ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານຂອງ ລັດຖະມົນຕີກະຊວງການຕ່າງປະເທດ ເນື່ອງໃນໂອກາດວັນຄົບຮອບ 53 ປີ ແຫ່ງການສ້າງຕັ້ງອາຊຽນ ແລະ ຄົບຮອບ 23 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ

 

20200704-MessageOnAseanDay882020

 

 

-               ຮຽນບັນດາທ່ານຜູ້ນຳ ພັກ-ລັດ ທີ່ເຄົາລົບນັບຖືຢ່າງສູງ,

-               ບັນດາເພື່ອນມິດສະຫາຍ ພະນັກງານ, ທະຫານ, ຕໍາຫຼວດ ແລະພໍ່ແມ່ພີ່ນ້ອງຊາວລາວ​​   ທີ່ຮັກແພງທັງຫຼາຍ,

 

​​​​ມື້ນີ້, ວັນທີ 8 ສິງຫາ 2020 ນີ້ ເປັນວັນຄົບຮອບ 53 ປີ ແຫ່ງການສ້າງຕັ້ງອາຊຽນ ແລະ ເປັນປີຄົບຮອບ 23 ປີ ທີ່ ສປປ ລາວ ພວກເຮົາເຂົ້າເປັນສະມາຊິກອາຊຽນ ໃນວັນທີ 23 ກໍລະກົດ 1997. ສະນັ້ນ, ໃນໂອກາດນີ້ ສປປ ລາວ ພວກເຮົາ ພ້ອມດ້ວຍບັນດາປະເທດສະມາຊິກອາຊຽນ ຈຶ່ງໄດ້ສະເຫຼີມສະຫຼອງວັນສຳຄັນດັ່ງກ່າວນີ້.

ອາຊຽນ ປະກອບ​ດ້ວຍ 10 ປະ​ເທດສະມາຊິກ ທີ່ມີທີ່​ຕັ້ງ​ຢູ່​ໃນ​ພາກ​ພື້ນ​ອາຊີ​ອາຄະ​ເນ, ເປັນອົງການຈັດຕັ້ງພາກພື້ນ ລະຫວ່າງ ລັດຖະບານທີ່ໄດ້ຮັບການສ້າງຕັ້ງ​ຂຶ້ນ​ໃນປີ 1967 ໂດຍ​ມີ​ຈຸດປະສົງ ເພື່ອ​ປົກ​ປັກ​ຮັກສາ ​ແລະ ສົ່ງ​ເສີມ​ສັນຕິພາບ, ສະຖຽນລະ​ພາບ ແລະ ການ​ຮ່ວມ​ມື ເພື່ອ​ຄວາມ​ສົມບູນ​ພູນ​ສຸກ​ຂອງບັນດາ​ປະເທດສະມາຊິກ. ຕະຫຼອດໄລຍະ 53 ປີ, ອາຊຽນໄດ້ກາຍເປັນອົງການຈັດຕັ້ງພາກພື້ນ ທີ່ໄດ້ຮັບຜົນສໍາເລັດເປັນຮູບປະທຳຫຼາຍດ້ານ ເປັນຕົ້ນ: ການປະກາດສ້າງຕັ້ງປະຊາຄົມອາຊຽນຢ່າງເປັນທາງການໃນທ້າຍປີ 2015, ຊຶ່ງເປັນປະຊາຄົມທີ່ມີປະຊາຊົນເປັນແກນກາງ ແລະ ໄປຕາມທິດຂອງປະຊາຊົນ. ອາຊຽນ ເປັນຂົງເຂດທີ່ມີສັນຕິພາບ ແລະ ສະຖຽນລະພາບຍາວນານ; ການຮ່ວມມືດ້ານເສດຖະກິດ ແມ່ນໄດ້ຮັບຜົນສໍາເລັດເປັນທີ່ໜ້າເພິ່ງພໍໃຈ ສາມາດເຊື່ອມໂຍງເຂົ້າກັບເສດຖະກິດພາກພື້ນ ແລະ ສາກົນ; ອັນໄດ້ປະກອບສ່ວນເຂົ້າໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນອາຊຽນ ໃຫ້ນັບມື້ນັບດີຂຶ້ນ. ນອກນີ້, ຜົນສໍາເລັດຂອງອາຊຽນ ແມ່ນຖືກຮັບຮູ້ຢ່າງກ້ວາງຂວາງຈາກສາກົນ ໂດຍສະເພາະແມ່ນຄວາມເປັນແກນກາງ, ບົດບາດນໍາພາ ແລະ ຄວາມເປັນເອກະສັນຂອງອາຊຽນ ທີ່ເປັນຫຼັກການພື້ນຖານອັນສຳຄັນຮັບປະກັນ ໃຫ້ແກ່ບັນດາຜົນສຳເລັດທີ່ກ່າວມາຂ້າງເທິງ ແລະ ການພົວພັນຮ່ວມມືກັບພາຍນອກ.

