ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຜົນສຳເລັດການເຂົ້າຮ່ວມກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມື ລາວ-ໄທ, ໄທ-ລາວ ຄັ້ງທີ 22 ແລະ ກອງປະຊຸມຄະນະກຳມາທິການຮ່ວມຊາຍແດນ ລາວ-ໄທ ແບບບໍ່ເປັນທາງການ ທີ່ ຣາຊະອານາຈັກໄທ

2021115-jc1

ກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມື ລາວ-ໄທ, ໄທ-ລາວ ຄັ້ງທີ 22

 

2021115-jc2

ກອງປະຊຸມຄະນະກຳມາທິການຮ່ວມຊາຍແດນ ລາວ-ໄທ ແບບບໍ່ເປັນທາງການ

 

2021115-jc3

ລັດຖະມົນຕີຕ່າງປະເທດ ແຫ່ງ ສປປ ລາວ ເຂົ້າຢ້ຽມຂໍ່ານັບ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

 

 

ໃນລະຫວ່າງວັນທີ 02-05 ພະຈິກ 2021, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນປະທານຄະນະກໍາມາທິການຮ່ວມວ່າດ້ວຍການຮ່ວມມື ລາວ-ໄທ ແລະ ປະທານຄະນະກຳມາທິການຊາຍແດນຮ່ວມ ລາວ - ໄທ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມຄະນະກຳມາທິການຮ່ວມ        ວ່າດ້ວຍ ການຮ່ວມມື ລາວ-ໄທ ຄັ້ງທີ 22 ແລະ ກອງປະຊຸມຄະນະກຳມາທິການຮ່ວມຊາຍແດນ ລາວ-ໄທ ແບບບໍ່ເປັນທາງການທີ່ ບາງກອກ, ຣາຊະອານາຈັກໄທ ຕາມການເຊື້ອເຊີນຂອງ ທ່ານ ດອນ ປຣະມັດວິໄນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ.

 

ກອງປະຊຸມຄະນະກໍາມາທິການຮ່ວມວ່າດ້ວຍການຮ່ວມມື ລາວ-ໄທ ຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ດີ ລະຫວ່າງກັນ ພາຍໃຕ້ບັນຍາກາດແຫ່ງການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ຄົບຮອບ 70 ປີ, ເຊິ່ງສອງຝ່າຍໄດ້ຮ່ວມກັນແລກປ່ຽນຄຳຄິດຄຳເຫັນຢ່າງກວ້າງຂວາງ ແລະ ກົງໄປກົງມາ ພາຍໃຕ້ຫົວຂໍ້ ການຟື້ນຟູໄປພ້ອມກັນຢ່າງເຂັ້ມແຂງ ແລະ ຍືນຍົງ” ແລະ ໄດ້ທົບທວນຄືນຜົນການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມຄະນະກໍາມາທິການຮ່ວມ ຄັ້ງທີ 21 ຢ່າງຮອບດ້ານ, ຊຶ່ງກວມເອົາການຮ່ວມມືດ້ານການເມືອງ ແລະ ຄວາມໝັ້ນຄົງ; ດ້ານເສດຖະກິດ ແລະ ດ້ານວັດທະນະທຳສັງຄົມ ຕະຫຼອດໄລຍະ 03 ປີຜ່ານມາ. ພ້ອມກັນນັ້ນ, ກໍ່ໄດ້ຮ່ວມກັນສະຫຼຸບການຈັດກິດຈະກໍາສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງກັນ ຄົບຮອບ 70 ປີ ໂດຍທັງສອງຝ່າຍໄດ້ສະແດງຄວາມຍິນດີ ທີ່ເຫັນວ່າການພົວພັນ ແລະ ການຮ່ວມມືລະຫວ່າງສອງປະເທດ ໄດ້ຮັບການເສີມຂະຫຍາຍໃຫ້ເກີດດອກອອກຜົນນັບມື້ນັບຫຼາຍຂຶ້ນ, ເຊິ່ງຈະເປັນເງື່ອນໄຂອັນດີໃຫ້ແກ່ການສ້າງສະພາບແວດລ້ອມເອື້ອອໍານວຍໃຫ້ກ້າວໄປສູ່ການຍົກລະດັບການພົວພັນຮ່ວມມື ລາວ-ໄທ ໃຫ້ເປັນຄູ່ຮ່ວມມືຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງໃນອະນາຄົດໃຫ້ເປັນຮູບປະທໍາ ເພື່ອຜົນປະໂຫຍດລວມຂອງປະຊາຊົນທັງສອງປະເທດຢ່າງແທ້ຈິງ.

