ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສສ.ຫວຽດນາມ ປຶກສາຫາລືສອງຝ່າຍ ແບບທາງໄກ

 

2021Lao-VietTalk

 

 2021Lao-VietTalk1

 

ໃນຕອນແລງຂອງວັນທີ 06 ເມສາ 2021, ທີ່ ສຳນັກງານນາຍົກລັດຖະມົນຕີ, ໄດ້ມີການໂອ້ລົມສົນທະນາທາງໂທລະສັບ ລະຫວ່າງ ສະຫາຍ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສະຫາຍ ຟ້າມ ມິງ ຈິງ, ນາຍົກລັດຖະມົນຕີ ແຫ່ງ ສສ.ຫວຽດນາມ, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງປະເທດ ໃຫ້ນັບມື້ນັບຈະເລີນງອກງາມຍິ່ງໆຂຶ້ນ.

ການພົບປະແບບທາງໄກຄັ້ງນີ້ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ ສອງພັກ ສອງລັດ ໄດ້ສຳເລັດກອງປະຊຸມໃຫຍ່ຂອງຕົນ, ສະພາແຫ່ງຊາດລາວ ກໍ່ໄດ້ສຳເລັດກອງປະຊຸມຄັ້ງປະຖົມະລຶກ ຊຸດທີ IX ດ້ວຍຜົນສຳເລັດອັນຈົບງາມ ແລະ ສະພາແຫ່ງຊາດ ຫວຽດນາມ ກໍ່ກຳລັງດຳເນີນກອງປະຊຸມສະໄໝສາມັນເທື່ອທີ XIຊຸດທີ XIV ແລະ ໃນທ່າມກາງທີ່ສະພາບການພາກພື້ນ ແລະ ສາກົນ ຍັງມີຄວາມສັບສົນ.ໃນໂອກາດດັ່ງກ່າວ, ສະຫາຍ ນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໄດ້ສະແດງຄວາມຊົມເຊີຍທີ່ ສະຫາຍ ຟ້າມ ມິງ ຈິງ ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ສສ.ຫວຽດນາມ ຄົນໃຫມ່ ໃນກອງປະຊຸມສະໄຫມສາມັນເທື່ອທີ 11 ຂອງສະພາແຫ່ງຊາດ ຊຸດທີ XIV ທີ່ກຳລັງດຳເນີນຢູ່, ຊຶ່ງສະແດງໃຫ້ເຫັນເຖິງຄວາມເຊື່ອຫມັ້ນ ແລະ ໄວ້ເນື້ອເຊື່ອໃຈ ຂອງພັກ, ລັດ ກໍ່ຄືປະຊາຊົນ ຫວຽດນາມ ອ້າຍນ້ອງ ທີ່ມອບຫມາຍຫນ້າທີ່ອັນສຳຄັນ ແລະ ມີກຽດສະຫງ່າ ໃຫ້ແກ່ສະຫາຍ ຟ້າມ ມິງ ຈິງ. ໃນຂະນະດຽວກັນ, ກໍ່ໄດ້ສະແດງຄວາມປິຕິຍິນດີທີ່ຈະໄດ້ເຮັດວຽກຮ່ວມກັບຝ່າຍຫວຽດນາມ ຢ່າງໃກ້ຊິດ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ໃຫ້ມີຫມາກຜົນຕົວຈິງຍິ່ງໆຂຶ້ນ.

