ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຄື່ອນໄຫວເຮັດວຽກ ທີ່ ດ່ານທ້ອງຖິ່ນປາກຕາພານ, ເມືອງລະຄອນເພັງ, ແຂວງສາລະວັນ

 

 20240409 Paktaphan Boundary 2

 

ໃນຕອນບ່າຍຂອງວັນທີ 9 ເມສາ 2024 ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍ ຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຂອງສູນກາງ ໄດ້ລົງໄປພົບປະເຮັດວຽກຮ່ວມກັບ ທ່ານ ພູທົງ ຄຳມະນີວົງ, ຮອງເຈົ້າແຂວງໆສາລະວັນ ພ້ອມດ້ວຍຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຂອງແຂວງສາລະວັນ ເພື່ອຮ່ວມກັນ ລົງກວດກາ, ເກັບກໍາຂໍ້ມູນ ແລະ ປະຊຸມປຶກສາຫາລື ກ່ຽວກັບ ຄວາມຄືບໜ້າການກໍ່ສ້າງພື້ນຖານໂຄງລ່າງຂອງດ່ານທ້ອງຖິ່ນປາກຕາພານ, ເມືອງລະຄອນເພັງ, ແຂວງສາລະວັນ ເພື່ອກະກຽມຄວາມພ້ອມໃນການຍົກຂຶ້ນເປັນດ່ານສາກົນ.

 

20240409 Paktaphan Boundary 1

 

ການລົງໄປກວດກາ, ເກັບກໍາຂໍ້ມູນ ແລະ ຕິດຕາມເບິ່ງຄວາມຄືບໜ້າໃນການກໍ່ສ້າງພື້ນຖານໂຄງລ່າງ ໃນຄັ້ງນີ້ ເປັນການປະຕິບັດຕາມກົດໝາຍວ່າດ້ວຍຊາຍແດນແຫ່ງຊາດ; ດໍາລັດວ່າດ້ວຍດ່ານຊາຍແດນ ແລະ ສະໜາມບິນສາກົນ ສະບັບເລກທີ 558/ລບ, ລົງວັນທີ 31 ທັນວາ 2018 ມາດຕາ 25; ແລະ ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 1581/ຫສນຍ, ລົງວັນທີ 24 ສິງຫາ 2023 ທີ່ເຫັນດີອະນຸມັດໃຫ້ອົງການປົກຄອງຂອງແຂວງສາລະວັນ ສືບຕໍ່ປັບປຸງໂຄງລ່າງພື້ນຖານ ເພື່ອກະກຽມຍົກລະດັບຂຶ້ນເປັນດ່ານສາກົນ. ຊຶ່ງດ່ານດັ່ງກ່າວ ເປັນດ່ານຊາຍແດນທາງແມ່ນໍ້າຂອງ, ຕັ້ງຢູ່ເຊິ່ງໜ້າກັບຈຸດຜ່ານແດນຖາວອນ (ດ່ານສາກົນ) ປາກແຊງ, ຕໍາບົນພະລານ, ອໍາເພີນາຕານ, ຈັງຫວັດອຸບົນຣາຊະທານີ, ມີເສັ້ນທາງເຊື່ອມຕໍ່ກັບເສັ້ນທາງຫຼວງແຫ່ງຊາດເລກທີ 13 ໃຕ້, ຊຶ່ງເປັນທາງປູຢາງສອງຊັ້ນເລກທີ 2.6901 ຢູ່ຈຸດຕັດກັບສາມແຍກບ້ານຖໍ້າພວງ, ເມືອງລະຄອນເພັງ ລວງຍາວປະມານ 17,5 ກິໂລ ແມັດ. ຜ່ານການລົງສໍາຫຼວດ, ເກັບກໍາຂໍ້ມູນເຫັນວ່າ ເປັນຈຸດຍຸດທະສາດທີ່ມີຄວາມສໍາຄັນໃຫ້ແກ່ການປະກອບສ່ວນອຳ ນວຍຄວາມສະດວກໃນການບໍລິການ, ຂົນສົ່ງສິນຄ້າລະຫວ່າງປະເທດ, ຜູ້ໂດຍສານ, ນັກທ່ອງທ່ຽວ, ການເຂົ້າ-ອອກຂອງປະຊາຊົນ, ປະກອບສ່ວນສ້າງສາຍພົວພັນມິດຕະພາບທີ່ດີກັບປະເທດເພື່ອນບ້ານ, ບັນດາປະເທດໃນພາກພື້ນ ແລະ ສາກົນ. ແນໃສ່ເຮັດໃຫ້ການພັດທະນາເສດຖະກິດ ແລະ ສັງຄົມແຫ່ງຊາດໃຫ້ມີການຂະຫຍາຍຄົວ ແລະ ຍືນຍົງ, ໂດຍສະເພາະຊີວິດການເປັນຢູ່ຂອງປະຊາຊົນແຂວງສາລະວັນ ກໍ່ຄືປະຊາຊົນລາວບັນດາເຜົ່າໃຫ້ມີຄວາມສົມບູນພູນສຸກຂຶ້້ນໄປເລື້ອຍໆ, ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃຫ້ມີຄວາມຮຸ່ງເຮືອງສີລິວິໄລ. ມາເຖິງປະຈຸບັນການກໍ່ສ້າງພື້ນຖານໂຄງລ່າງຂອງດ່ານແມ່ນມີຄວາມພ້ອມສົມຄວນ ແລະ ສຳເລັດໃນຫຼາຍດ້ານ, ໂດຍສະເພາະແຜນຜັງລວມຂອງດ່ານ, ເສັ້ນທາງຄົມມະນາຄົມ, ຕຶກອາຄານຫ້ອງການຂອງເຈົ້າໜ້າທີ່ກວດກາຄົນເຂົ້າ-ອອກເມືອງ, ເຈົ້າໜ້າທີ່ພາສີ, ເຮືອນພັກພະນັກງານ, ບຸກຄະລາກອນ ແລະ ດ້ານອື່ນໆເຫັນວ່າມີຄວາມພ້ອມສົມຄວນ.

