ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຜົນການພົບປະແບບທາງໄກ ລະຫວ່າງ ລັດຖະມົນຕີກະຊວງການຕ່າງປະເທດ ລາວ ແລະ ຈີນ

 

20211203-Lao-Chinese FM - 2

20211203-Lao-Chinese FM - 1

20211203-Lao-Chinese FM - 3

 

 

ໃນວັນທີ 3 ທັນວາ 2021, ສະຫາຍ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ພົບປະແບບທາງໄກກັບ ສະຫາຍ ຫວັງ ອີ້, ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ.

 

ໃນໂອກາດດັ່ງກ່າວນີ້, ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສໍາເລັດຂອງການດໍາເນີນກອງປະຊຸມຄົບຄະນະກໍາມະການສູນກາງພັກ ຄັ້ງທີ 6 ສະໄໝທີ XIX ຂອງພັກກອມມູນິດຈີນ ໃນເດືອນພະຈິກ 2021 ຜ່ານມາ ແລະ ຕີລາຄາສູງຕໍ່ຜົນສຳເລັດຂອງກອງປະຊຸມສຸດຍອດອາຊຽນ-ຈີນ ສະໄໝພິເສດ ເພື່ອສະເຫຼີມສະຫຼອງການພົວພັນຮ່ວມມື ອາຊຽນ-ຈີນ ຄົບຮອບ 30 ປີ. ພ້ອມດຽວກັນນີ້, ສະຫາຍສະເຫຼີມໄຊກົມມະສິດຍັງໄດ້ຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຕໍ່ສະຫາຍຈີນທີ່ໄດ້ໃຫ້ການຊ່ວຍເຫຼືອຖານມິດສະຫາຍເປັນຕົ້ນແມ່ນມາຮອດປະຈຸບັນ ສປ ຈີນ ໄດ້ສົ່ງຊ່ຽວຊານທິມແພດດ້ານພະຍາດໂຄວິດ-19 ມາຊ່ວຍ ສປປ ລາວ ຈໍານວນ 2 ຄັ້ງ, ສະໜອງວັກແຊັງປ້ອງກັນພະຍາດໂຄວິດ-19 ຈໍານວນ 6,9 ລ້ານໂດສ, ລວມທັງອຸປະກອນການແພດ ແລະ ຢາປິ່ນປົວພະຍາດ ຈໍານວນຫຼາຍ, ຊຶ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ.

 

ສອງຝ່າຍ ໄດ້ຕີລາຄາສູງ ຕໍ່ການພົບປະແບບທາງໄກລະຫວ່າງສອງເລຂາທິການໃຫຍ່, ປະທານປະເທດ ແລະ ໃນການເຂົ້າຮ່ວມຮ່ວມເປັນສັງຂີພິຍານໃນການເປີດນຳໃຊ້ທາງລົດໄຟ ລາວ-ຈີນ ຢ່າງເປັນທາງການໃນມື້ນີ້, ພ້ອມດຽວກັນກໍ່ຕໍລາຄາສູງຕໍ່ສາຍຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການພົວພັນຮ່ວມມືຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ລະຫວ່າງ ສອງພັກ ສອງລັດ ກໍຄືປະຊາຊົນສອງຊາດ ລາວ-ຈີນ ທີ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ. ພ້ອມດຽວກັນນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືຂອງສອງກະຊວງການຕ່າງປະເທດ ລາວ ແລະ ຈີນ ທີ່ເຫັນວ່າ ສອງກະຊວງໄດ້ຮ່ວມກັນຢ່າງຕັ້ງໜ້າໃນການຈັດຕັ້ງຜັນຂະຫຍາຍສັນຍາຮ່ວມມືທີ່ມີຮ່ວມກັນ ໄດ້ຢ່າງມີຜົນສໍາເລັດດີ, ໂດຍສະເພາະໃນດ້ານການກໍ່ສ້າງຊັບພະຍາກອນມະນຸດ.