ໃນປີ 2020 ນີ້,ອາຊຽນ ກໍ່ຄືຫຼາຍພາກພື້ນ ໄດ້ປະເຊີນກັບສິ່ງທ້າທາຍຫຼາຍຢ່າງ ເປັນຕົ້ນໄພພິບັດທຳມະຊາດ ແລະ ການແຜ່ລະບາດຂອງພະຍາດໂຄວິດ-19 ອັນໄດ້ສົ່ງຜົນກະທົບທີ່ໜັກໜ່ວງຕໍ່ສັງຄົມ, ເສດຖະກິດ, ສະຖຽນລະພາບດ້ານການເມືອງ ແລະ ຄວາມໝັ້ນຄົງໃນພາກພື້ນ ແລະ ໃນໂລກ. ຕໍ່ໜ້າສະພາບການດັ່ງກ່າວ, ອາຊຽນ ໄດ້ເພີ່ມທະວີການຮ່ວມມືທີ່ໃກ້ຊິດກັນກວ່າເກົ່າ ບົນຈິດໃຈຄຳຂວັນ ອາຊຽນທີ່ໜຽວແໜ້ນ ແລະຕອບສະໜອງຕໍ່ສະພາບການພາຍໃຕ້ການເປັນປະທານຂອງ ສສ. ຫວຽດນາມ ໃນປີ 2020 ນີ້, ເຊິ່ງສະແດງອອກໃຫ້ເຫັນໃນເວທີປຶກສາຫາລືກັນແບບທາງໄກຂອງການນຳແຕ່ລະຂັ້ນ ແລະ ແຕ່ລະຂະແໜງການຂອງປະເທດສະມາຊິກອາຊຽນ ກໍ່ຄື ລະຫວ່າງ ອາຊຽນກັບ ປະເທດຄູ່ເຈລະຈາຂອງອາຊຽນ ກ່ຽວກັບ ມາດຕະການສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ ແລະ ການແກ້ໄຂບັນຫາຜົນກະທົບຂອງພະຍາດໂຄວິດຕໍ່ເສດຖະກິດ ແລະ ສັງຄົມ ໃນພາກພື້ນ ແລະ ໃນໂລກ.

 

ບັນດາທ່ານ, ບັນດາສະຫາຍ ແລະ ພໍ່ແມ່ພີ່ນ້ອງທັງຫຼາຍ

ໃນທ້າຍເດືອນມິຖຸນາ 2020 ຜ່ານມາ, ອາຊຽນ ໄດ້ສຳເລັດການຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງແບບທາງໄກ ພາຍໃຕ້ການເປັນປະທານຂອງນາຍົກລັດຖະມົນຕີ ສສ. ຫວຽດນາມ, ກອງປະຊຸມຄັ້ງນີ້ໄດ້ຕີລາຄາສູງຕໍ່ການຮ່ວມມື ເພື່ອຕອບໂຕ້ ແລະ ຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19, ກໍຄືການປ້ອງກັນບໍ່ໃຫ້ພະຍາດໂຄວິດ-19 ກັບຄືນມາແຜ່ລະບາດຮອບໃໝ່. ໃນນີ້, ຜູ້ນຳອາຊຽນ ແລະ ຄູ່ເຈລະຈາ ໄດ້ພ້ອມກັນເຫັນດີເພີ່ມທະວີການຮ່ວມມືຢ່າງໃກ້ຊິດ ຄື:  

