ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຜູ້ຕາງໜ້າທະນາຄານໂລກ

 

WorldBank1

 

ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ນາງ ຊາລີ ເບີນິງແຮມ ( Sally BURNINGHAM), ຜູ້ຕາງໜ້າທະນາຄານໂລກ ປະຈໍາ ສປປ ລາວ ຜູ້ເກົ່າ

 

 

WorldBank2

 

ຕ້ອນຮັບການເຂົ້າຍື່ນສານແຕ່ງຕັ້ງຂອງ ທ່ານ ຊ໋ອງ ຄຣິສສະຕ໋ອບ ແຄຮເຣ ( Jean-Christophe Carret ), ຜູ້ຕາງໜ້າທະນາຄານໂລກ ປະຈໍາ ສປປ ລາວ ຜູ້ໃໝ່

 

ໃນວັນທີ 10 ກໍລະກົດ 2017, ທີ່ ກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ນາງ ຊາລີ ເບີນິງແຮມ ( Sally BURNINGHAM), ຜູ້ຕາງໜ້າທະນາຄານໂລກ ປະຈໍາ ສປປ ລາວ ທີ່ໄດ້ສໍາເລັດການປະຕິບັດໜ້າທີ່ຢູ່ ສປປ ລາວ ໃນວັນທີ 30 ມິຖຸນາ 2017 ແລະ ຕ້ອນຮັບການເຂົ້າຍື່ນສານແຕ່ງຕັ້ງຂອງ ທ່ານ ຊ໋ອງ ຄຣິສສະຕ໋ອບ ແຄຮເຣ ( Jean-Christophe Carret ), ຜູ້ຕາງໜ້າທະນາຄານໂລກ ປະຈໍາ ສປປ ລາວ, ເນື່ອງໃນໂອກາດໄດ້ຮັບໜ້າທີ່ຕໍາ     ແໜ່ງໃໝ່ຢູ່ ສປປ ລາວ.

ໃນໂອກາດດັ່ງກ່າວ, ທ່ານ ທອງຜ່ານ ສະຫວັນເພັດ ໄດ້ສະແດງຄວາມຍິນດີຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທັງສອງທ່ານ ແລະ ຕີລາຄາສູງຕໍ່ ທ່ານ ນາງ ຊາລີ ເບີນິງແຮມ ທີ່ໄດ້ປະຕິບັດໜ້າທີ່ຢູ່ ສປປ ລາວ ໃນຕຳແໜ່ງ ຜູ້ຕາງໜ້າຫ້ອງການທະນາຄານໂລກ ຜູ້ເກົ່າ ໃນໄລຍະເດືອນ ກໍລະກົດ 2014 ເຖິງ ເດືອນມິຖຸນາ 2017, ພ້ອມດຽວກັນນີ້ ກໍ່ໄດ້ສະແດງຄວາມຍິນດີ ແລະ ຕ້ອນຮັບຕໍ່ ທ່ານ ຊ໋ອງ ຄຣິສສະຕ໋ອບ ແຄຮເຣ ທີ່ໄດ້ຮັບການແຕ່ງຕັ້ງເປັນ ຜູ້ຕາງໜ້າຫ້ອງການທະນາຄານໂລກ ປະຈຳ ສປປ ລາວ ຄົນໃໝ່, ຊຶ່ງເປັນໂອກາດອັນດີໃນການປະກອບສ່ວນເຂົ້າໃນການສືບຕໍ່ເສີມຂະຫຍາຍສາຍພົວພັນ, ການຮ່ວມມື ແລະ ມິດຕະພາບ ລະຫວ່າງ ສປປ ລາວ ແລະ ທະນາຄານໂລກ ໃຫ້ນັບມື້ນັບແໜ້ນແຟ້ນຂຶ້ນກວ່າເກົ່າ ແລະ ຫວັງຢ່າງຍິ່ງວ່າ ທະນາຄານໂລກ ຈະສືບຕໍ່ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນການຈັດຕັ້ງປະຕິບັດໂຄງການແຜນການພັດທະນາເສດຖະກິດ-ສັງຄົມ 5 ປີ ແຫ່ງຊາດ ຄັ້ງທີ 8 ໂດຍແນໃສ່ການລືບລ້າງຄວາມທຸກຍາກ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDGs) ແລະ ການນຳເອົາ ສປປ ລາວ ຫຼຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາ ໃນປີ 2020.

ທ່ານ ຊ໋ອງ ຄຣິສສະຕ໋ອບ ແຄຮເຣ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ທອງຜ່ານ ສະຫວັນເພັດ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນໃນການເຂົ້າຢ້ຽມຂໍ່ານັບຄັ້ງນີ້ ແລະ ທ່ານ ຍັງໄດ້ໃຫ້ການຊົມເຊີຍຕໍ່ ສປປ ລາວ ທີ່ໄດ້ຕັ້ງໜ້າເອົາໃຈໃສ່ສ້າງສາພັດທະນາເສດຖະກິດ-ສັງຄົມ ແລະ ກ່າວຕື່ມອີກວ່າ ທະນາຄານໂລກ ຈະສືບຕໍ່ໃຫ້ການສະໜັບສະໜູນການປະຕິບັດແຜນຍຸດທະສາດຂອງ ສປປ ລາວ ກໍ່ຄືການສຸມໃສ່ບັນດາຂະແໜງການເສດຖະກິດໃຫ້ຫຼາຍຂຶ້ນກວ່າເກົ່າ. ພ້ອມດຽວກັນນັ້ນ, ທະນາຄານໂລກ ຈະສືບຕໍ່ເພີ່ມທະວີການຮ່ວມມື ແລະ ຈະໃຫ້ການສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ໃນທຸກໆດ້ານ ເພື່ອຊ່ວຍໃຫ້ ສປປ ລາວ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ.

ໃນຕອນທ້າຍ, ທ່ານ ທອງຜ່ານ ສະຫວັນເພັດ ໄດ້ກ່າວອວຍພອນໃຫ້ ທ່ານ ນາງ ຊາລີ ເບີນິງແຮມ ແລະ ທ່ານ ຊ໋ອງ ຄຣິສສະຕ໋ອບ ແຄຮເຣ ຈົ່ງປະສົບຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານໃນຕໍ່ໜ້າ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485939
ມື້ນີ້70
ມື້ວານ168
ອາທິດນີ້975
ເດືອນນີ້5244