ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີແຫ່ງ ສປປ ລາວ ກ່າວຄຳເຫັນ ໃນກອງປະຊຸມສະມັດຊາໃຫຍ່ ສປຊ ສະໄໝ ທີ 75

 

2020928-pm-ga1

2020928-pm-ga2

 

ກອງປະຊຸມສະມັດຊາໃຫຍ່ ສປຊ ສະໄໝ ທີ 75 ພາກອະພິປາຍທົ່ວໄປ ໃນປີນີ້ຈັດຂື້ນໃນວັນທີ 22-29 ກັນຍາ 2020, ທີ່ ສຳນັກງານໃຫ່ອົງການ ສປຊ ທີ່ນິວຢອກ, ສະຫະລັດອາເມລິກາ ພາຍໃຕ້ຫົວຂໍ້ອະນາຄົດທີ່ພວກເຮົາຢາກໄດ້, ອົງການທີ່ພວກເຮົາຕ້ອງມີ: ຢືນຢັນຄືນຄວາມໝາຍໝັ້ນຮ່ວມກັນຕໍ່ຂອບການຮ່ວມມືຫຼາຍຝ່າຍ(The future we want, the United Nations we need: reaffirming our collective commitment to multilateralism). ແຕ່ເນື່ອງຈາກສະພາບການແຜ່ລະບາດຂອງພະຍາດ Covid-19, ຈຶ່ງເຮັດໃຫ້ຄະນະຜູ້ແທນຂອງບັນດາປະເທດຕ່າງໆ ບໍ່ສາມາດເດີນທາງເຂົ້າຮ່ວມກອງປະຊຸມຄັ້ງນີ້ໄດ້ດ້ວຍຕົນເອງ. ດັ່ງນັ້ນ ອົງການ ສປຊ ຈຶ່ງຈັດກອງປະຊຸມໃນຮູບແບບທາງໄກ ແລະ ໃຫ້ບັນດາຜູ້ນຳຂອງປະເທດຕ່າງໆ ກ່າວຄຳເຫັນ ໂດຍຜ່ານການບັນທຶກວີດີໂອ ແທນການເຂົ້າຮ່ວມແບບປົກກະຕິ.

ວີດີໂອບົດປາໄສຂອງ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ, ຫົວໜ້າຄະນະຜູ້ແທນ ແຫ່ງ ສປປ ລາວ ໄດ້ຖືກນໍາສະເໜີ ໃນວັນທີ 26 ກັນຍາ 2020, ໂດຍມີເນື້ອໃນສໍາຄັນໃນການຕີລາຄາສູງ ຕໍ່ການພົວພັນສາກົນແບບຫຼາຍຝ່າຍ, ໂດຍສະເພາະ ພາຍໃຕ້ກົດບັດ ອົງການສະຫະປະຊາຊາດ ໃນການປົກປັກຮັກສາ ສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ສົ່ງເສີມການຮ່ວມມືເພື່ອການພັດທະນາ ແລະ ການຊ່ວຍເຫຼືອຊຶ່ງກັນແລະກັນ ໃນການຮັບມືກັບສິ່ງທ້າທາຍຕ່າງໆ, ເປັນຕົ້ນ ການແກ້ໄຂຄວາມຂັດແຍ້ງດ້ວຍສັນຕິວິທີ, ການແກ້ໄຂຄວາມທຸກຍາກ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ໄພພິບັດທໍາມະຊາດ ແລະ ພະຍາດລະບາດ, ໂດຍສະເພາະ ການແຜ່ລະບາດຂອງ COVID-19 ທີ່ກຳລັງສົ່ງຜົນກະທົບຢ່າງຮ້າຍແຮງທາງດ້ານເສດຖະກິດ-ສັງຄົມ ຕໍ່ມວນມະນຸດພວກເຮົາ. ທ່ານ ໄດ້ຖືໂອກາດນີ້ ຊົມເຊີຍ ແລະ ຂອບໃຈ ຕໍ່ການຮ່ວມມື ແລະ ຊ່ວຍເຫຼືອຈາກບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ໃນການຊ່ວຍເຫຼືອ ສປປ ລາວ ຮັບມືກັບບັນຫາການແຜ່ລະບາດຂອງ COVID-19 ຊຶ່ງໄດ້ຮັບຜົນດີພໍສົມຄວນ ມີພຽງ 23 ກໍລະນີຕິດເຊື້ອ ແລະ ບໍ່ມີຜູ້ເສຍຊີວິດ.