  1. ສືບຕໍ່ຮັດແໜ້ນການຮ່ວມມືດ້ານສາທາລະສຸກ ເປັນຕົ້ນ: ການແລກປ່ຽນຂໍ້ມູນຂ່າວສານ ແລະ ບົດຮຽນທີ່ດີ; ການຄົ້ນຄວ້າ ແລະ ພັດທະນາຢາວັກແຊັງປ້ອງກັນພະຍາດໂຄວິດ-19;
  2. ການສ້າງຕັ້ງກອງທຶນສຸກເສີນອາຊຽນເພື່ອຮັບມື ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ພະຍາດລະບາດອື່ນໆທີ່ຈະເກີດຂຶ້ນໃນອະນາຄົດ ແລະ ການສ້າງຄັງແຮສຸກເສີນຢາປົວພະຍາດ ແລະ ອຸປະກອນການແພດລະດັບພາກພື້ນ;
  3. ສຸມໃສ່ຟື້ນຟູເສດຖະກິດ-ສັງຄົມ, ການເຊື່ອມຈອດ ເປັນຕົ້ນການສະໜອງດ້ານການຄ້າແບບຕ່ອງໂສ້ ແລະ ການລົງທຶນພາຍໃນອາຊຽນ, ແກ້ໄຂບັນຫາໄພຫວ່າງງານ, ຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ, ການພັດທະນາຊັບພະຍາກອນມະນຸດ, ການຫັນໄປສູ່ເສດຖະກິດດີຈິຕອນເທື່ອລະກ້າວ; ສ້າງຄວາມເຂັ້ມແຂງຮອບດ້ານໃຫ້ແກ່ປະຊາຄົມອາຊຽນ, ລວມທັງ ການປັບຕົວຂອງສັງຄົມເຂົ້າກັບສະພາບວິຖີຊີວິດໃໝ່ (New Normal); ແລະ ແຜນການຟື້ນຟູເສດຖະກິດຮອບດ້ານ.

 

ບັນ​ດາ​ທ່ານ, ພໍ່​ແມ່​ພີ່ນ້ອງ ທີ່ຮັກ​ແພງ ​ທັງຫຼາຍ,

ຕະຫຼອດໄລຍະ 23 ປີ ທີ່ ສປປ ລາວເຮົາ ເປັນສະມາຊິກອາຊຽນ, ພວກເຮົາສາມາດຍາດໄດ້ຜົນສຳເລັດເປັນກ້າວໆມາ ໂດຍ​ໄດ້​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ໃນ​ຂະ​ບວນການ​ລວມຂອງ​ອາຊຽນ   ຢ່າງເຕັມສ່ວນ ແລະ ມີຄວາມຮັບຜິດຊອບສູງ ໂດຍໄດ້ຮັບຜົນປະໂຫຍດຫຼາຍດ້ານ, ເຊິ່ງທັງໝົດນີ້ ໄດ້​ປະກອບສ່ວນ​ອັນສຳຄັນເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມຂອງ ສປປ ລາວ; ໄດ້ຍົກສູງຖານະບົດບາດຂອງ ສປປ ລາວ ໃຫ້ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ; ສືບຕໍ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ແລະ ການສະໜັບສະໜູນຮ່ວມມືຊ່ວຍເຫຼືອ ຈາກປະເທດສະມາຊິກອາຊຽນດ້ວຍກັນ ກໍ່ຄືປະເທດຄູ່ເຈລະຈາ ແລະ ຄູ່ຮ່ວມມືພາຍນອກອາຊຽນ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ; ຊັບພະຍາກອນມະນຸດ ກໍໄດ້ຮັບການພັດທະນາຂຶ້ນເທື່ອລະກ້າວ. ຂ້າພະເຈົ້າ ເຫັນວ່າ: ນີ້ແມ່ນໝາກຜົນອັນເປັນຮູບປະທໍາ ແຫ່ງ​ການ​ດຳ​ເນີນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ: ສັນຕິພາບ, ເອກະລາດ, ມິດຕະພາບ ​ແລະ ການ​ຮ່ວມ​ມື​ຢ່າງ​ສະ​ເໝີຕົ້ນສະ​ເໝີປາຍ ກໍ​ຄືແນວທາງການປ່ຽນແປງໃໝ່ຂອງພັກ-ລັດ​ເຮົາ.

