ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມອຳລາ ແລະ ມອບຫຼຽນໄຊມິດຕະພາບ ໃຫ້ທູດຍີ່ປຸ່ນ

 

ConfeMedaltoJapanAm1

ConfeMedaltoJapanAm2

 

ໃນວັນທີ 28 ຕຸລາ 2021, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ທາເກວາກະ ເຄໂຊ, ເອກອັກຄະຣາຊະທູດ ແຫ່ງ ຍີ່ປຸ່ນ ປະຈໍາ ສປປ ລາວ, ໃນໂອກາດທີ່ທ່ານ ໄດ້ສໍາເລັດການປະຕິບັດຫນ້າທີ່ການທູດຢູ່ ສປປ ລາວ.

ໃນໂອກາດນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດການປະຕິບັດຫນ້າທີ່ຂອງ ທ່ານທູດ ທາເກວາກະ ເຄໂຊ, ພ້ອມທັງສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການປະກອບສ່ວນຢ່າງຫ້າວຫັນໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດ ກໍ່ຄືການຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດ ລາວ-ຍີ່ປຸ່ນ ນັບຕັ້ງແຕ່ໄດ້ຍົກລະດັບຄູ່ຮ່ວມມື ໃນປີ 2015 ເປັນຕົ້ນມາ. ຕະຫຼອດໄລຍະເວລາ 2 ປີ ທີ່ປະຕິບັດຫນ້າທີ່ການທູດຢູ່ ສປປ ລາວ ທ່ານທູດ ໄດ້ປະຕິບັດຫນ້າທີ່ຢ່າງຕັ້ງຫນ້າໃນການຊຸກຍູ້ໃຫ້ມີການພົບປະແລກປ່ຽນຢ້ຽມຢາມຂອງການນຳຂັ້ນສູງຂອງສອງປະເທດ ຢ່າງເປັນປົກກະຕິ, ລະດົມຂົນຂວາຍບັນດາໂຄງການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ໃຫ້ແກ່ ສປປ ລາວ ເປັນຕົ້ນແມ່ນ ການພັດທະນາພື້ນຖານໂຄງລ່າງ, ຂະແໜງກະສິກຳ ແລະ ຂະແໜງການສຶກສາ, ຊຶ່ງການຊ່ວຍອັນພົ້ນເດັ່ນແມ່ນ ໂຄງການກໍ່ສ້າງລະບົບຂະຫຍາຍທໍ່ສົ່ງນ້ຳປະປາ ຢູ່ນະຄອນຫຼວງພະບາງ, ໂຄງການຊ່ວຍເຫຼືອລ້າດ້ານອຸປະກອນ ເພື່ອປະກອບເຂົ້າໃນວຽກງານກຽມພ້ອມ ໂຕ້ຕອບ ແລະ ຟື້ນຟູ ຫຼັງໄພພິບັດ, ໂຄງການຊ່ວຍເຫຼືອລ້າລົດເມ, ອາໄຫລ່ ແລະ ອຸປະກອນສຳລັບສ້ອມແປງລົດເມ, ໂຄງການທຶນການສຶກສາ ເພື່ອພັດທະນາຊັບພະຍາກອນມະນຸດ ສົກປີ 2020 ແລະ 2021, ໂຄງການປັບປຸງວິທະຍາໄລສ້າງຄູຢູ່ບັນດາແຂວງຂອງລາວ ແລະ ອື່ນໆ. ພິເສດໃນປີ 2020 ຜ່ານມາ ຖືເປັນການຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ-ຍີ່ປຸ່ນ, ການນໍາຂັ້ນສູງຂອງສອງປະເທດ ໄດ້ແລກປ່ຽນໂທລະສານອວຍເຊິ່ງກັນ ແລະ ກັນ, ມີການຈັດປະຖະກະຖາວັນສຳຄັນທາງການທູດ ແລະ ບັນດາກິດຈະກຳຕ່າງໆຮ່ວມກັນ ໂດຍມີຄວາມໝາຍສຳຄັນ ແລະ ມີບັນຍາກາດທີ່ຟົດຟື້ນ. ນອກຈາກນີ້, ທ່ານທູດ ຍັງໄດຊຸກຍູ້ການປະຕິບັດໜ້າທີ່ຂອງຫ້ອງການຜູ້ຕາງໜ້າອົງການJICA ແລະ ອົງການ JETRO ປະຈໍາລາວ ໃນການຈັດຕັ້ງປະຕິບັດໂຄງການຮ່ວມມືຂອງສອງລັດຖະບານ ລາວ-ຍີ່ປຸ່ນ, ການປະຕິບັດໜ້າທີ່ຂອງບັນດາຊ່ຽວຊານ ແລະ ອາສາສະໝັກຍີ່ປຸ່ນຢູ່ ບັນດາຂະແໜງການຕ່າງໆຂອງລາວ; ຂົນຂວາຍ ແລະ ຍາດແຍ່ງເອົາການຊ່ວຍເຫຼືອຂັ້ນພື້ນຖານໃຫ້ແກ່ພາກສ່ວນຕ່າງໆຂອງລາວ ໂດຍສະເພາະ ການຊ່ວຍເຫຼືອຢູ່ເຂດຫ່າງໄກສອກຫຼີກ.

ໃນໂອກາດນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ຕາງຫນ້າໃຫ້ ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການສະໜັບສະໜູນຊ່ວຍເຫຼືອຂອງລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ຕະຫຼອດໄລຍະຜ່ານມາ, ໂດຍສະເພາະການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ທີ່ຈັດຢູ່ໃນອັນດັບຕົ້ນ ຂອງຕ່າງປະເທດ ທີ່ໃຫ້ການຊ່ວຍເຫຼືອ ສປປ ລາວ; ສະແດງຄວາມຂອບໃຈໃນການສະໜອງບັນດາອຸປະກອນການແພດ ແລະ ວັກແຊັງ ໃຫ້ແກ່ ສປປ ລາວ ໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງທັນການ, ຊຶ່ງທັງຫມົດນີ້ ໄດ້ປະກອບສ່ວນສຳຄັນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ເປັນແຕ່ລະໄລຍະ.

ໃນຕອນທ້າຍ, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າລັດຖະບານລາວ ປະດັບຫຼຽນໄຊມິດຕະພາບ ໃຫ້ແກ່ ທ່ານທູດ ທາເກວາກະ ເຄໂຊ ເພື່ອສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຈາລຶກເຖິງຜົນງານຄຸນງາມຄວາມດີ ທີ່ທ່ານອຸທິດເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ລາວ-ຍີ່ປຸ່ນ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

ໃນຂະນະດຽວກັນທ່ານທູດທາເກວາກະ ເຄໂຊ ກໍ່ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ພັກ-ລັດຖະບານ ແລະ ປະຊາຊົນລາວ ໂດຍສະເພາະ ກະຊວງການຕ່າງປະເທດ ທີ່ໄດ້ອໍານວຍຄວາມສະດວກ ໃຫ້ແກ່ການເຄື່ອນໄຫວໜ້າທີ່ການທູດຂອງຕົນຢູ່ ສປປ ລາວ ຈົນມີຜົນສໍາເລັດຢ່າງຈົບງາມແລະຢືນຢັນຈະສືບຕໍ່ໃນການເປັນຂົວຕໍ່ ເພື່ອປະກອບສ່ວນເຂົ້າໃນການຮັດແໜ້ນແລະເສີມຂະຫຍາຍສາຍພົວພັນມິດຕະພາບແລະການຮ່ວມມືອັນດີຂອງສອງປະເທດສປປ ລາວ ແລະ ຍີ່ປຸ່ນ ໃຫ້ສືບຕໍ່ມີບາດກ້າວຂະຫຍາຍຕົວອັນໃຫມ່ແລະແໜ້ນແຟ້ນຍິ່ງໆຂຶ້ນໃນອະນາຄົດ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
489101
ມື້ນີ້175
ມື້ວານ203
ອາທິດນີ້300
ເດືອນນີ້2494