜະລິດຢາປົວພະຍາດໂຄວິດ ກໍຄື ຢາວັກແຊັງ ໃຫ້ໄດ້ໂດຍໄວ;ການກຽມພ້ອມຟື້ນຟູເສດຖະກິດສັງຄົມຮອບດ້ານຫຼັງໂຄວິດ-19 ໂດຍສະເພາະຟື້ນຟູບັນດາຂົງເຂດທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ແລະ ການເຊື່ອມຈອດອາຊຽນ ເປັນຕົ້ນການຮັບປະກັນຕ່ອງໂສ້ດ້ານການຄ້າ, ສະຖຽນລະພາບຂອງການລົງທຶນໃນອາຊຽນ, ແກ້ໄຂບັນຫາໄພຫວ່າງງານ ແລະ ຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ, ເຊິ່ງທັງໝົດນີ້ໄດ້ປະກອບສ່ວນເຂົ້າໃນການຫຼຸດຜ່ອນຄວາມແຕກໂຕນດ້ານການພັດທະນາ ລະຫວ່າງປະເທດອາຊຽນດ້ວຍກັນ ແລະ ສ້າງຄວາມເຂັ້ມແຂງຮອບດ້ານໃຫ້ແກ່ປະຊາຄົມອາຊຽນ, ລວມທັງ ການປັບຕົວຂອງສັງຄົມເຂົ້າກັບສະພາບວິຖີຊີວິດໃໝ່ (New Normal). ພ້ອມກັນນີ້, ບັນດາຜູ້ນໍາອາຊຽນ ຍັງໄດ້ປຶກສາຫາລື ແລະ ແລກປ່ຽນທັດສະນະ ກ່ຽວກັບ ການພົວພັນຮ່ວມມືອາຊຽນກັບພາຍນອກ ແລະ ບັນຫາພົ້ນເດັ່ນຢູ່ພາກພື້ນ ແລະ ສາກົນ. ໃນນີ້, ໄດ້ຕີລາຄາສູງຕໍ່ຜົນສຳ ເລັດໃນການພົວພັນຮ່ວມມືກັບພາຍນອກໃນໄລຍະຜ່ານມາ, ເຊິ່ງໄດ້ປະກອບສ່ວນເຂົ້າໃນການສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມເປັນແກນກາງຂອງອາຊຽນ, ແລະ ໃນການພັດທະນາເສດຖະກິດ-ສັງຄົມຂອງອາຊຽນ ໂດຍສະເພາະສົ່ງເສີມຄວາມພະຍາຍາມຂອງອາຊຽນ ໃນການຕ້ານ, ຮັບມື ແລະ ແກ້ໄຂການລະບາດຂອງພະຍາດ   ໂຄວິດ-19 ແລະ ສະໜັບສະໜູນກອງທຶນສຸກເສີນອາຊຽນ ເພື່ອຮັບມື ແລະ ແກ້ໄຂພະຍາດໂຄວິດ ແລະ ຄັງແຮສຸກເສີນພາກພື້ນອາຊຽນດ້ານຢາປົວພະຍາດ ແລະ ອຸປະກອນການແພດ. ກອງປະຊຸມ ໄດ້ຮັບຮອງເອົາ 2 ເອກະສານສຳຄັນ ຄື: 1. ຖະແຫຼງການວິໄສທັດຂອງຜູ້ນຳອາຊຽນ ວ່າດ້ວຍ ອາຊຽນທີ່ໜຽວແໜ້ນ ແລະຕອບສະໜອງຕໍ່ສະພາບການ; ແລະ 2. ຖະແຫຼງການອາຊຽນ ວ່າດ້ວຍ ການພັດທະນາຊັບພະຍາກອນມະນຸດ ເພື່ອຮອງຮັບການປ່ຽນແປງອາຊີບທີ່ເກີດຂື້ນໃໝ່ໃນອະນາຄົດ.

ໃນໂອກາດກອງປະຊຸມສຸດຍອດອາຊຽນຄັ້ງນີ້, ບັນດາຜູ້ນຳອາຊຽນ ຍັງໄດ້ເຂົ້າຮ່ວມກອງປະຊຸມພິເສດຂອງຜູ້ນຳອາຊຽນກ່ຽວກັບ:ການສ້າງຄວາມເຂັ້ມແຂງແກ່ແມ່ຍິງໃນຍຸກດິຈີຕອນ; ໄດ້ພົບປະກັບສະມັດຊາລັດຖະສະພາອາຊຽນ (AIPA)”; ​ສະພາທີ່ປຶກສາທຸລະກິດອາຊຽນ (ASEAN BAC)ແລະ ​​​ຊາວໜຸ່ມອາຊຽແບບທາງໄກ, ເຊິ່ງໄດ້ຕີລາຄາສູງຕໍ່ການປະກອບສ່ວນອັນສຳຄັນເຂົ້າໃນການສືບຕໍ່ສ້າງປະຊາຄົມອາຊຽນຂອງ 3 ອົງການຈັດຕັ້ງດັ່ງກ່າວ ໃນໄລຍະທີ່ຜ່ານມາ ແລະ ສະເໜີໃຫ້ສືບຕໍ່.

 

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486047
ມື້ນີ້178
ມື້ວານ168
ອາທິດນີ້1083
ເດືອນນີ້5352