ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາລາວ ເຂົ້າອວຍພອນວັນຊາດ ແຫ່ງ ສປປ ລາວ ຄົບຮອບ 45 ປີ

 

20201126-lao-vite - 1

20201126-lao-vite - 3

 

ໃນຕອນເຊົ້າ ຂອງວັນທີ 26 ພະຈິກ 2020, ທີ່ ກະຊວງການຕ່າງປະເທດ ສະຫາຍ ຫງວຽນ ບ໋າ ຮຸ່ງ, ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາລາວ ໄດ້ນໍາພາຄະນະ ຈາກສະຖານທູດ ຫວຽດນາມ ແລະ ຫ້ອງການຜູ້ຕາງໜ້າ ຫວຽດນາມ ປະຈໍາລາວ ເຂົ້າມອບກະຕ່າດອກໄມ້ອວຍພອນ ສະຫາຍ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີ ກະຊວງການຕ່າງປະເທດລາວ ເນື່ອງໃນໂອກາດວັນຊາດ ແຫ່ງ ສປປ ລາວ ຄົບຮອບ 45 ປີ.

ໃນໂອກາດດັ່ງກ່າວ, ສະຫາຍເອກອັກຄະລັດຖະທູດ ໄດ້ຕີລາຄາສູງ ການພັດທະນາຂອງ ສປປ ລາວ ຕະຫຼອດໄລຍະ 45 ປີ ຜ່ານມາ ເຮັດໃຫ້ການເມືອງມີສະຖຽນລະພາບ, ສັງຄົມມີຄວາມສະຫງົບ, ເສດຖະກິດມີການຂະຫຍາຍ ຕົວໄວ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງເທື່ອລະກ້າວ, ເຊິ່ງຜົນສໍາເລັດດັ່ງກ່າວ ກໍ່ມີການປະກອບສ່ວນອັນສໍາຄັນ ຈາກຂະແໜງການຕ່າງປະເທດ ຂອງສອງປະເທດ. ພ້ອມນີ້, ສະຫາຍເອກອັກຄະລັດຖະທູດຫວຽດນາມ ຍັງໄດ້ແຈ້ງໃຫ້ຊາບແຜນການຈັດການສະເຫຼີມສະຫຼອງວັນຊາດລາວ ຢູ່ ສສ ຫວຽດນາມ ດ້ວຍຄວາມເອົາໃຈໃສ່ ແລະ ສົມກຽດ, ໂດຍຈະມີການນໍາຂັ້ນສູງຂອງຫວຽດນາມເຂົ້າຮ່ວມນໍາ. ສອງຝ່າຍ ໄດ້ຕີລາຄາສູງຕໍ່ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ ແລະ ຫວຽດນາມ ທີ່ນັບມື້ໄດ້ຮັບການສົ່ງເສີມ ແລະ ຂະຫຍາຍຕົວໃຫ້ເຂົ້າສູ່ລວງເລິກ ໃນປະຈຸບັນ.

ໃນໂອກາດນີ້, ສະຫາຍລັດຖະມົນຕີຕ່າງປະເທດ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ຄຳເວົ້າອັນຈົບງາມ ຂອງ ສະຫາຍເອກອັກຄະລັດຖະທູດ ແລະ ສະແດງຄວາມຂອບໃຈ ຕໍ່ການປະກອບສ່ວນໃຫ້ການຊ່ວຍເຫຼືອ ອັນສໍາຄັນ ແລະ ທັນກາ ແກ່ ສປປ ລາວ ມາໂດຍຕະຫຼອດ ບໍ່ວ່າໃນຍາມຕໍ່ສູ້ກູ້ຊາດ ກໍ່ຄືໃນໄລຍະພັດທະນາປະເທດຊາດໃນປະຈຸບັນ. ພິເສດ ແມ່ນການຊ່ວຍເຫຼືອ ສປປ ລາວ ໃນຍາມທີ່ປະສົບກັບໄພທໍາມະຊາດ ກໍ່ຄືໄລຍະມີການລະບາດຂອງພະຍາດ ໂຄວິດ-19, ເຖິງວ່າ ສະຫາຍຫວຽດນາມອ້າຍນ້ອງ ກໍ່ປະສົບກັບຄວາມຫຍຸ້ງຍາກເຊັ່ນກັນກໍ່ຕາມ ແຕ່ກໍ່ໄດ້ບິແບ່ງການຊ່ວຍ ເຫຼືອໃຫ້ແກ່ ສປປ ລາວ, ເຊິ່ງເປັນການຢັ້ງຢືນເຖິງມິດຕະພາບອັນພິເສດ ທີ່ບໍ່ມີປະເທດໃດຄື ລະຫວ່າງສອງປະເທດລາວ ແລະ ຫວຽດນາມ. ສະຫາຍລັດຖະມົນຕີ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ການນໍາພັກລັດຂັ້ນສູງ ຂອງຫວຽດນາມ ທີ່ໄດ້ເອົາໃຈໃສ່ຈັດການສະເຫຼີມສະຫຼອງວັນຊາດ ຄົບຮອບ 45 ປີ ແກ່ ສປປ ລາວ ທີ່ ສສ ຫວຽດນາມ ເປັນຢ່າງດີ.

ສອງຝ່າຍ ຍັງໄດ້ຢືນຢັນທີ່ຈະເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອຮ່ວມກັນຊຸກຍູ້ ແລະ ສົ່ງເສີມສາຍພົວພັນມິດຕະພາບອັນຍິ່ງໃຫຍ່,​ ຄວາມສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານ ລະຫວ່າງ ສອງພັກ,​ ສອງລັດ ແລະ ປະຊາ ຊົນສອງປະເທດ ລາວ-ຫວຽດນາມ ໃຫ້ຈະເລີນ ແລະ ງອກງາມ ແຕກດອກອອກຜົນ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດຢ່າງແທ້ຈິງ. ພ້ອມນີ້ ກໍ່ຈະຮ່ວມມືກັນ ເພື່ອກະກຽມໃຫ້ແກ່ ກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີ ລະຫວ່າງ ສອງກະຊວງການຕ່າງປະເທດ,​ ກອງປະຊຸມສອງກົມການເມືອງ ລາວ-ຫວຽດນາມ ແລະ ກອງປະຊຸມຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ຄັ້ງທີ 43 ທີ່ຈະມີຂຶ້ນໃນອະນາຄົດອັນໃກ້ນີ້.

ສຸດທ້າຍ, ສະຫາຍເອກອັກຄະລັດຖະທູດ ໄດ້ອວຍພອນໃຫ້ ການນຳ ແລະ ພະນັກງານກະຊວງການຕ່າງປະເທດລາວ ພິເສດແມ່ນ ສະຫາຍລັດຖະມົນຕີ ພ້ອມຄອບຄົວ, ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດຂອງຕົນ.

---------------//---------------

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
488111
ມື້ນີ້58
ມື້ວານ163
ອາທິດນີ້473
ເດືອນນີ້1504