ໃນທ່າມກາງທີ່ສະພາບການ ໃນພາກພື້ນ ແລະ ສາກົນ ກໍາລັງປະເຊີນໜ້າກັບສິ່ງທ້າທາຍຈາກການແຜ່ລະບາດຂອງພະຍາດໂຄວິດ-19, ສປປ ລາວເຮົາ ກໍໄດ້ຮ່ວມແຮງຮ່ວມໃຈກັນ ພາຍໃຕ້ການຊີ້ນໍາ-ນໍາພາ ອັນແທດເຖິງຂອງພັກ-ລັດ ແລະ ການປະກອບສ່ວນຂອງທຸກພາກສ່ວນໃນສັງຄົມ ລວມທັງການຮ່ວມມືສະໜັບສະໜູນ ແລະ ຊ່ວຍເຫຼືອຢ່າງທັນການ ຈາກບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ເປັນຕົ້ນອົງການອະນາໄມໂລກ ໃນການປ້ອງກັນ, ຮັບມື ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ອັນໄດ້ເຮັດໃຫ້ ສປປ ລາວ ສາມາດປະສົບຜົນສໍາເລັດໃນເບື້ອງຕົ້ນ.

 

ບັນດາທ່ານ, ບັນດາສະຫາຍ ແລະ ພໍ່ແມ່ພີ່ນ້ອງທັງຫຼາຍ​​,

ຜົນສຳເລັດທັງໝົດ ທີ່ ສປປ ລາວ ພວກເຮົາຍາດມາໄດ້ຕະຫຼອດ​ໄລຍະທີ່ເປັນສະມາຊິກອາຊຽນ ກໍຍ້ອນ​ໄດ້​ຮັບ​ການ​ຊີ້​ນຳ-ນຳພາ​ຢ່າງ​​ແທດເຖິງ ຂອງ​ການນໍາພັກ-ລັດ ​ແລະ ຍ້ອນ​ຄວາມ​ເປັນ​ເຈົ້າ​ການ​ຂອງ​​ພະນັກງານລັດຖະກອນ​ທຸກ​ພາກສ່ວນ ນັບ​ແຕ່​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ ໃນການປະກອບສ່ວນຢ່າງຫ້າວຫັນ, ເຕັມສ່ວນ ແລະ ມີປະສິດທິພາບສູງ​ເຂົ້າ​ໃນ​ວຽກງານ​ອາຊຽນ. ນະໂອກາດນີ້, ຂ້າພະເຈົ້າຂໍຕາງໜ້າ​ໃຫ້​ລັດຖະບານສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ຈິງ​ໃຈ ​ແລະ ຮູ້​ບຸນຄຸນ​ຢ່າງ​ເລິກ​ເຊິ່ງ​ ແລະ ຍ້ອງຍໍ​ຊົມ​ເຊີຍຕໍ່​ການຮ່ວມມື, ຊ່ວຍ​ເຫຼືອ​, ສະໜັບສະໜູນ ແລະ ການ​ປະກອບສ່ວນ​ຂອງ​ທຸກ​ພາກສ່ວນ​ຢ່າງ​ສຸດ​ໃຈ.

