ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສືບຕໍ່ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ກັບ ຄູ່ຮ່ວມເຈລະຈາ ໃນວັນທີ 28 ຕຸລາ 2021

 

 

20211028 ASEAN Summit D3- 1

ໃນວັນທີ 28 ຕຸລາ 2021, ພະນະທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສືບຕໍ່ນໍາພາ ຄະນະເຂົ້າຮ່ວມກອງປະຊຸມສຸດຍອດ ກັບ ບັນດາຄູ່ຮ່ວມເຈລະຈາ ມື້ສຸດທ້າຍ ເຊິ່ງປະກອບມີ: ກອງປະຊຸມສຸດຍອດອາຊຽນ-ອິນເດຍ ຄັ້ງທີ 18 ແລະ ກອງປະຊຸມສຸດຍອດອາຊຽນ-ລັດເຊຍ ຄັ້ງທີ 4 ແບບທາງໄກ.

 

ກອງປະຊຸມສຸດຍອດອາຊຽນ-ອິນເດຍ ຄັ້ງທີ 18: (ໂດຍການເປັນປະທານຮ່ວມຂອງ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ ແລະ ພະນະທ່ານ ນາເຣັນດຣາ ໂມດີ, ນາຍົກລັດຖະມົນຕີ ອິນເດຍ)

20211028 ASEAN Summit D3- 3

ກອງປະຊຸມ ໄດ້ສະແດງຄວາມຍິນດີຕໍ່ຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນປະຕິບັດງານ ອາຊຽນ-ອິນເດຍ ໄລຍະປີ2021-2025ແລະ ການຜັນຂະຫຍາຍຜົນຂອງກອງປະຊຸມສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 17 ແບບທາງໄກ ໃນປີ 2020, ໂດຍສະເພາະ ຄວາມພະຍາຍາມຂອງອາຊຽນ ແລະ ອິນເດຍ ໃນການຮັບມືກັບການແຜ່ລະບາດ ຂອງພະຍາດໂຄວິດ-19 ຢູ່ພາກພື້ນ.

ກອງປະຊຸມຍັງໄດ້ສະແດງຄວມຂອບໃຈ ຕໍ່ການປະກອບສ່ວນອັນສໍາຄັນຂອງ ອິນເດຍເຂົ້າໃນການຮັດແຄບຄວາມແຕກໂຕນ ດ້ານການພັດທະນາພາຍໃນອາຊຽນ, ໂດຍຜ່ານການຈັດຕັ້ງປະຕິບັດບັນດາກິດຈະກໍ າໃນແຜນງານຂໍ້ລິເລີ່ມການເຊື່ອມໂຍງອາຊຽນສະບັບທີ 4 ໄລຍະ 2021-2025. ພ້ອມນີ້, ກອງປະຊຸມ ໄດ້ປຶກສາຫາລື ແລະ ເປັນເອກະພາບກັນ ຕໍ່ທິດທາງແຜນການຮ່ວມມື ອາຊຽນ-ອິນເດຍ ໃນຕໍ່ໜ້າໂດຍສະເພາະ ແມ່ນການແກ້ໄຂການແຜ່ລະບາດ ຂອງພະຍາດໂຄວິດ-19ລວມທັງການແກ້ໄຂຜົນກະທົບທາງດ້ານເສດຖະກິດ ແລະ ການຟື້ນຟູເສດຖະກິດຮອບດ້ານ; ການຫັນໄປສູ່ເສດຖະກິດດີຈີຕອນ; ການຮັດແຄບຄວາມແຕກໂຕນດ້ານການພັດທະນາ ແລະ ການສຶກສາ.

