ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກະຊວງການຕ່າງປະເທດ ປາຖະກະຖາເລົ່າມູນເຊື້ອ ວັນການທູດລາວ ຄົບຮອບ 75 ປີ

 

75DiplomaticEstabishmest1 75DiplomaticEstabishmest2 75DiplomaticEstabishmest3

 

ໃນ​ວັນ​ທີ 9 ຕຸລາ 2020, ທີ່ ກະຊວງການຕ່າງປະເທດ​​, ໄດ້ມີພິທີ​ປາຖະກະຖາ ​ກ່ຽວກັບວັນສ້າງຕັ້ງ​ການ​ທູດລາວ ຄົບຮອບ 75 ປີ (12 ຕຸລາ 1945 -12 ຕຸລາ 2020) ​ເຊິ່ງໃຫ້​ກຽດ​ປາຖະກະຖາ​ໂດຍ ທ່ານ ສົມສະຫວາດ ເລັ່ງສະຫວັດ, ທີ່ປຶກສາຄະນະບໍລິຫານງານສູນກາງພັກ, ອະດີດກຳມະການກົມການເມືອງ, ອະດີດຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດ. ເຂົ້າຮ່ວມຮັບຟັງປາຖະກະຖາຄັ້ງນີ້ມີ ​ທ່ານ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ, ​ບັນດາຄະນະ​ພັກ​ກະຊວງຕ່າງປະເທດ, ຄະນະກົມ, ນັກການທູດອາວຸໂສບໍານານ ແລະ ພະນັກງານກະຊວງການຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງການປະຖະກະຖາຄັ້ງ​ນີ້ ແມ່ນເພື່ອລະນຶກເຖິງຜົນງານ ແລະ ຄຸນງາມຄວາມດີຂອງບັນພະບູລຸດຂອງພວກເຮົາ ກໍຄື ຫວນຄືນປະຫວັດສາດ ຂອງຊາດລາວ ທີີ່ປະຊາຊົນລາວເຮົາມີຄວາມເອກອ້າງທະນົງໃຈ ຕໍ່ມູນເຊື້ອຮັກຊາດ, ສາມັກຄີ ແລະ ອົງອາດກ້າຫານ, ເດັດດ່ຽວຕໍ່ສູ້ຕ້ານການຮຸກຮານ ຂອງພວກສັກດີນາລ່າເມືອງຂຶ້ນ ເພື່ອປົກປັກຮັກສາປິຕຸພູມອັນແສນຮັກ ແລະ ຫວງແຫນຂອງຕົນ ທັງເປັນການສະເຫຼີມສະຫຼອງ ແລະ ຍ້ອງຍໍຜົນງານການເຄື່ອນໄຫວວຽກງານການຕ່າງປະເທດ ກໍຄື ການຈັດຕັ້ງປະຕິບັດນະໂຍບາຍການຕ່າງປະເທດຂອງລາວ ຕະຫຼອດໄລຍະ 75 ປີ ທີ່ຜ່ານມາ. ນອກຈາກນັ້ນ, ກໍເປັນໂອກາດອັນດີສຳລັບພະນັກງານກະຊວງການຕ່າງປະເທດ ໂດຍສະເພາະແມ່ນ ນັກການທູດໜຸ່ມນ້ອຍ ທີ່ຈະໄດ້ຮຽນຮູ້ ແລະ ເຊື່ອມຊຶມນະໂຍບາຍການຕ່າງປະເທດຂອງລາວເຮົາ ແຕ່ລະໄລຍະ ເພື່ອນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານການຕ່າງປະເທດໃຫ້ຄ່ອງແຄ້ວ ແລະ ສອດຄ່ອງກັບແນວ ທາງໃນການພັດທະນາເສດຖະກິດ-ສັງຄົມ ຂອງ ພັກ ແລະ ລັດ ກໍຄື ເພື່ອຮັບປະກັນຄຸນນະພາບຂອງການປະຕິບັດໜ້າທີ່ການເມືອງການທູດຂອງຕົນທີ່ໄດ້ຮັບການມອບ ໝາຍ ໃຫ້ໄດ້ຮັບໝາກຜົນດີຍິ່ງຂຶ້ນ.

