ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີຕ່າງປະເທດ ແຫ່ງ ສະຫະພັນ ຣັດເຊຍ ຢ້ຽມຢາມເຮັດວຽກຢູ່ ສປປ ລາວ

 

FMlaorussian1

 

FMlaorussian2

 

FMlaorussian3

 

FMlaorussian4

 

FMlaorussian7

 

FMlaorussian5

 

 

 

ໃນ​ຕອນ​ເຊົ້າຂອງ​ວັນ​ທີ 7 ກໍລະກົດ 2021 ຢູ່ທີ່ ກະຊວງການຕ່າງປະເທດ, ພະນະທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ​ໄດ້​ໃຫ້​ກຽດ​ຕ້ອນຮັບ ​ແລະ ພົບ​ປະ​ປຶກສາຫາລື​ ກັບ ພະນະທ່ານ ເຊຣເກ ລາວະຣົບ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນ ຣັດເຊຍ, ໃນໂອກາດນຳພາຄະນະຜູ້ແທນມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ໃນວັນທີ 6-7 ກໍລະກົດ 2021.

ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ທົບທວນຄືນ ແລະ ຕິີລາຄາສູງຕໍ່ການພົວພັນຮ່ວມມືໃນຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ໃນໄລຍະຜ່ານມາ ໂດຍໄດ້ຮັບການຮັດເເໜ້ນ ແລະ ເສີມຂະຫຍາຍຢ່າງຕໍ່ເນື່ອງ ບົນພື້ນຖານຄວາມເຂົ້າອົກເຂົ້າໃຈ, ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ການພົວພັນມິດຕະພາບ ແລະ ການຮ່ວມມື ອັນເປັນມູນເຊື້ອມາແຕ່ດົນນານ, ຊຶ່ງໃນປີ 2021 ນີ້ ແມ່ນຄົບຮອບ 10 ປີ ແຫ່ງການເປັນຄູ່ຮ່ວມມືຍຸດທະສາດດ້ານຄວາມໝັ້ນຄົງໃນຂົງເຂດອາຊີ-ປາຊີຟິກ. ບົນຈິດໃຈດັ່ງກ່າວ, ສອງຝ່າຍ ໄດ້ເປັນເອກະພາບກັນເພີ່ມທະວີຊຸກຍູ້ການພົວພັນສອງຝ່າຍໃນຫລາຍຂົງເຂດ ເຊັ່ນ: ການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ, ພະລັງງານ, ການສຶກສາ, ການທະຫານ, ວິທະຍາສາດ-ເຕັກໂນໂລຊີ, ການທ່ອງທ່ຽວ ແລະ ອື່ນໆ ທີ່ສອງຝ່າຍມີຄວາມສົນໃຈ ແລະ ມີຜົນປະໂຫຍດຮ່ວມກັນ. ໃນໂອກາດດຽວກັນນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ຍັງໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຊ່ວຍເຫຼືອອັນລໍ້າຄ່າຂອງລັດຖະບານ ແລະ ປະຊາຊົນ ຣັດເຊຍ ທີ່ມີຕໍ່ ສປປ ລາວ ຕະຫລອດໄລຍະຜ່ານມາ ໂດຍສະເພາະການຊ່ວຍເຫຼືອສ້າງຊັບພະຍາກອນມະນຸດ ແລະ ອຸປະກອນເຕັກນິກດ້ານການທະຫານ, ການຊ່ວຍເຫລືອດ້ານມະນຸດສະທໍາ, ອຸປະກອນການແພດ ເພື່ອກວດຫາເຊື້້ອພະຍາດໂຄວິດ-19 ແລະ ຢາວັກແຊັງ ສະປຸດນິກ ວີ ຂອງ ຣັດເຊຍ.

ສອງຝ່າຍ ພ້ອມກັນຕີລາຄາສູງຕໍ່ການຮ່ວມມືໃນຂອບ ອາຊຽນ-ຣັດເຊຍ, ຊຶ່ງປີນີ້ ແມ່ນຄົບຮອບ 30 ປີ ແຫ່ງການພົວພັນ ອາຊຽນ-ຣັດເຊຍ ແລະ 25 ປີ ແຫ່ງການເປັນຄູ່ຮ່ວມເຈລະນາ ອາຊຽນ-ຣັດເຊຍ, ຊຶ່ງໃນໄລຍະຜ່ານມາ ຣັດເຊຍ ໄດ້ປະກອບສ່ວນຊຸກຍູ້ໃນຂົງເຂດການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນາທຳ-ສັງຄົມ ຂອງອາຊຽນ ກໍ່ຄື ການຮ່ວມມືຕ້ານການກໍ່ອາຊະຍາກຳຂ້າມຊາດ, ການຄ້າ ແລະ ການລົງທຶນ, ພະລັງງານ ແລະ ການຕ້ານໄພພິບັດ ອັນຊ່ວຍໃຫ້ ອາຊຽນ ຮັບມືກັບສິ່ງທ້າທາຍ ແລະ ມີຜົນດີຕໍ່ການພັດທະນາໃນພາກພື້ນ. ນອກຈາກນີ້, ສອງຝ່າຍ ຍັງໄດ້ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນການແກ້ໄຂບັນຫາສາກົນທີ່ພົ້ນເດັ່ນ ແລະ ສິ່ງທ້າທາຍຕ່າງໆ.

ໃນໂອກາດການຢ້ຽມຢາມຄັ້ງນີ້ ສອງຝ່າຍ ໄດ້ລົງນາມຮ່ວມກັນໃນແຜນການປຶກສາຫາລື ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຣັດເຊຍ. ພ້ອມກັນນີ້, ພະນະທ່ານ ເຊຣເກ ລາວະຣົບ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ. ຣັດເຊຍ ຍັງໄດ້ປະດັບຫຼຽນໄຊມິດຕະພາບໃຫ້ແກ່ ພະນະທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເພື່ອເປັນການຍ້ອງຍໍສັນລະເສີນຜົນງານທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການຊຸກຍູ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອມາແຕ່ຍາວນານ ລວມທັງການເປັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ລາວ-ຣັດເຊຍ ສືບຕໍ່ໄດ້ຮັບການຮັດແໜ້ນ ແລະ ເສີມຂະຫຍາຍຢ່າງຕັ້ງໜ້າຕະຫຼອດໄລຍະຊຸມປີຜ່ານມາ.

ໃນການເຄື່ອນໄຫວຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ພະນະທ່ານ ເຊຣເກ ລາວະຣົບ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ແລະ ພະນະທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485931
ມື້ນີ້62
ມື້ວານ168
ອາທິດນີ້967
ເດືອນນີ້5236