 

20240409 Paktaphan Boundary 320240409 Paktaphan Boundary 4

20240409 Paktaphan Boundary 820240409 Paktaphan Boundary 9

20240409 Paktaphan Boundary 620240409 Paktaphan Boundary 7

 

ໃນເວລາປະຊຸມປຶກສາຫາລື ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຮັບຟັງການລາຍງານລະອຽດ ກ່ຽວກັບ ຄວາມຄືບໜ້າຂອງການກໍ່ສ້າງດ່ານຈາກເຈົ້າໜ້າທີ່ຂອງແຂວງສາລະວັນ ພ້ອມທັງຮັບຟັງການປະກອບຄວາມຄິດເຫັນຂອງບັນດາຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນ ແລະ ໄດ້ໃຫ້ທິດຊີ້ນຳ ກ່ຽວກັບການກະກຽມຄວາມພ້ອມຍົກລະດັບດ່ານທ້ອງຖິ່ນປາກຕາພານ ຂຶ້ນເປັນດ່ານສາກົນນັ້ນ, ຈົ່ງຮີບຮ້ອນເລັ່ງກໍ່ສ້າງພື້ນຖານໂຄງລ່າງຂອງດ່ານ, ກະກຽມບຸກຄະລາກອນຂອງທຸກຂະແໜງການ, ເຄື່ອງມືອຸປະກອນຮັບໃຊ້ ແລະ ດ້ານອື່ນໆໃຫ້ຄົບເງື່ອນໄຂຕາມມາດຕະຖານທີ່ໄດ້ກຳນົດໄວ້ໃນດຳລັດ ວ່າດ້ວຍ ດ່ານຊາຍແດນ ແລະ ສະໜາມບິນສາກົນ ເພື່ອຈະໄດ້ນຳເອົາຂໍ້ມູນດັ່ງກ່າວສະເໜີຕໍ່ລັດຖະບານພິຈາລະນາ.

 

20240409 Paktaphan Boundary 5

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486568
ມື້ນີ້122
ມື້ວານ142
ອາທິດນີ້230
ເດືອນນີ້5873