ໃນການປາຖະກະຖາຄັ້ງນີ້, ທ່ານ ສົມສະຫວາດ ເລັ່ງສະຫວັດ ຍັງໄດ້​ຍົກ​ໃຫ້​ເຫັນເຖິງປະຫວັດຄວາມເປັນມາຂອງວັນການທູດລາວ (12 ຕຸລາ) ແລະ ຕີລາຄາການເຄຶື່ອນໄຫວວຽກງານຕ່າງປະເທດຕະຫລອດໄລຍະ 75 ປີຜ່ານມາ, ຊຶ່ງສາມາດເວົ້າໄດ້ວ່າການເຄື່ອນໄຫວການທູດທີ່ມີຜົນສຳເລັດອັນໃຫຍ່ຫຼວງ ຂອງພັກ ແລະ ລັດ ເຮົາຍາດມາໄດ້ນັ້ນ ແມ່ນຍ້ອນແນວທາງອັນຖືກຕ້ອງສອດຄ່ອງຂອງພັກເຮົາ, ຍ້ອນການຊີ້ນຳໆພາທີ່ໃກ້ຊິດໂດຍກົງ ຮອບດ້ານຂອງກົມການເມືອງ ໃນແຕ່ລະຍຸກ, ແຕ່ລະສະໄໝ ແລະ ການຮ່ວມແຮງຮ່ວມໃຈກັນຈັດຕັ້ງປະຕິບັດຂອງຄະນະບໍລິຫານງານສູນກາງພັກ, ລັດຖະບານ ພ້ອມດ້ວຍຄວາມຮັບຜິດຊອບ, ການຮ່ວມແຮງຮ່ວມໃຈຂອງພະນັກງານ, ທະຫານ, ​ຕຳຫຼວດ ແຕ່ສູນກາງລົງຮອດທ້ອງຖິ່ນ ຕະຫຼອດຮອດນັກທຸລະກິດ, ພໍ່ແມ່ປະຊາຊົນລາວໃນທົ່ວປະເທດ ລວມທັງຄົນລາວຢູ່ຕ່າງປະເທດ. ຜ່ານການເຄື່ອນໄຫວການຕ່າງປະເທດ ແລະ ການທູດນັ້ນ ພວກເຮົາສາມາດຍາດແຍ່ງຄວາມເຂົ້າໃຈ ແລະ ການສະໜັບສະໜູນຂອງເພື່ອນມິດສາກົນໄດ້ນັບມື້ນັບຫຼາຍຂຶ້ນ ເຮັດໃຫ້ ສປປ ລາວ ມີຖານະບົດບາດສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ, ອັນໄດ້ສ້າງ​​ເງື່ອນ​ໄຂ​ສະພາບ​ແວດ​ລ້ອມ​ພາຍ​ນອກ ​ທີ່​ເອື້ອ​ອໍານວຍໃຫ້​ແກ່ການປະຕິບັດສອງຫນ້າທີ່ຍຸດທະສາດຄືປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງພວກເຮົາ ໂດຍປະຕິບັດຕາມແນວທາງນະ​ໂຍບາຍການຕ່າງປະເທດ ສັນຕິພາບ ​ເອກະລາດ ມິດຕະພາບ ​ແລະ ການ​ຮ່ວມ​ມື ບົນ​ພື້ນຖານ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ສປປ ລາວ ໄດ້ເປີດກວ້າງການພົວພັນຮ່ວມມືກັບບັນດາປະເທດ ແລະ ບັນດາອົງການຈັດຕັ້ງສາກົນຕ່າງໆ,​ ຊຶ່ງມາຮອດປັດຈຸບັນ ສປປ ລາວ ໄດ້ສ້າງສາຍພົວພັນການທູດກັບ 143 ປະເທດ; ມີສໍານັກງານຕາງໜ້າການທູດຢູ່ຕ່າງປະເທດ 40 ແຫ່ງ, ໃນນີ້ ມີສະຖານເອກອັກຄະລັດຖະທູດ 26 ແຫ່ງ, ສໍານັກງານຜູ້ຕາງໜ້າຖາວອນ 3 ແຫ່ງ, ສະຖານກົງສຸນໃຫຍ່ 10 ແຫ່ງ ແລະ ຫ້ອງການກົງສຸນ 1 ແຫ່ງ; ມີກົງສຸນກິດຕິມະສັກຂອງ ສປປ ລາວ ຢູ່ຕ່າງປະເທດ 17 ແຫ່ງ, ກົງສຸນກິດຕິມະສັກຂອງຕ່າງປະເທດຢູ່ ສປປ ລາວ 18 ແຫ່ງ, ມີດ່ານສາກົນ 28 ແຫ່ງ, ໄດ້ສໍາເລັດການກໍ່ສ້າງ ແລະ ເປີດນໍາໃຊ້ຂົວມິດຕະພາບ 5 ແຫ່ງ (ລາວ-ໄທ 4 ແຫ່ງ, ລາວ-ມຽນມາ 1 ແຫ່ງ), ມີການພົວພັນກັບພັກການເມືອງຕ່າງໆໃນໂລກເກືອບ 140 ພັກ, ໄດ້ສ້າງຕັ້ງສະມາຄົມມິດຕະພາບກັບ 18 ປະເທດ, ໄດ້ເຊັນສັນຍາຍົກເວັ້ນວີຊາສຳລັບຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການກັບ 37 ປະເທດ, ຍົກເວັ້ນວີຊາສອງຝ່າຍສໍາລັບຜູ້ຖືໜັງສືຜ່ານແດນທໍາມະດາກັບ 11 ປະເທດ (9 ປະເທດສະມາຊິກອາຊຽນ, ລັດເຊຍ ແລະ ມົງໂກລີ) ແລະ ຍົກເວັ້ນວີຊາຝ່າຍດຽວ ສໍາລັບຜູ້ຖືຫນັງສືຜ່ານແດນ ທໍາມະດາໃຫ້ກັບ 4 ປະເທດ (ສ. ເກົາຫລີ, ຍີ່ປຸ່ນ, ສະຫະພັນທະລັດ ສະວິດ, ລຸກຊໍາບວກ).