ໃນໂອກາດນີ້, ສອງນາຍົກລັດຖະມົນຕີ ລາວ-ຫວຽດນາມ ໄດ້ຕີລາຄາສູງຕໍ່ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ຍັງຄົງສືບຕໍ່ຮັດແໜ້ນຢ່າງເປັນປົກກະຕິ ເຖິງແມ່ນວ່າ ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຈະເປັນອຸປະສັກໃຫ້ແກ່ການໄປມາຫາສູ່ກັນ ຂອງປະຊາຊົນສອງຊາດ ລາວ-ຫວຽດນາມ ກໍ່ຕາມ. ປະຈຸບັນ, ສອງຝ່າຍ ກຳລັງຮ່ວມກັນຊຸກຍູ້ການຈັດຕັ້ງປະຕິບັດ ບັນດາສັນຍາ ແລະ ຂໍ້ຕົກລົງຕ່າງໆ ທີ່ສອງປະເທດໄດ້ມີຮ່ວມກັນ ໃຫ້ປະກົດຜົນເປັນຈິງຍິ່ງໆຂຶ້ນ ໂດຍສະເພາະແມ່ນ ຜັນຂະຫຍາຍຜົນກອງປະຊຸມ ສອງກົມການເມືອງ ແລະ ຜົນກອງປະຊຸມ ຄະນະກໍາມະການຮ່ວມມືສອງຝ່າຍ ຄັ້ງທີ 43 ທີ່ຮ່າໂນ້ຍ ໃນທ້າຍປີ 2020; ພ້ອມນີ້, ສອງຄະນະຮ່ວມມື ລາວ-ຫວຽດນາມ ກໍາລັງຮ່າງຍຸດທະສາດການຮ່ວມມື 10 ປີ (2021-2030) ແລະ ສັນຍາຮ່ວມມື 5 ປີ (2021-2025) ຊຶ່ງຄາດວ່າຈະໄດ້ລົງນາມໄວໆນີ້. ໃນຂະນະດຽວກັນ, ການຮ່ວມມືດ້ານການຄ້າ-ການລົງທຶນ ໃນຊ່ວງໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ນີ້ ກໍ່ຍັງສືບຕໍ່ດຳເນີນໄປດ້ວຍດີ ເນື່ອງຈາກທັງສອງຝ່າຍ ໄດ້ມີຄວາມພະຍາຍາມອຳນວຍຄວາມສະດວກໃຫ້ແກ່ການລົງທຶນ, ການຄ້າ, ການຂົນສົ່ງ ແລະ ການໄປມາຫາສູ່ກັນ ບໍ່ໄດ້ຢຸດສະງັກ. ພ້ອມດຽວກັນນີ້, ສອງນາຍົກລັດຖະມົນຕີ ລາວ-ຫວຽດນາມ ໄດ້ເຫັນດີສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດໂຄງການຕ່າງໆ ທີ່ມີການຕົກລົງນຳກັນແລ້ວ ໃຫ້ໄດ້ຮັບຜົນສຳເລັດຢ່າງເປັນຮູບປະທຳ, ສະແດງຄວາມຊົມເຊີຍຕໍ່ຜົນການເຮັດວຽກຮ່ວມກັນຂອງ ສອງຄະນະຮ່ວມມື ລາວ-ຫວຽດນາມ, ຫວຽດນາມ-ລາວ ໃນວັນທີ 1-2 ເມສາ ຜ່ານມາ ຢູ່ດ່ານຊາຍແດນ ແດນສະຫວັນ-ລາວບ່າວ ທີ່ໄດ້ປຶກສາຫາລືບັນຫາສຳຄັນ ກ່ຽວກັບການຮ່ວມມືລົງທຶນຂອງສອງຝ່າຍ ແລະ ຫວັງຢ່າງຍິ່ງວ່າ ພາຍຫຼັງທີ່ພະຍາດໂຄວິດ-19 ໄດ້ຮັບການແກ້ໄຂດີຂຶ້ນ ການຄ້າ-ການລົງທຶນສອງຝ່າຍ ກໍ່ຈະຂະຫຍາຍຕົວໄວຂຶ້ນ. ສຳລັບທິດທາງການຮ່ວມມືໃນຕໍ່ຫນ້າ, ສອງຝ່າຍ ເຫັນດີໃຫ້ສືບຕໍ່ການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນນຳກັນ ໃນທຸກລະດັບ ຕາມທິດກະທັດຮັດ ແລະ ມີປະສິດທິຜົນ, ສືບຕໍ່ຊຸກຍູ້ສົ່ງເສີມດ້ານການຄ້າ-ການລົງທຶນ ສອງຝ່າຍ ໂດຍສະເພາະໃນບັນດາຂະແໜງການທີ່ເປັນທ່າແຮງຂອງສອງປະເທດ; ພິເສດ ສອງຝ່າຍ ຈະໄດ້ຮ່ວມກັນຈັດຕັ້ງການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ໃນປີ 2022 ກໍ່ຄື ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ ໃຫ້ມີບັນຍາກາດຟົດຟື້ນ ແລະ ເຕັມໄປດ້ວຍຄວາມຫມາຍສຳຄັນ ເພື່ອໃຫ້ຄົນຮຸ້ນຫຼັງໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ສາຍພົວພັນພິເສດສອງປະເທດ.

ໃນຕອນທ້າຍຂອງການສົນທະນາ, ສະຫາຍ ນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໄດ້ສະແດງຄວາມຂອບໃຈມາຍັງພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າ, ທັນການ ແລະ ມີປະສິດທິຜົນ ທັງການຊ່ວຍເຫຼືອປົກກະຕິປະຈໍາປີ ກໍ່ຄືການຊ່ວຍເຫຼືອໃນຍາມໄພພິບັດຕ່າງໆ ພິເສດ ແມ່ນການຮັບມືກັບພະຍາດໂຄວິດ-19, ຊຶ່ງ ສສ.ຫວຽດນາມ ເປັນປະເທດທໍາອິດທີ່ເຂົ້າມາໃຫ້ການຊ່ວຍເຫຼືອແກ່ ສປປ ລາວ; ຂອບໃຈຕໍ່ການຊ່ວຍເຫຼືອໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວ ຫຼັງໃຫມ່ ຊຶ່ງໄດ້ສຳເລັດ ແລະ ທັນຮັບໃຊ້ໃຫ້ແກ່ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ IX. ໃນໂອກາດນີ້, ສະຫາຍນາຍົກ ລັດຖະມົນຕີ ພັນຄໍາ ວິພາວັນ ກໍ່ໄດ້ເຊື້ອເຊີນ ສະຫາຍ ຟ້າມ ມິງ ຈິງ ພ້ອມດ້ວຍພັນລະຍາ ມາຢ້ຽມຢາມ ສປປ ລາວ ໃນເວລາທີ່ສະດວກ ແລະ ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານ ລາວ-ຫວຽດນາມ ຈົ່ງໝັ້ນຄົງທະນົງແກ່ນຕະຫຼອດກາລະນານ.

 

 

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
488017
ມື້ນີ້127
ມື້ວານ136
ອາທິດນີ້379
ເດືອນນີ້1410