 

ກອງປະຊຸມໄດ້ຮ່ວມກັນຕີລາຄາຕໍ່ບັນດາກົນໄກການຮ່ວມມືສອງຝ່າຍ ທັງລະດັບສູນກາງ ແລະ ທ້ອງຖິ່ນ     ແມ່ນໄດ້ເຮັດໜ້າທີ່ຂອງຕົນໄດ້ເປັນຢ່າງດີ, ເຊິ່ງເປັນປັດໃຈສໍາຄັນໃນການປະກອບສ່ວນເຮັດໃຫ້ສະພາບບໍລິເວນຊາຍແດນ ລາວ-ໄທ ມີຄວາມສະຫງົບຮຽບຮ້ອຍໂດຍພື້ນຖານ. ພ້ອມກັນນີ້, ສອງຝ່າຍຍັງເຫັນດີທີ່ຈະເພີ່ມທະວີການຮ່ວມມືກັນໃຫ້ໃກ້ຊິດຫຼາຍຂຶ້ນໃນການປ້ອງກັນ ແລະ ປາມປາບເສບຕິດ ລະຫວ່າງສອງປະເທດ ໂດຍສອດຄ່ອງກັບວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດຂອງ ສປປ ລາວ ແລະ ໄທ ໄດ້ຮ່ວມກັນກໍານົດແຜນການຮ່ວມມືໃນຕໍ່ໜ້າ ເພື່ອຮ່ວມກັນຟື້ນຟູສະພາບເສດຖະກິດ ແລະ ສັງຄົມທີ່ໄດ້ຮັບຜົນກະທົບຈາກສະພາບການແຜ່ລະບາດຂອງພະຍາດ ໂຄວິດ-19 ໂດຍສຸມໃສ່: (1) ການຮັກສາຄວາມສະ ຫງົບຮຽບຮ້ອຍຕາມບໍລິເວນຊາຍແດນ; (2) ການສົ່ງເສີມການເຊື່ອມໂຍງ ແລະ ກົດລະບຽບຕ່າງໆ; (3) ການສົ່ງເສີມການຄ້າຊາຍແດນ ແລະ ການພັດທະນະເສດຖະກິດດິຈີຕອນ;(4) ການສົ່ງເສີມການພັດທະນາປະເທດດ້ວຍຮູບແບບເສດຖະກິດຊີວະພາບ, ເສດຖະກິດໝູນວຽນ ແລະ ເສດຖະກິດສີຂຽວ (Bio-Circular-GreenEconomy Model : BCG Model);(5) ການສົ່ງເສີມການຮ່ວມມືດ້ານສາທາລະນະສຸກ ແລະ (6) ການສົ່ງເສີມການຮ່ວມມື ເພື່ອການພັດທະນາຄວາມອາດສາມາດຂອງບຸກຄະລາກອນໃນແຕ່ລະດ້ານ ເພື່ອໃຫ້ທັງສອງປະເທດກ້າວຜ່ານສິ່ງທ້າທາຍຕ່າງໆໄປພ້ອມກັນຢ່າງໝັ້ນຄົງ, ຮັ່ງມີ ແລະ ຍືນຍົງ ໂດຍໃຫ້ສອດຄ່ອງກັບຮ່າງແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ຂອງ ສປປ ລາວ 05 ປີ ຄັ້ງທີ 9 (2021-2025) ແລະ ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດຂອງໄທ ສະບັບທີ 13 (2023-2027). ສ່ວນການເຊື່ອມໂຍງເສັ້ນທາງຄົມມະນາຄົມ ລາວ-ໄທ ກໍ່ໄດ້ຮັບການພັດທະນາໃຫ້ມີຄວາມສະດວກ ເຊັ່ນ: ໂຄງການກໍ່ສ້າງຂົວຂ້າມນໍ້າຂອງແຫ່ງທີ 5 (ບໍລິຄໍາໄຊ-ບຶງການ), ຂົວມິດຕະພາບ ແຫ່ງທີ6 (ສາລະວັນ-ອຸບົນຣາຊະທານີ) ແລະ ໂຄງການກໍ່ສ້າງຂົວຊຽງແມນ - ຫຼວງພະບາງ. ສໍາລັບໂຄງການກໍ່ສ້າງທາງລົດໄຟ ລາວ-ໄທ ໄລຍະ 2 (ຕອນ 2) ຄາດວ່າຈະສໍາເລັດຕາມແຜນໃນປີໜ້ານີ້. ດ້ານການຄ້າ ແລະ ການລົງທຶນ ທັງສອງຝ່າຍເຫັນດີຈະອໍານວຍຄວາມສະດວກໃຫ້ແກ່ການຄ້າ ແລະ ສົ່ງເສີມການລົງທຶນລະຫວ່າງກັນໃຫ້ມີບາດກ້າວອັນໃໝ່. ພ້ອມດຽວກັນນີ້, ສອງຝ່າຍຍັງເຫັນດີໃຫ້ມີການປັບປຸງບົດບັນທຶກຄວາມເຂົ້າໃຈວ່າດ້ວຍການ ຊື່-ຂາຍ ພະລັງງານໄຟຟ້າ ລາວ-ໄທ ແລະ ຝ່າຍໄທຍິນດີໃຫ້ການສະໜັບສະໜູນໃນການຈັດຕັ້ງປະຕິບັດໂຄງການສົ່ງໄຟຟ້າຈາກ ສປປ ລາວ ໄປ ສິງກະໂປ ໂດຍຜ່ານສາຍສົ່ງທີ່ມີຢູ່ແລ້ວຂອງໄທ ແລະ ມາເລເຊຍ ເພື່ອສົ່ງເສີມຄວາມໝັ້ນຄົງດ້ານພະລັງງານ ແລະ ການຂະຫຍາຍໂຕທາງເສດຖະກິດຂອງສອງປະເທດ.