ໃນຕອນທ້າຍຂອງພິທີ, ທ່ານ ສົມສະຫວາດ ເລັ່ງສະຫວັດ ຍັງໄດ້ຊີ້ນໍາ ແລະ ໃຫ້ທິດເຍືອງທາງແກ່ພະນັກງານກະ ຊວງການຕ່າງປະເທດ ໂດຍໄດ້ເນັ້ນວ່າ ຢາກເປັນນັກການທູດທີ່ດີຕ້ອງກໍາໄດ້ທິດສະດີມາກ-ເລນິນ, ຕ້ອງເດັດດ່ຽວໜຽວ ແໜ້ນຕໍ່ແນວທາງນະໂຍບາຍຂອງພັກ ແລະ ລັດເຮົາ ກໍຄື ສ້າງສາພັດທະນາປະເທດຊາດຕາມທິດສັງຄົມນິຍົມ ເວົ້າລວມ, ເວົ້າສະເພາະພະນັກງານກະຊວງການຕ່າງປະເທດ ຫຼື ນັກການທູດ ຕ້ອງກໍາແໜ້ນແນວທາງນະໂຍບາຍການຕ່າງປະເທດຂອງພັກ-ລັດເຮົາ ເພື່ອປະຕິບັດໜ້າທີ່ການເມືອງການທູດຂອງຕົນທີ່ໄດ້ຮັບມອບໝາຍໃຫ້ໄດ້ຢ່າງເຕັມເມັດເຕັມໜ່ວຍ, ເປັນຄົນທີ່ມີນໍ້າໃຈຮັກຊາດ, ຈົງຮັກພັກດີຕໍ່ປະເທດຊາດ ແລະ ຜົນປະໂຫຍດຂອງປະຊາຊົນ, ຮູ້ຈຳແນກມິດ ແລະ ສັດຕູ ໄດ້ຢ່າງຈະແຈ້ງ ແລະ ກ້າປະເຊີນໜ້າກັບສະຖານະການທີ່ຫຍຸ້ງຍາກ ແລະ ຕ້ອງມີສະຕິຕື່ນຕົວສູງ ຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງກຸ່ມຄົນບໍ່ດີ ກໍຄື ອິດທິກຳລັງປໍລະປັກ ເພື່ອປົກປັກຮັກສາລະບອບການເມືອງຂອງພວກເຮົາໄວ້ໃຫ້ໝັ້ນຄົງ.​ ນອກຈາກນີ້, ທ່ານ ຍັງໄດ້ຢໍ້າຕື່ມອີກວ່າ ນັກການທູດຕ້ອງເປັນຄົນທີ່ມີຄວາມຮູ້ກວ້າງຂວາງ, ມີຄວາມຊໍານິຊໍານານດ້ານການເມືອງ ກໍຄື ການພົວພັນສາກົນ, ມີຄວາມຮູ້ດ້ານເສດຖະກິດ, ກົດໝາຍ, ພາສາຕ່າງປະເທດ, ມີຄວາມຮູ້ດ້ານວັດທະ ນະທໍາ, ສາສະໜາ, ເຕັກໂນໂລຢີ ແລະ ດ້ານອື່ນໆ. ໃນຂະນະດຽວກັນ, ນັກການທູດຕ້ອງເປັນນັກເຈລະຈາ ແລະ ນັກໂຄ ສະນາທີ່ມີຄວາມສາມາດ ແລະ ຄ່ອງແຄ້ວ ເພື່ອສາມາດຍາດແຍ່ງເອົາຜົນປະໂຫຍດມາໃຫ້ແກ່ປະເທດຊາດ ໃນສະພາບການຂອງໂລກປັດຈຸບັນ ທີ່ມີການຜັນແປຢ່າງໄວວາ ແລະ ສະຫຼັບສັບຊ້ອນ ເຊິ່ງມັນໄດ້ຮຽກຮ້ອງໃຫ້ພະນັກງານໃນຂົງເຂດວຽກງານຕ່າງປະເທດ ກໍຄື ນັກການທູດຍິ່ງຕ້ອງມີຄວາມຮູ້ເຫຼົ່ານັ້ນຢ່າງເລິກເຊິ່ງ ແລະ ກວ້າງຂວາງ ເພື່ອສາມາດເປັນເສນາທິນາທິການທີ່ດີໃຫ້ແກ່ພັກ ແລະ ລັດຖະບານໃນຂົງເຂດວຽກງານການຕ່າງປະເທດແນໃສ່ບັນລຸສອງຫນ້າທີ່ຍຸດທະສາດຂອງພັກ ແລະ ລັດໄດ້ວາງໄວ້ຕາມລະດັບຄາດຫມາຍໄດ້ເປັນຢ່າງດີ.

ນອກຈາກພິທີປາຖະກະຖາເລົ່າມູນເຊື້ອວັນການທູດລາວ ຄົບຮອບ 75 ປີ ໂດຍ ທ່ານ ສົມສະຫວາດ ເລັ່ງສະຫວັດ, ໃນວັນດຽວກັນນີ້ກໍ່ຍັງມີບັນດາກິດຈະກໍາອື່ນ ເພື່ອສະເຫຼີມສະຫຼອງວັນການທູດລາວ ຄົບຮອບ 75 ປີ, ຄື: ພິທີເປີດສະໂມສອນນັກການທູດລາວ ແລະ ພິທີເປີດປຶ້ມ “ປະທານ ຄໍາໄຕ ສີພັນດອນ ກັບແນວຄິດຊີ້ນໍາຕໍ່ວຽກງານການພົວພັນຕ່າງປະເທດ”.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485893
ມື້ນີ້24
ມື້ວານ168
ອາທິດນີ້929
ເດືອນນີ້5198