ໃນວັນທີ 19 ເມສາ 2024, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ-ນູແວນເຊລັງ ຄັ້ງທີ 31 ທີ່ ແວວລິງຕັນ, ນິວຊີແລນ ພາຍໃຕ້ການເປັນປະທານຮ່ວມຂອງ ບຣູໄນ ດາຣູຊາລາມ ແລະ ນູແວນເຊລັງ.
ກອງປະຊຸມ ໄດ້ທົບທວນການຮ່ວມມືອາຊຽນ-ນູແວນເຊລັງ ໃນຊຸມປີຜ່ານມາ ກໍານົດທິດທາງໃນການເສີມຂະຫຍາຍການພົວພັນຮ່ວມມື ໃນອານາຄົດ. ໃນໂອກາດນີ້, ທັງສອງຝ່າຍ ຈະສະເຫຼີມສະຫຼອງ ການພົວພັນຮ່ວມມືອາຊຽນ-ນູແວນເຊລັງ ຄົບຮອບ 50 ປີ ໃນປີ 2025 ອີກດ້ວຍ.