ນອກນັ້ນ, ກອງປະຊຸມຍັງເຫັນວ່າ ອາຊຽນ ແລະ ອິນເດຍ ຄວນສືບຕໍ່ຂະຫຍາຍການຮ່ວມມື ດ້ານການເຊື່ອມຈອດ ດ້ານໂຄງລ່າງພື້ນຖານແນໃສ່ສົ່ງເສີມ ແລະ ອໍານວຍຄວາມສະດວກ ໃຫ້ແກ່ການຄ້າ, ການລົງທຶນ ແລະ ການໄປມາຫາສູ່ ລະຫວ່າງ ປະຊາຊົນ ໃຫ້ນັບມື້ນັບເພີ່ມຂຶ້ນໃນອະນາຄົດ ໂດຍສະເພາະການຈັດຕັ້ງປະຕິບັດແຜນແມ່ບົດ ການເຊື່ອມຈອດອາຊຽນ 2025 ແລະ ເຮັດໃຫ້ໂຄງການກໍ່ສ້າງທາງດ່ວນ 3 ຝ່າຍ: ອິນເດຍ-ມຽນມາ-ໄທ ແລະ ເຊື່ອມຕໍ່ໄປຍັງ ລາວ-ກໍາປູເຈຍ-ຫວຽດນາມ ໃຫ້ສໍາເລັດໂດຍໄວ. ກອງປະຊຸມ ໄດ້ເຫັນດີຮັບຮອງເອົາຖະແຫຼງການຮ່ວມ ອາຊຽນ-ອິນເດຍ ວ່າດ້ວຍການຮ່ວມມື ກ່ຽວກັບເອກະສານແນວຄວາມຄິດຂອງອາຊຽນ ວ່າດ້ວຍ ອິນໂດ-ປາຊີຟິກ ເພື່ອສັນຕິ ພາບ, ສະຖຽນລະພາບ ແລະ ຄວາມສົມບູນພູນສຸກໃນພາກພື້ນ

 

 

ກອງປະຊຸມສຸດຍອດ ອາຊຽນ-ລັດເຊຍ ຄັ້ງທີ 4 ເພື່ອສະເຫຼີມສະຫຼອງການເປັນຄູ່ຮ່ວມເຈລະຈາ ຄົບຮອບ 30 ປີ: (ໂດຍການເປັນປະທານຮ່ວມຂອງ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ ແລະ ພະນະທ່ານ ວະລາດີເມຍ ປູຕິນ, ປະທານາທິບໍດີ ແຫ່ງ ສະຫະພັນ ລັດເຊຍ)

20211028 ASEAN Summit D3- 4

ກອງປະຊຸມ ໄດ້ຕີລາສູງຕໍ່ກັບການຂະຫຍາຍຕົວຂອງການພົວພັນ ແລະ ຮ່ວມມື ລະຫວ່າງ ອາຊຽນ-ລັດເຊຍ ໃນໄລຍະ 30 ປີທີ່ຜ່ານມາ ໂດຍສະເພາະແມ່ນການຈັດຕັ້ງປະຕິດບັດແຜນປະຕິບັດງານ ອາຊຽນ-ລັດເຊຍ ສຳລັບປີ 2016-2020, ເຊິ່ງກວມເອົາ 3 ເສົາຄໍ້າການສ້າງປະຊາຄົມອາຊຽນ: ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມ. ນອກນີ້, ອາຊຽນ ແລະ ລັດເຊຍ ເຫັນດີຈະສືບຕໍ່ເພີ່ມທະວີການຮ່ວມມືໃນບາງຂະແໜງການບູລິມະສິດ ເປັນຕົ້ນ: ຂະແໜງສາທາລະນະສຸກ ໂດຍສະເພາະການຊ່ວຍເຫຼືອຢາວັກຊີນ ໃຫ້ແກ່ອາຊຽນ ກໍຄືການຄົ້ນຄວ້າ ແລະ ຜະລິດຢາວັກຊີນ ຮ່ວມກັບອາຊຽນ.