ພ້ອມນີ້, ຂ້າພະ​ເຈົ້າ ຂໍ​ຮຽກຮ້ອງມາ​ຍັງພະນັກງານ, ທະຫານ, ຕຳຫຼວດ, ນັກ​ສຶກສາປັນຍາຊົນ ຕະຫຼອດ​ຮອດ​ປະຊາຊົນ​ລາວ​ບັນດາ​ເຜົ່າ ຈົ່ງ​ພ້ອມ​ກັນ​ເພີ່ມ​ທະວີ​ຄວາມ​ເປັນ​ເຈົ້າ​ການ​ໃນ​ການຮັບມື ແລະ ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງມີປະສິດທິຜົນສູງ ແລະ ສືບຕໍ່ໃຫ້ຄວາມສຳຄັນ ໃນການ​ຜັນ​ຂະຫຍາຍແນວທາງນະ​ໂຍບາຍ​ການ​ຕ່າງປະ​ເທດ ສັນຕິພາບ, ເອກະລາດ, ມິດຕະພາບ ​ແລະ ການ​ຮ່ວມ​ມື​ ຂອງ​ພັກ ​ແລະ ລັດຖະບານ​ ກໍຄືເອົາໃຈໃສ່ປະກອບສ່ວນເຄື່ອນໄຫວໃນວຽກງານ​ອາຊຽນ ​ເພື່ອ​ຍາດແຍ່ງ​ເອົາ​ຜົນ​ປະ​ໂຫຍ​ດອັນ​ສູງ​ສຸດ​ມາສູ່​ປະ​ເທດ​ຊາດພວກເຮົາ.

ຂ້າພະເຈົ້າ ຂໍຖືໂອກາດນີ້ ສົ່ງພອນໄຊອັນປະເສີດມາຍັງບັນດາທ່ານ ການນຳພັກ-ລັດ, ພະນັກງານ, ທະຫານ, ຕຳຫຼວດ ແລະ ຕະຫຼອດຮອດພີ່ນ້ອງຊາວລາວທຸກຖ້ວນໜ້າ ທັງຢູ່ພາຍໃນ ແລະ ຕ່າງປະເທດ ທີ່​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າເຂົ້າ​ໃນ​ພາລະກິດ​ແຫ່ງ​ການປົກປັກຮັກສາ ແລະ ​ສ້າງສາ​ພັດທະນາ​ປະ​ເທດ​ຊາດ, ​ເວົ້າ​ລວມ ​ແລະ ເວົ້າ​ສະ​ເພາະປະກອບສ່ວນ​​ເຂົ້າ​ໃນ​ການເຄື່ອນ​ໄຫ​ວວຽກງານ​ອາຊຽນຕະຫຼອດ ​ໄລຍະ 23 ປີ ທີ່ຜ່ານ​ມາ, ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານ​ອັນມີກຽດສະຫງ່າຂອງທ່ານ ແລະ ຮ່ວມກັນ​ສະເຫຼີມສະຫຼອງ ແລະ ລະນຶກເຖິງວັນຄົບຮອບ 53 ປີ ຂອງ​ອາຊຽນ ແລະ ຄົບຮອບ 23 ປີ ຂອງການເຂົ້າເປັນສະມາຊິກອາຊຽນຂອງ ສປປ ລາວ ຢ່າງ​ມີເນື້ອໃນ ແລະ ເໝາະສົມ ເພື່ອຢືນຢັນຢ່າງໜັກແໜ້ນວ່າ: ອາຊຽນເປັນອົງການຈັດຕັ້ງພາກພື້ນ ລະຫວ່າງລັດຖະບານທີ່ມີບົດບາດສໍາຄັນ ແລະ ມີ​ຜົນສໍາເລັດທີ່ຫຼາຍພາກພື້ນ ແລະ ສາກົນຮັບຮູ້ ແລະ ອາຊຽນ ຈະສືບຕໍ່ກ້າວໄປຂ້າງໜ້າຢ່າງໜັກແໜ້ນ ແລະ ຄວາມເປັນແກນກາງຂອງອາຊຽນ ຈະໄດ້ຮັບການສືບຕໍ່ເສີມຂະຫຍາຍຍິ່ງໆຂຶ້ນ.

 

ຂໍ​ຂອບ​ໃຈ.

 

----------------*******---------------

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485864
ມື້ນີ້163
ມື້ວານ206
ອາທິດນີ້900
ເດືອນນີ້5169