ໃນວັນທີ 23 ກຸມພາ 2017, ທີ່ ກະຊວງການຕ່າງປະເທດ, ທ່ານ ນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໄດ້ຕ້ອນຮັບ ທ່ານ ຫຼິວ ເຈິ້ນໝິນ (LIU Zhenmin), ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ພ້ອມດ້ວຍຄະນະ, ໃນໂອກາດມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ, ໃນລະຫວ່າງວັນທີ 22-24 ກຸມພາ 2017 ນີ້, ເພື່ອສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ ທີ່ເປັນມູນເຊື້ອມາແຕ່ດົນນານ ໃຫ້ແໜ້ນແຟ້ນຍິ່ງຂຶ້ນເລື້ອຍໆ.
ໃນການພົບປະສອງຝ່າຍໃນຄັ້ງນີ້, ທ່ານ ນາງ ຄຳເພົາ ເອີນທະວັນ ໄດ້ສະແດງຄວາມຍິນດີຕ້ອນຮັບ ໃນການເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ຂອງ ທ່ານ ຫຼິວ ເຈິ້ນໝິນ ພ້ອມດ້ວຍຄະນະ. ໃນໂອກາດດັ່ງກ່າວ, ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຄູ່ຮ່ວມຍຸດທະສາດຮອບດ້ານ ລະຫວ່າງ ສປປ ລາວ ແລະ ສປ ຈີນ ທີ່ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ ໂດຍສະເພາະແມ່ນການຈັດຕັ້ງຜັນຂະຫຍາຍຜົນການແລກປ່ຽນການຢ້ຽມຢາມທາງການ ຂອງການນຳຂັ້ນສູງຂອງ ພັກ-ລັດ ໃນໄລຍະຜ່ານມາ ເປັນຕົ້ນ: ສປປ ລາວ ແລະ ສປ ຈີນ ໄດ້ຮ່ວມກັນຈັດກິດຈະກຳຕ່າງໆ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 55 ປີ, ຈັດພິທີເປີດການກໍ່ສ້າງໂຄງການທາງລົດໄຟລາວ-ຈີນ ຢ່າງຮອບດ້ານ ໃນທ້າຍເດືອນທັນວາ 2016 ທີ່ຜ່ານມາ. ພ້ອມກັນນີ້, ສອງຝ່າຍ ຍັງໄດ້ປຶກສາຫາລື ກ່ຽວກັບ ທິດທາງ ແລະ ແຜນການຮ່ວມມືໃນຕໍ່ໜ້າ ໃນລະດັບວິຊາການຂອງສອງກະຊວງການຕ່າງປະເທດ ລາວ-ຈີນ ເພື່ອຮັບປະກັນການເປັນເສນາທິການ ການເຄື່ອນໄຫວຕ່າງປະເທດຂອງ ພັກ-ລັດ ໃຫ້ປະສົບຜົນສຳເລັດ, ສາມາດນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ. ສອງຝ່າຍ ໄດ້ແລກປ່ຽນຄໍາຄິດຄໍາເຫັນໃນຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ແລະ ຕໍ່ບັນຫາພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.
ໃນໂອກາດດຽວກັນນີ້, ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ ກໍໄດ້ສະແດງຄວາມຂອບໃຈຕໍ່ຝ່າຍຈີນ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ສົມກຽດ ຕໍ່ການຢ້ຽມຢາມທາງການຂອງການນຳຂັ້ນສູງຂອງ ສປປ ລາວ ໃນປີ 2016 ຜ່ານມາ ແລະ ອວຍພອນໃຫ້ ທ່ານ ຫຼິວ ເຈິ້ນໝິນ ພ້ອມດ້ວຍຄະນະ ໄດ້ຮັບຜົນສຳເລັດໃນການມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ອີກດ້ວຍ.