ກອງປະຊຸມ ຍັງໄດ້ຊຸກຍູ້ໃຫ້ ອາຊຽນ ແລະ ລັດເຊຍ ສືບຕໍ່ຮ່ວມມື ເພື່ອຫຼຸດຜ່ອນຜົນກະທົບ ຂອງພະຍາດໂຄວິດ-19 ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ກໍຄືການພັດທະນາເສດຖະກິດ, ໂດຍສືບຕໍ່ເສີມຂະຫຍາຍການຮ່ວມມືດ້ານການຄ້າ ແລະ ການລົງທຶນ, ໂດຍຜ່ານການຈັດຕັ້ງປະຕິບັດບົດບັນທຶກຊ່ວຍຈຳ (MoU)ລະຫວ່າງ ອາຊຽນ ແລະ ອົງການຮ່ວມມືຢູເຣເຊຍ ໃຫ້ເປັນຮູບປະທໍາ ແນໃສ່ສົ່ງເສີມ ແລະ ຂະຫຍາຍການຮ່ວມມືດ້ານເສດຖະກິດ ລະຫວ່າງ ບັນດາປະເທດສະມາຊິກອາຊຽນ ແລະ ອົງການຮ່ວມມື ຢູເຣເຊຍ ເພື່ອອໍານວຍຄວາມສະດວກໃຫ້ແກ່ການຄ້າ ແລະ ການລົງທຶນຂອງ 2 ພາກພື້ນ ໃຫ້ນັບມື້ນັບຫຼາຍຂຶ້ນ.

ກອງປະຊຸມ ໄດ້ເຫັນດີຮັບຮອງເອົາແຜນປະຕິບັດງານ ອາຊຽນ-ລັດເຊຍ ສະບັບໃໝ່ ສໍາລັບໄລຍະປີ 2021-2025 ແລະ ກິດຈະກໍາການສະເຫຼີມສະຫຼອງໂອກາດຄົບຮອບ 30 ປີ ແຫ່ງການພົວພັນຮ່ວມມືອາຊຽນ-ລັດເຊຍ ແລະ ໄດ້ຮັບຮອງເອົາຖະແຫຼງການຮ່ວມອາຊຽນ-ລັດເຊຍ ວ່າດ້ວຍການສ້າງພາກພື້ນທີ່ມີຄວາມໝັ້ນຄົງ ແລະ ຍືນຍົງຮ່ວມກັນ ແລະ ຖະແຫຼງການອາຊຽນ-ລັດເຊຍ ວ່າດ້ວຍການຮ່ວມມືກັນໃນການຕ້ານການຄ້າຢາເສບຕິດ. ພ້ອມນີ້, ກອງປະຊຸມຍັງໄດ້ແລກປ່ຽນຄຳຄິດຄຳເຫັນຕໍ່ບາງບັນຫາທີ່ພົ້ນເດັ່ນຢູ່ພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ, ເປັນຕົ້ນ: ຄວາມປອດໄພທາງໄຊເບີ, ການຂະຫຍາຍໂຄງສ້າງພາກພື້ນ, ການຕໍ່ຕ້ານການກໍ່ການຮ້າຍ ແລະ ອື່ນໆ.

 

 

20211028 ASEAN Summit D3- 5

ໃນຕອນບ່າຍຂອງວັນດຽວກັນ, ພະນະທ່ານນາຍົກລັດຖະມົນຕີ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມພິທີປິດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 38 ແລະ 39 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ແລະ ພິທີ ມອບ-ຮັບ ການເປັນປະທານອາຊຽນໃຫ້ແກ່ ຣາຊະອານາຈັກ ກຳປູເຈຍ ສໍາລັບປີ 2022, ພາຍໃຕ້ຄໍາຂວັນ: "ອາຊຽນ: ແກ້ໄຂສິ່ງທ້າທາຍຮ່ວມກັນ " (ASEAN ACT: Addressing Challenges Together).

----------------------

 

 

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
489257
ມື້ນີ້100
ມື້ວານ231
ອາທິດນີ້456
ເດືອນນີ້2650