 

ໃນໂອກາດດຽວກັນນີ້, ທ່ານ ສະເຫຼີມໄຊ ກົມມະສິດ ຍັງໄດ້ເປັນປະທານ ກອງປະຊຸມຄະນະກຳມາທິການຮ່ວມຊາຍແດນ ລາວ-ໄທ ແບບບໍ່ເປັນທາງການ ຮ່ວມກັບ ທ່ານ ດອນ ປະຣະມັດວິໄນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດໄທ, ເຊິ່ງໃນກອງປະຊຸມສອງຝ່າຍ ໄດ້ຕີລາການສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນຂອງສອງປະເທດ ແມ່ນມີຄວາມຄືບໜ້າເປັນກ້າວໆ, ເຊິ່ງຮອດປະຈຸບັນສອງຝ່າຍໄດ້ສຳເລັດການປັກຊາຍແດນທາງບົກແລ້ວ ຈຳວນ 211 ຫຼັກໝາຍ ເທົ່າກັບ 93% ຂອງລວງຍາວເສັ້ນຊາຍແດນທາງບົກ. ພ້ອມກັນນີ້,      ກໍ່ຮ່ວມກັນປຶກສາຫາລືໃນບັນຫາຕ່າງໆທີ່ເປັນຂໍ້ຄົງຄ້າງ ແລະ ເຫັນດີຮ່ວມກັນຈັດກອງປະຊຸມຄະນະກໍາມາທິການຮ່ວມຊາຍແດນ ລາວ-ໄທ ຄັ້ງທີ 12, ເຊິ່ງຝ່າຍລາວຈະເປັນເຈົ້າພາບໃນປີ 2022ເພື່ອສຸມທຸກຄວາມພະຍາຍາມຮ່ວມກັນ ເຮັດໃຫ້ເສັ້ນຊາຍແດນ ລາວ - ໄທ ກາຍເປັນເສັ້ນສາຍແດນແຫ່ງສັນຕິພາບ ເປັນມູນມໍລະດົກອັນລໍ້າຄ່າໃຫ້ປະຊາຊົນສອງຊາດ ລາວ ແລະ ໄທ ຕໍ່ໄປ. ນອກນີ້, ສອງຝ່າຍຍັງເຫັນດີໃຫ້ຮ່ວມກັນສໍາຫຼວດສະພາບຫຼັກໝາຍຊາຍແດນ ແລະ ສ້ອມແປງຫຼັກໝາຍຊາຍແດນທີ່ເປເພ ເພື່ອເປັນກິດຈະກໍາໜຶ່ງໃນການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລາວ-ໄທ ຄົບຮອບ 70 ປີ.

