ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ການສົນທະນາໂທລະສັບທາງໄກ ລະຫວ່າງການນຳຂັ້ນສູງ ລາວ-ຫວຽດນາມ

20210405PMVT

 

20210405-talk-with-viet2

ໃນວັນ​ທີ 5 ເມສາ 2021, ທີ່ ທຳນຽບປະທານປະເທດ, ສະຫາຍ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົນທະນາໂທລະສັບທາງໄກກັບ ສະຫາຍ ຫງວຽນ ຊວັນ ຟຸກ, ປະທານປະເທດ ແຫ່ງ ສສ ຫວຽດນາມ, ເພື່ອສະແດງຄວາມຊົມເຊີຍຕໍ່ ສະຫາຍ ຫງວຽນ ຊວັນ ຟຸກ ທີ່ໄດ້ຮັບການເລືອກຕັ້ງ ເປັນປະທານປະເທດ ແຫ່ງ ສສ ຫວຽດນາມ ໃນກອງປະຊຸມສະໄໝສາມັນເທື່ອທີ 11 ຂອງສະພາແຫ່ງຊາດ ຊຸດທີ XIVທີ່ພວມດຳເນີນຢູ່ໃນປັດຈຸບັນ.

ການສົນທະນາດັ່ງກ່າວ ແມ່ນໄດ້ຈັດຂຶ້ນໃນທ່າມກາງບັນຍາກາດທີ່ສອງພັກໄດ້ສໍາເລັດກອງປະຊຸມໃຫຍ່ຂອງຕົນ, ສະພາແຫ່ງຊາດລາວ ກໍ່ສໍາເລັດກອງປະຊຸມຄັ້ງປະຖົມມະລຶກ ຊຸດທີ IX ດ້ວຍຜົນສໍາເລັດອັນຈົບງາມ ແລະ ສະພາແຫ່ງຊາດ ຫວຽດນາມ ກໍ່ກໍາລັງດໍາເນີນ ກອງປະຊຸມສະໄໝສາມັນເທື່ອທີ 11 ຊຸດທີ XIV. ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມດີໃຈທີ່ຈະໄດ້ສືບຕໍ່ເຮັດວຽກກັບສະຫາຍ ຫງວຽນຊວັນຟຸກຢ່າງໃກ້ຊິດສະໜິດສະໜົມ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່,ຄວາມສາມັກຄີພິເສດແລະການຮ່ວມມືຮອບດ້ານຂອງສອງປະເທດໃຫ້ມີປະສິດທິຜົນສູງສຸດ. ພ້ອມດຽວກັນນີ້, ສະຫາຍປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມເຊື່ອໝັ້ນເປັນຢ່າງຍິ່ງວ່າ ພາຍໃຕ້ການຊີ້ນໍາ-ນໍາພາ ຂອງສະຫາຍ ຫງວຽນຊວັນຟຸກ, ຫວຽດນາມຈະສືບຕໍ່ໄດ້ຮັບການພັດທະນາຢ່າງຮອບດ້ານ ເຮັດໃຫ້ຊື່ສຽງ ແລະ ຖານະບົດບາດຂອງ ສສ ຫວຽດນາມ ຈະສືບຕໍ່ພົ້ນເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນຢ່າງບໍ່ຢຸດຢັ້ງ, ໃນຂະນະດຽວກັນການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ສືບຕໍ່ຂະຫຍາຍຕົວເຂົ້າສູ່ລວງເລິກ, ມີປະສິດທິຜົນຕົວຈິງ ແລະ ແຕກດອກອອກຜົນຍິ່ງຂື້ນ. ນອກຈາກນີ້, ສອງຝ່າຍກໍ່ຍັງຕີລາຄາສູງຕໍ່ການເຮັດວຽກຮ່ວມກັນໃນໄລຍະຜ່ານມາ ໃນການເສີມຂະຫຍາຍການພົວພັນພິເສດ ລາວ-ຫວຽດນາມ ໂດຍສະເພາະການຊຸກຍູ້ການຈັດຕັ້ງປະຕິບັດ ການຕົກລົງຕ່າງໆ ທີ່ສອງພັກ-ສອງລັດ ໄດ້ຕົກລົງຮ່ວມກັນເປັນຕົ້ນແມ່ນ ສັນຍາ ແລະ ຂໍ້ຕົກລົງຕ່າງໆ ລວມທັງການຜັນຂະຫຍາຍຜົນກອງປະຊຸມສອງກົມການເມືອງ ແລະ ຜົນກອງປະຊຸມ ຄະນະກໍາມະການຮ່ວມມືສອງຝ່າຍ ຄັ້ງທີ 43 ທີ່ຮ່າໂນ້ຍ ໃນທ້າຍປີ 2020 ກໍ່ຄືຜົນການພົບປະ ທີ່ດານັງ ໃນເດືອນກໍລະກົດ 2020 ຜ່ານມາ, ຊຶ່ງເຫັນວ່າໄດ້ມີຜົນສຳເລັດເປັນຢ່າງດີ. ໃນການສົນທະນາຄັ້ງນີ້, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ສະແດງຄວາມຂອບໃຈຕໍ່ການຮ່ວມມືສໍາລັບການຊ່ວຍເຫຼືອ ໃນໄລຍະຜ່ານມາ ເປັນຕົ້ນແມ່ນໄພພິບັດຕ່າງໆ ແລະພິເສດແມ່ນການຮັບມືກັບພະຍາດໂຄວິດ-19 ເຊິ່ງສສຫວຽດນາມກໍ່ເປັນປະເທດທໍາອິດທີ່ເຂົ້າມາຊ່ວຍເຫຼືອ. ພ້ອມນັ້ນ, ຍັງໄດ້ສະແດງຄວາມຂອບໃຈໃນການຊ່ວຍເຫຼືອໂຄງການສະພາແຫ່ງຊາດ ຊຶ່ງໂດຍພື້ນຖານກໍ່ສໍາເລັດ ແລະ ທັນຮັບໃຊ້ໃຫ້ແກ່ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດທີ IX ແລະ ຈະມີການມອບຮັບໂຄງການດັ່ງກ່າວໃນກາງປີ 2021 ນີ້.

