ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມທາບທາມເພື່ອລະດົມຄວາມຄິດເຫັນໃສ່ຮ່າງກົດໝາຍວ່າດ້ວຍສົນທິສັນຍາ ແລະ ສັນຍາສາກົນ

kp bk

ໃນ​ວັນ​ທີ 2-3 ພະຈິກ 2016 ກົມ​ສົນທິສັນຍາ ​ແລະ ກົດໝາຍ, ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ຈັດກອງປະຊຸມທາ​ບທາມ​ເພື່ອ​ລະດົມ​ຄວາມ​ຄິດ​ເຫັນ​​​ໃສ່ຮ່າງກົດໝາຍວ່າດ້ວຍສົນທິສັນຍາ ແລະ ສັນຍາສາກົນ​ຂຶ້ນ​ທີ່​ຫ້ອງ​ວ່າການ​ແຂວງ​ບໍ່​ແກ້ວ, ​ພາຍ​ໃຕ້ການ​ເປັນ​ປະ​ທານ​ຂອງ​ທ່ານ ນາງ ຄຳ​ເພົາ ​ເອີນ​ທະ​ວັນ, ຮອງລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ. ເຂົ້າຮ່ວມໃນກອງປະຊຸມ​ໃນ​ຄັ້ງ​ນີ້​ມີ ຫ້ອງວ່າການປົກຄອງ​, ພະ​ແນ​ກການ​ຕ່າງປະ​ເທດ​ແຂວງ ​ແລະ ພະ​ແນ​ກ ການ​ຕ່າງໆ​ທີ່​ກ່ຽວຂ້ອງ ຈາກ 8 ​ແຂວງ​ພາກ​ເໜືອ ລວມມີ: ​ ​ແຂວງ ​ບໍ່​ແກ້ວ, ​ແຂວງ​ ໄຊ​ຍະ​ບູລີ, ແຂ​ວງ ຊຽງ​ຂວາງ, ​ແຂວງ​ ຜົ້ງ​ສາລີ, ​ແຂວງ​ ຫົວພັນ, ແຂວງ ຫຼວງ​ນ້ຳ​ທາ, ແຂວງ​ ຫຼວງ​ພະ​ບາງ, ແຂ​ວງ ອຸດົມ​ໄຊ.

ທ່ານຮອງ​ລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດ ​ໄດ້​ກ່າວ​ວ່າ ຈຸດປະສົງທີ່​ເຮົາຈັດກອງປະຊຸມໃນຄັ້ງນີ້ແມ່ນ ເພື່ອນຳເອົາຮ່າງກົດຫມາຍວ່າດ້ວຍສົນທິສັນຍາ ແລະສັນຍາສາກົນທີ່ພວກຂ້າເຈົ້າໄດ້ຮ່າງສຳເລັດ​ໃນເບື້ອງຕົ້ນມາທາບທາມ, ແລກປ່ຽນຄຳຄິດເຫັນກັບບັນດາທ່ານ ຊຶ່ງເປັນຕົວແທນຂອງອຳນາດການປົກຄອງ 8 ແຂວງພາກເຫນືອ. ພາຍຫລັງການທາບທາມແລະແລກປ່ຽນຄຳຄິດເຫັນຄັ້ງນີ້, ພວກ​ເຮົາກໍຈະລົງ​ໄປທາບທາມ ແລະ ແລກປ່ຽນຄຳຄິດຄຳເຫັນກັບອຳນາດການປົກຄອງບັນດາແຂວງພາກກາງ ແລະ ພາກໃຕ້ຕື່ມອີກ ແລ້ວຈຶ່ງສັງລວມຄຳຄິດຄຳເຫັນເຫຼົ່ານັ້ນ ເພື່ອນຳໄປປັບປຸງຮ່າງກົດໝາຍສະບັບນີ້ໃຫ້ແທດເໝາະກັບຕົວຈິງ, ສົມບູນຍິ່ງຂຶ້ນ ແລະ ສາມາດປະຕິບັດໄດ້.

ຮ່າງກົດໝາຍສະບັບນີ້ ຈະເປັນກົດໝາຍສະບັບທຳອິດຂອງກະຊວງການຕ່າງປະເທດ, ກໍານົດຫຼັກການ, ລະບຽບການ ແລະ ຂັ້ນຕອນກ່ຽວກັບການສ້າງ ແລະ ການຈັດຕັ້ງປະຕິບັດສົນທິສັນຍາທີ່ສ້າງຂຶ້ນໃນນາມລັດ ແລະ ລັດຖະບານ; ສັນຍາສາກົນທີ່ສ້າງຂຶ້ນໃນນາມອົງການລັດຂັ້ນສູນກາງ, ຂະແໜງການ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ອົງການປົກຄອງທ້ອງຖິ່ນ ເພື່ອຄຸ້ມຄອງລັດກ່ຽວກັບວຽກງານສົນທິສັນຍາ ແລະ ສັນຍາສາກົນ ໃຫ້ມີຄວາມເປັນເອກະພາບກັນໃນຂອບເຂດທົ່ວປະເທດ ແນໃສ່ປະຕິບັດນະໂຍບາຍການຕ່າງປະເທດ ສັນຕິພາບ, ​ເອກະລາດ, ມິດຕະພາບ​ ​ແລະ ການ​ຮ່ວມມື ຕ່າງ​ຝ່າຍ​ຕ່າງ​ມີ​ຜົນປະ​ໂຫຍ​ດ, ສົ່ງເສີມຄວາມເປັນເຈົ້າການຂອງ ສປປ ລາວ ໃນການຮ່ວມມືກັບບັນດາປະເທດ ແລະ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ.

         ການສ້າງກົດໝາຍວ່າດ້ວຍສົນທິສັນຍາ ​ແລະ ​ສັນຍາ​ສາກົນ ກໍ່​ຄືນິຕິ​ກຳອື່ນໆ​ໃນ​ຂະ​ແໜງ​ການ​ຕ່າງປະ​ເທດ ​ເປັນ​ກົດໝາຍ​ທີ່​ຈະອອກ​ໂດຍ​ສະພາ​ແຫ່ງ​ຊາດ ປະກອບສ່ວນອັນສຳຄັນເຂົ້າໃນການປະຕິບັດມະຕິ X ຂອງພັກ ໃນການສ້າງຄວາມໝັ້ນຄົງໃຫ້ແກ່ລັດ ປະຊາທິປະໄຕ ປະຊາຊົນ ທີ່ປົກຄອງດ້ວຍກົດໝາຍ​ເທື່ອ​ລະ​ກ້າວ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485991
ມື້ນີ້122
ມື້ວານ168
ອາທິດນີ້1027
ເດືອນນີ້5296