 

ໃນໂອກາດດຽວກັນນີ້, ສອງຝ່າຍ ຍັງໄດ້ແຈ້ງໃຫ້ກັນຊາບໂດຍຫຍໍ້ ກ່ຽວກັບ ສະພາບການພາຍໃນປະເທດຂອງຕົນ ເປັນຕົ້ນແມ່ນການພັດທະນາເສດຖະກິດ-ສັງຄົມ ແລະ ສະພາບການແຜ່ລະບາດຂອງພະຍາດໂຄວິດ-19, ພ້ອມນີ້ຍັງໄດ້ຮ່ວມກັນປຶກສາຫາລື ເພື່ອຫຼຸດຜ່ອນບາງຜົນກະທົບ ຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນ ດ້ານການຄ້າ-ການລົງທຶນ, ການຂົນສົ່ງ, ການສຶກສາ ໂດຍສະເພາະກ່ຽວກັບບັນດານັກສຶກສາລາວທີ່ໄດ້ຮັບທຶນການສຶກສາຈາກ ສປ ຈີນ ໃຫ້ສາມາດເດີນທາງກັບໄປສືບຕໍ່ການສຶກສາ ຢູ່ ສປ ຈີນ ຖ້າສະພາບການອໍານວຍ. ນອກນີ້, ສອງຝ່າຍໄດ້ເຫັນດີສືບຕໍ່ຊຸກຍູ້ ແລະ ຮັດແໜ້ນການພົວພັນຮ່ວມມືໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ເປັນຕົ້ນໃນຂອບ ສປຊ, ແມ່ນໍ້າຂອງ-ແມ່ນນໍ້າລ້ານຊ້າງ, ອາຊຽນ-ຈີນ, ແລວເສດຖະກິດ ລາວ-ຈີນ, ໂດຍສະເພາະໃນໄລຍະທີ່ ສປປ ລາວ ຈະເປັນປະທານອາຊຽນ ໃນປີ 2024 ທີ່ຈະມາເຖິງນີ້ ແລະ ຍັງໄດ້ປຶກສາຫາລືກັນ ກ່ຽວກັບ ສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ. ພ້ອມດຽວກັນນີ້, ຝ່າຍລາວ ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍ ຕໍ່ການເປັນເຈົ້າພາບຈັດກິລາໂອເລັມປິກລະດູໜາວຂອງ ສປ ຈີນ ໃນເດືອນ ກຸມພາ 2022 ທີ່ຈະມາເຖິງ.

 

ທ່ານລັດຖະມົນຕີຍັງໄດ້ສະແດງຄວາມຊົມເຊີຍ ຕໍ່ການພົບປະສອງຝ່າຍແບບທາງໄກຄັ້ງນີ້, ແມ່ນເຕັມໄປດ້ວຍບັນຍາກາດແຫ່ງໄມຕີຈິດ ມິດຕະພາບ ເປັນກັນເອງ ແລະ ກົງໄປກົງມາ ຖານສະຫາຍອ້າຍນ້ອງ, ໂດຍໄດ້ຮັບໝາກຜົນຕາມລະດັບຄາດໝາຍ, ສ່ອງແສງໃຫ້ເຫັນເຖິງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ກໍຄືສອງກະຊວງການຕ່າງປະເທດ ລາວ-ຈີນ ທີ່ນັບມື້ໄດ້ຮັບການເພີ້ມພູນຄູນສ້າງໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການພົບປະແບບທາງໄກຂອງສອງລັດຖະມົນຕີກະຊວງການຕ່າງປະເທດ ລາວ ແລະ ຈີນ ໃນຄັ້ງນີ້ ມີຂຶ້ນໃນທ່າມກາງບັນຍາກາດທີ່ການນໍາສູງສຸດຂອງສອງພັກ ສອງລັດ ລາວ-ຈີນ ພົບປະກັນແບບທາງໄກ ແລະ ກໍ່ເປັນມື້ທີ່ມີຄວາມໝາຍສໍາຄັນທາງປະຫວັດສາດຂອງການພົວພັນລະຫວ່າງ ລາວ-ຈີນ ກໍຄືໄດ້ມີພິທີເປີດນໍາໃຊ້ທາງລົດໄຟ ລາວ-ຈີນ ຢ່າງເປັນທາງການ, ທັງເປັນການປະກອບສ່ວນເຂົ້າໃນການສະເຫຼີມສະຫຼອງຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລາວ-ຈີນ ແລະ ປີມິດຕະພາບລາວ-ຈີນ 2021 ໃຫ້ມີຄວາມໝາຍເລິກເຊິ່ງກວ່າເກົ່າ.

 

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485944
ມື້ນີ້75
ມື້ວານ168
ອາທິດນີ້980
ເດືອນນີ້5249