ໃນຕອນເຊົ້າວັນທີ 15 ກັນຍາ 2020, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມວິທະຍາສາດ ໃນຂົງເຂດວຽກງານການຕ່າງປະເທດ, ທີ່ສູນຝຶກອົບຮົມ ແລະ ຮ່ວມມືສາກົນ (ICTC), ໃຫ້ກຽດເປັນປະທານກອງປະຊຸມໂດຍ ພະນະທ່ານ ສົມສະຫວາດ ເລັ່ງສະຫວັດ, ອະດີດຮອງນາຍົກລັດຖະມົນຕີ ແລະ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ, ພ້ອມດ້ວຍຄະນະນຳກະຊວງການຕ່າງປະເທດ, ບັນດາທ່ານທູດອາວຸໂສບຳນານ, ບັນດາທ່ານຄະນະກົມ ແລະ ວິຊາການຂອງກະຊວງການຕ່າງປະເທດ ແລະ ກະຊວງອ້ອມຂ້າງສູນກາງ ຈຳນວນ 270 ທ່ານ.
ຈຸດປະສົງຂອງການຈັດກອງປະຊຸມວິທະຍາສາດຄັ້ງນີ້ ແມ່ນເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກກະຊວງການຕ່າງປະເທດ ແລະ ສະເຫຼີມສະຫຼອງວັນການທູດລາວ ຄົບຮອບ 75 ປີ (12 ຕຸລາ 1945-12 ຕຸລາ 2020) ທີ່ຈະໜູນວຽນມາເຖິງ.
ໃນເວລາທີ່ສະພາບການພາກພື້ນ ແລະ ສາກົນ ມີການຜັນແປໄປຢ່າງເລິກເຊິ່ງ, ສັບສົນ ແລະ ສະຫຼັບສັບຊ້ອນ ເຊິ່ງມີທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ສິ່ງທ້າທາຍ ແລະ ກາລະໂອກາດທີ່ເອື້ອອໍານວຍ, ເຮັດໃຫ້ການປະຕິບັດແນວທາງການຕ່າງປະເທດ, ການເຄື່ອນໄຫວວຽກງານການທູດທີ່ຖືກຕ້ອງ ແລະ ສອດຄ່ອງຍິ່ງມີຄວາມຈໍາເປັນ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອໍານວຍ ໃຫ້ແກ່ຍຸດທະສາດສໍາຄັນຂອງປະເທດຊາດ, ເພື່ອເຊື່ອມໂຍງ, ຊຸກຍູ້ ແລະ ສົ່ງເສີມການຮ່ວມມື ເພື່ອການພັດທະນາ ແລະ ແກ້ໄຂບັນຫາຮ່ວມກັນ ເພື່ອໃຫ້ເກີດສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງໃນພາກພື້ນກໍຄືສາກົນ. ສປປ ລາວ ໄດ້ຍືດໝັ້ນການປະຕິບັດແນວທາງການຕ່າງປະເທດສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ, ສົ່ງເສີມການພົວພັນຮ່ວມມືກັບຕ່າງປະເທດແບບຫຼາຍທິດ, ຫຼາຍຝ່າຍ, ຫຼາຍລະດັບບົນພື້ນຖານຫຼັກການເຄົາລົບເອກະລາດ, ອຳນາດອະທິປະໄຕເຊິ່ງກັນ ແລະ ກັນ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.
ສຳລັບວຽກງານການທູດລາວ ໄດ້ມີການເຄື່ອນໄຫວຢ່າງເອົາຈິງເອົາຈັງ ທັງໃນດ້ານການທູດສອງຝ່າຍ ແລະ ຫຼາຍຝ່າຍເປັນເຈົ້າການໃນການປົກປ້ອງສິດ ແລະ ຍາດຜົນປະໂຫຍດອັນຊອບທຳ ຈາກສາກົນມາສູ່ປະເທດຊາດ, ເຊິ່ງໃນຕະຫຼອດເວລາໄລຍະ 75 ປີ ທີ່ຜ່ານມາ, ການເຄື່ອນໄຫວວຽກງານການທູດລາວ ໄດ້ຮັບຜົນສໍາເລັດອັນໃຫຍ່ຫຼວງ. ມາຮອດປັດຈຸບັນ ສປປ ລາວ ໄດ້ສ້າງຕັ້ງສາຍພົວພັນທາງການທູດກັບ 143 ປະເທດ, ມີສໍານັກງານຕາງໜ້າການທູດຢູ່ຕ່າງປະເທດ 40 ແຫ່ງ, ໃນນີ້ ມີສະຖານເອກອັກຄະລັດຖະທູດ 26 ແຫ່ງ, ສໍານັກງານຜູ້ຕາງໜ້າຖາວອນ 3 ແຫ່ງ, ສະຖານກົງສຸນໃຫຍ່ 10 ແຫ່ງ, ຫ້ອງການກົງສຸນ 1 ແຫ່ງ, ກົງສຸນກິຕິມະສັກຂອງ ສປປ ລາວ ຢູ່ຕ່າງປະເທດ 12 ແຫ່ງ, ກົງສຸນກິຕິມະສັກຂອງຕ່າງປະເທດຢູ່ ສປປ ລາວ 18 ແຫ່ງ; ມີດ່ານສາກົນ 28 ແຫ່ງ; ໄດ້ເພີ່ມທະວີການພົວພັນກັບພັກການເມືອງຕ່າງໆໃນໂລກເກືອບ 140 ພັກ, ໄດ້ສ້າງຕັ້ງສະມາຄົມມິດຕະພາບກັບ 18 ປະເທດ, ສປປ ລາວ ມີຖານະບົດບາດສູງຂຶ້ນ, ໃນເວທີພາກພື້ນ ແລະ ສາກົນ, ມີເພື່ອນມິດສາກົນຢ່າງກວ້າງຂວາງ.