ໃນວັນທີ 23 ພະຈິກ 2016 ທ່ານ ນ. ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ແລະ ມອບໜັງສືແຕ່ງຕັ້ງຂອງ ສະຫາຍ ຫວູ ດັງ ແມັ່ງ, ໃນໂອກາດໄດ້ຮັບແຕ່ງຕັ້ງເປັນກົງສຸນໃຫຍ່ ແຫ່ງ ສສ. ຫວຽດນາມ ປະຈຳ ແຂວງຫຼວງພະບາງ ແລະ ຮັບຜິດຊອບບັນດາ 8 ແຂວງພາກເໜືອຂອງ ສປປ ລາວ, ໃນນັ້ນມີ: ແຂວງຫຼວງພະບາງ, ແຂວງບໍແກ້ວ, ແຂວງຫຼວງນ້ຳທາ, ແຂວງອຸດົມໄຊ, ແຂວງໄຊຍະບູລີ, ແຂວງຜົງສາລີ, ແຂວງຫົວພັນ, ແຂວງຊຽງຂວາງ.
ໃນໂອກາດນີ້, ທ່ານຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບແລະຊົມເຊີຍຕໍ່ ທ່ານ ຫວູ ດັງ ແມັ່ງ, ທີ່ໄດ້ຮັບແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳ ແຂວງຫຼວງພະບາງ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າພາຍໃນໄລຍະເວລາ ທີ່ທ່ານກົງສຸນໃຫຍ່ ປະຕິບັດໜ້າທີວຽກງານການທູດຂອງທ່ານຢູ່ ສປປ ລາວ ນີ້ ທ່ານຈະສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດລາວ-ຫວຽດນາມ ໃຫ້ມີປະສິດທິຜົນ ແລະ ງອກງາມຍິ່ງໆຂຶ້ນ, ໂດຍສະເພາະການພົວພັນຮ່ວມມື ລະຫວ່າງ ແຂວງຫຼວງພະບາງກໍ່ຄືບັນດາແຂວງພາກເໜືອຂອງລາວກັບບັນດາແຂວງຕ່າງໆຂອງຫວຽດນາມ. ໃນໂອກາດດັ່ງກ່າວນີ້, ທ່ານຮອງລັດຖະມົນຕີ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອ ຂອງພັກ-ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງໄດ້ທີ່ໃຫ້ການຊ່ວຍເຫຼືອ ສປປ ລາວ ເປັນຢ່າງດີຕະຫຼອດມາ, ເຊິ່ງເປັນການປະກອບສ່ວນອັນສຳຄັນໃຫ້ແກ່ການພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງຫຼວງພະບາງ ແລະ ບັນດາແຂວງພາກເໜືອຂອງລາວ.
ໃນໂອກາດດຽວກັນ, ສະຫາຍ ຫວູ ດັງ ແມັ່ງ, ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ນ. ຄຳເພົາ ເອີນທະວັນ, ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ສະໜິດສະໜົມພ້ອມທັງໃຫ້ຄຳໝັ້ນສັນຍາວ່າຕະຫຼອດໄລຍະປະຕິບັດໜ້າທີ່ຂອງຕົນຢູ່ ສປປ ລາວ, ຕົນຈະປະກອບສ່ວນຢ່າງສຸດຄວາມສາມາດເພື່ອເຮັດໃຫ້ສາຍພົວພັນມິດຕະພາບ, ຄວາມສາມັກແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ຈະເລີນງອກງາມຍິ່ງໆຂຶ້ນ.