ໃນຕອນບ່າຍຂອງວັນທີ 23 ກຸມພາ 2017, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມປຶກສາຫາລື ເພື່ອກະກຽມໃຫ້ແກ່ການສ້າງຮ່າງກົດໝາຍວ່າດ້ວຍສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ຢູ່ຕ່າງປະເທດ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີຜູ້ຕາງໜ້າບັນດາກົມໃນກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ, ບັນດາກະຊວງ, ອົງການທີ່ກ່ຽວຂ້ອງ ເຂົ້າຮ່ວມທັງໝົດ 60 ທ່ານ.
ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອແຈ້ງໃຫ້ບັນດາທ່ານທີ່ຖືກແຕ່ງຕັ້ງໃນຄະນະຊີ້ນຳ, ຄະນະເນື້ອໃນ ແລະ ຄະນະເຕັກນິກກ່ຽວກັບເຫດຜົນ, ຄວາມຈຳເປັນໃນການສ້າງໃຫ້ມີກົດໝາຍດັ່ງກ່າວ, ບົດຮຽນຂອງປະເທດເພື່ອນມິດ ແລະ ສົນທິສັນຍາທີ່ກ່ຽວຂ້ອງຊຶ່ງ ສປປ ລາວ ເປັນພາຄີ, ສິດ ແລະ ໜ້າທີ່ຂອງຄະນະຊີ້ນຳ, ຄະນະເນື້ອໃນ ແລະ ຄະນະເຕັກນິກ, ແຜນການເຄື່ອນໄຫວໃນການສ້າງຮ່າງກົດໝາຍດັ່ງກ່າວ.
ການສ້າງກົດໝາຍສະບັບນີ້ມີຄວາມສຳຄັນ ແລະ ຈຳເປັນ ເພື່ອກຳນົດພາລະບົດບາດ, ໜ້າທີ່, ຂອບເຂດສິດ, ກົງຈັກການຈັດຕັ້ງຂອງສຳນັກງານຜູ້ຕາງໜ້າຂອງ ສປປ ລາວ ຢູ່ຕ່າງປະເທດ. ສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ຢູ່ຕ່າງປະເທດ ແມ່ນການຈັດຕັ້ງໜຶ່ງທີ່ມີຄວາມສຳຄັນໃນການເຄື່ອນໄຫວວຽກງານການຕ່າງປະເທດ ຊຶ່ງເປັນອົງການຕົວແທນຂອງ ສປປ ລາວ ຢູ່ ຕ່າງປະເທດ ໃນການເຄື່ອນໄຫວດ້ານການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງ ສປປ ລາວ, ການຈັດຕັ້ງ ແລະ ພົນລະເມືອງລາວຢູ່ຕ່າງປະເທດ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ.
ໄລຍະຜ່ານມາກະຊວງການຕ່າງປະເທດ ມີນິຕິກຳຈຳນວນໜຶ່ງທີ່ເປັນບ່ອນອີງໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານການຕ່າງປະເທດ ເປັນຕົ້ນດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງການຕ່າງປະເທດ ເຊິ່ງໃນປະຈຸບັນພວມໄດ້ຮັບການປັບປຸງໃຫ້ສອດຄ້ອງກັບສະພາບການໄລຍະໃໝ່, ດຳລັດວ່າດ້ວຍຊັ້ນການທູດ, ດຳລັດວ່າດ້ວຍເງິນອຸດໜູນ ແລະ ນະໂຍບາຍຕໍ່ພະນັກງານປະຈຳສຳນັກງານຕາງໜ້າການທູດ ສປປ ລາວ ແລະ ນິຕິກຳອື່ນໆ. ແຕ່ແນວໃດກໍຕາມເມື່ອທຽບໃສ່ຄວາມຮຽກຮ້ອງຕ້ອງການ ນິຕິກຳທີ່ມີແລ້ວນັ້ນຍັງບໍ່ທັນຄົບຖ້ວນ, ເລິກເຊິ່ງເທົ່າທີ່ຄວນ ແລະ ຍັງເປັນນິຕິກຳລຸ່ມກົດໝາຍ, ນອກນີ້ ຍັງບໍ່ທັນມີນິຕິກຳສະເພາະສຳລັບຄຸ້ມຄອງການເຄື່ອນໄຫວ ແລະ ການຈັດຕັ້ງຂອງສຳນັກງານຕາງໜ້າ ແຫ່ງ ສປປ ລາວ ຢູ່ຕ່າງປະເທດ. ສະນັ້ນ, ຈຶ່ງມີຄວາມຈຳເປັນສ້າງກົດໝາຍສະບັບນີ້ ເພື່ອປະກອບສ່ວນໃນການຄຸ້ມຄອງລັດຄຸ້ມຄອງສັງຄົມດ້ວຍກົດໝາຍ ອີງຕາມມະຕິກອງປະຊຸມໃຫ່ຍຂອງພັກຄັ້ງທີ X ໂດຍສະເພາະເຮັດໃຫ້ຂະແໜງການຕ່າງປະເທດກ້າວໄປສູ່ການຄຸ້ມຄອງດ້ວຍກົດໝາຍ ແລະ ນິຕິກຳທີ່ຄົບຖ້ວນເທື່ອລະກ້າວຕາມທິດທາງຈຸດສຸມຂອງຂະແໜງການຕ່າງປະເທດ ຊຶ່ງກອງປະຊຸມໃຫ່ຍອົງຄະນະພັກກະຊວງການຕ່າງປະເທດ ຄັ້ງທີ່ III ໄດ້ວາງອອກ ກໍ່ຄືການຈັດຕັ້ງຜັນຂະຫຍາຍຜົນສຳເລັດຂອງກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ 13 ທີ່ຫາກໍ່ສຳເລັດລົງຫ່ວາງບໍ່ດົນມານີ້.
ປະຈຸບັນ ສປປ ລາວ ມີສາຍພົວພັນທາງການທູດກັບ 139 ປະເທດ, ເປັນສະມາຊິກຂອງອົງການຈັດຕັ້ງສາກົນຫຼາຍສິບອົງການ, ມີສຳນັກງານຜູ້ຕາງໜ້າແຫ່ງ ສປປ ລາວ ຢູ່ຕ່າງປະເທດທັງໝົດ 39 ແຫ່ງ ໃນນັ້ນມີສະຖານເອກອັກຄະລັດຖະທູດ 27 ແຫ່ງ, ສໍານັກງານຜູ້ຕາງໜ້າຖາວອນ 03 ແຫ່ງ ແລະ ສະຖານກົງສຸນໃຫຍ່ 09 ແຫ່ງ.