ທ່ານຍັງໄດ້ເນັ້ນໜັກ ເຖິງຄວາມສໍາຄັນຂອງກົດບັດ ສປຊ, ເຖິງວ່າ ຈະຜ່ານມາໄດ້ຫຼາຍກ່ວາ 7 ທົດສະວັດ ກໍ່ຕາມ, ແຕ່ຍັງແທດເໝາະກັບສະພາບປັດຈຸບັນ, ແຕ່ເຫັນວ່າ ຄວນມີການປະຕິຮູບ ເພື່ອເຮັດໃຫ້ ອົງການ ສປຊ ມີຄວາມເຂັ້ມແຂງ ແລະ ສາມາດປະຕິບັດພາລະບົດບາດຂອງຕົນຢ່າງມີປະສິດທິພາບ ໃນສະພາບປັດຈຸບັນ. ນອກຈາກນັ້ນ, ທ່ານຍັງໄດ້ຮຽກຮ້ອງໃຫ້ວົງຄະນາຍາດສາກົນ ຮ່ວມກັນແກ້ໄຂບັນຫາສິ່ງທ້າທາຍທີ່ສຳຄັນຕ່າງໆ ທີ່ເປັນອຸປະສັກຕໍ່ສັນຕິພາບ ແລະ ການພັດທະນາ. ໃນຕອນທ້າຍ ທ່ານໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ ຊຶ່ງໄດ້ຮັບຜົນກະທົບຢ່າງຮ້າຍແຮງຈາກການແຜ່ລະບາດຂອງ COVID-19 ຊຶ່ງຈະເຮັດໃຫ້ເສດຖະກິດຂະຫຍາຍຕົວໃນລະດັບຕໍ່າ ແຕ່ກໍ່ອາດຈະບໍ່ເຖິງຂັ້ນຕິດລົບ. ໃນຕອນທ້າຍ ທ່ານໄດ້ຂໍການສະໜັບສະ ໜູນ ຕໍ່ການລົງສະໝັກຂອງ ສປປ ລາວ ເຂົ້າເປັນສະມາຊິກ ສະພາເສດຖະກິດ-ສັງຄົມ ສປຊ ສໍາລັບສົກປີ 2023-2025 ຊຶ່ງເປັນຄັ້ງທໍາອິດ ທີ່ ສປປ ລາວ ສະໝັກເຂົ້າເປັນສະມາຊິກຂອງອົງກອນດັ່ງກ່າວ.

ກອງປະຊຸມພາກອະພິປາຍທົ່ວໄປຂອງສະມັດຊາໃຫ່ຍອົງການ ສປຊ ຈັດຂຶ້ນໃນເດືອນ ກັນຍາ ຂອງທຸກປີ ເພື່ອເປັນເວທີ ໃຫ້ແກ່ບັນດາຜູ້ນໍາຂອງໂລກ ໄດ້ພ້ອມກັນຕີລາຄາສະພາບການສາກົນ ແລະ ຖະແຫຼງນະໂຍບາຍແຫ່ງຊາດຂອງຕົນ ໃນການແກ້ໄຂບັນຫາຕ່າງໆເຫຼົ່ານັ້ນ. ນອກຈາກນີ້, ໃນໂອກາດດັ່ງກ່າວ ຍັງມີກອງປະຊຸມປິ່ນອ້ອມຕ່າງໆຈຳນວນຫຼາຍກອງປະຊຸມ ເປັນຕົ້ນ ກອງປະຊຸມ ລະດັບລັດຖະມົນຕີ ກຸ່ມປະເທດດ້ອຍພັດທະນາ, ກຸ່ມປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນ ຕິດທະເລ ແລະ ອື່ນໆ.

 

 

ດາວໂຫລດ  "ບົດຄຳເຫັນຂອງ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນກອງປະຊຸມສະມັດຊາໃຫຍ່ ສປຊ ສະໄໝ ທີ 75"

 

 

 

 

 

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485863
ມື້ນີ້162
ມື້ວານ206
ອາທິດນີ້899
ເດືອນນີ້5168