 

ໃນລະຫວ່າງການເຄືອນໄຫວເຂົ້າຮ່ວມບັນດາກອງປະຊຸມສອງຝ່າຍ ລາວ - ໄທ ໃນຄັ້ງນີ້, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຍັງໄດ້ເຂົ້າຮ່ວມໃນພິທີ ມອບ - ຮັບ ໂຄງການກໍ່ສ້າງສູນບໍາບັດ, ຟື້ນຟູຜູ້ຕິດຢາເສບຕິດ ແລະ ອາຄານຮອງຮັບຄົນເຈັບອຸປະຕິເຫດເບື້ອງຕົ້ນ ແລະ ສົ່ງຕໍ່ໃຫ້ແກ່ໂຮງໝໍເມືອງໂພນໂຮງ, ແຂວງວຽຈັນ ສປປ ລາວ ມູນຄ່າ 50 ກວ່າລ້ານບາດ ແລະ ເຄື່ອງຊ່ວຍເຫຼືອອຸປະກອນທາງການແພດ ມູນຄ່າປະມານ 2 ລ້ານບາດ ສໍາລັບການຮອງຮັບຄົນເຈັບເດັກນ້ອຍທີ່ຕິດພະຍາດ ໂຄວິດ-19 ໃຫ້ແກ່ໂຮງໝໍເດັກ, ນະຄອນຫຼວງວຽງຈັນ, ເຊິ່ງແມ່ນການຊ່ວເຫຼືອຫຼ້າຈາກລັດຖະບານໄທ ແລະ ປະຊາຊົນໄທ ໃຫ້ແກ່ລັດຖະບານ ແລະ ປະຊາຊົນລາວ ເພື່ອເປັນສ່ວນໜຶ່ງຂອງກິດຈະກໍາສະເຫຼີມສະຫຼອງ 70 ປີ ວັນສ້າງຕັ້ງສາຍພົວພັນການທູດລາວ-ໄທ.

 

ໃນໂອກາດເຂົ້າຮ່ວມກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມື ລາວ-ໄທ ຄັ້ງທີ 22 ແລະ ກອງປະຊຸມຄະນະກຳມາທິການຮ່ວມຊາຍແດນ ລາວ-ໄທ ແບບບໍ່ເປັນທາງການ ຄັ້ງນີ້, ທ່ານ ສະເຫຼີມໄຊ ກົມມະສິດ ແລະ ຄະນະຜູ້ແທນລາວຍັງໄດ້ເຂົ້າຢ້ຽມຂ່ຳນັບ ພະນະທ່ານພົນເອກ ປຣະຢຸດ ຈັນໂອຊາ, ນາຍົກລັດຖະມົນຕີ ແຫ່ງ    ຣາຊະອານາຈັກໄທ, ເຊິ່ງການພົບປະເຕັມໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນ. ໃນໂອກາດດຽວກັນຜູ້ນໍາລັດຖະບານໄທ ໄດ້ຢືນຢັນເຖິງເຈດຕະນາລົມ ທີ່ຈະຮ່ວມກັບຝ່າບລາວໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ດີ ແລະ ການຮ່ວມມືລະຫວ່າງສອງປະເທດ ທີ່ມີມາແຕ່ຍາວນານໃຫ້ຂຶ້ນສູ່ລະດັບໃໝ່ ເພື່ອຜົນປະໂຫຍດຮ່ວມກັນຂອງປະຊາຊົນສອງຊາດ ໃນການກ້າວໄປສູ້ອະນາຄົດຂ້າງໜ້າຮ່ວມກັນ.

 

 

 

 

 

 

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
489141
ມື້ນີ້215
ມື້ວານ203
ອາທິດນີ້340
ເດືອນນີ້2534