ໃນໂອກາດດຽວກັນ, ສອງຝ່າຍ ຍັງໄດ້ປຶກສາຫາລືກ່ຽວກັບ ທິດທາງການຮ່ວມມືໃນຕໍ່ໜ້າ ຊຶ່ງໄດ້ຊຸກຍູ້ໃຫ້ສືບຕໍ່ແລກປ່ຽນຄະນະຜູ້ແທນນໍາກັນ ໃນທຸກລະດັບ ຕາມທິດກະທັດຮັດ, ມີປະສິດທິຜົນ; ສືບຕໍ່ຮ່ວມກັນກວດກາຄືນ ແລະ ຊຸກຍູ້ການຈັດຕັ້ງປະຕິບັດບັນດາການຕົກລົງຂອງການນໍາຂັ້ນສູງສອງປະເທດ ກໍ່ຄືບັນດາເອກະສານ ທີ່ສອງຝ່າຍໄດ້ລົງນາມຮ່ວມກັນ; ຮ່ວມກັນຈັດຕັ້ງສະເຫຼີມສະຫຼອງປີສາມັກຄີມິດຕະພາບ ໃນປີ 2022 ກໍ່ຄື ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ ໃຫ້ມີບັນຍາກາດຟົດຟື້ນ, ເຕັມໄປດ້ວຍເນື້ອໃນ ແລະ ຄວາມໝາຍຄວາມສຳຄັນ ເພື່ອໃຫ້ຄົນຮຸ້ນໜຸ່ມທີ່ເປັນຜູ້ສືບທອດໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ສາຍພົວພັນພິເສດສອງປະເທດ; ສືບຕໍ່ຮ່ວມມື ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.

ໃນຕອນທ້າຍ, ສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ເຊື້ອເຊີນ ສະຫາຍ ຫງວຽນ ຊວັນ ຟຸກ ພ້ອມດ້ວຍພັນລະຍາ ມາຢ້ຽມຢາມ ສປປ ລາວ ໃນເວລາອັນເໝາະສົມ ແລະໄດ້ອວຍພອນໃຫ້ການພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ຈົ່ງໝັ້ນຄົງທະນົງແກ່ນຕະຫຼອດກາລະນານ ແລະ ເນື່ອງໃນໂອກາດປີໃໝ່ລາວທີ່ຈະມາເຖິງນີ້ ສະຫາຍ ຫງວຽນ ຊວັນ ຟຸກ ໄດ້ອວຍພອນໃຫ້ ສະຫາຍ ທອງລຸນ ສີສຸລິດ ພ້ອມຄອບຄົວ ຈົ່ງມີແຕ່ຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີວຽກງານທີ່ຍິ່ງໃຫຍ່ກວ່າເກົ່າ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
488042
ມື້ນີ້152
ມື້ວານ136
ອາທິດນີ້404
ເດືອນນີ້1435