ໃນວັນທີ 28 ຕຸລາ 2016, ທີ່ ສຳນັກງານນາຍົກລັດຖະມົນຕີ, ທ່ານ ກວນ ຮົວ ປິງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ລາວ, ໄດ້ມອບເງິນຈຳນວນ 261.800 ໂດລາ ສະຫະລັດ ໃຫ້ລັດຖະບານລາວ ເພື່ອປະກອບສ່ວນສະໜັບສະໜູນໃນການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ແລະ ກອງປະຊຸມປີ່ນອ້ອມອື່ນໆ. ຕາງໜ້າລັດຖະບານລາວ ຮັບໂດຍ ທ່ານ ນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ. ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ເພັດ ພົມພິພັກ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ທ່ານ ນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ສະແດງຄວາມຂອບໃຈມາຍັງປະຊາຊົນຈີນ ກໍຄື ພັກ-ລັດຖະບານຈີນ ທີ່ໄດ້ໃຫ້ການສະໜັບສະໜູນ ປະກອບສ່ວນສຳຄັນເຂົ້າໃນກອງປະຊຸມສຸດຍອດດັ່ງກ່າວ ທີ່ ສປປ ລາວ ເປັນເຈົ້າພາບ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະນຳເງິນຈຳນວນດັ່ງກ່າວ ໄປນຳໃຊ້ເຂົ້າໃນວຽກງານຕົວຈິງ ໃຫ້ເກີດຜົນປະໂຫຍດສູງສຸດ ແລະ ຫວັງຢ່າງຍິ່ງວ່າ ລັດຖະບານຈີນ ຈະສືບຕໍ່ໃຫ້ການສະໜັບສະໜູນຕື່ມອີກໃນຕໍ່ໜ້າ.