ໃນວັນທີ01ກຸມພາ 2018, ທີ່ ກະຊວງການຕ່າງປະເທດ, ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ຢູເຊບ ຄາມາ ບູໂທສ ຮັນນາ (Youssef Kamal Boutros Hanna),ເອກອັກຄະລັດຖະທູດແຫ່ງ ສາທາລະນະລັດ ອາຣັບ ເອຢິບ ປະຈຳສປປລາວ,ທີ່ມີສຳນັກງານຕັ້ງຢູ່ນະຄອນຫຼວງຮ່າໂນ້ຍ, ສສ. ຫວຽດນາມ.
ໃນໂອກາດດັ່ງກ່າວ, ທ່ານ ແສງເພັດ ຮຸ່ງບຸນຍວງ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານຂອງທ່ານເອກອັກຄະລັດຖະທູດເອຢິບ ທີ່ໄດ້ເອົາໃຈໃສ່ປະກອບສ່ວນອັນສຳຄັນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ ລະຫວ່າງລາວແລະເອຢີບໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ ແລະ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງສອງປະເທດນັບຕັ້ງແຕ່ ສປປ ລາວ ແລະ ສາທາລະນະລັດ ອາຣັບ ເອຢີບ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນເດືອນພະຈິກ 1976 ເປັນຕົ້ນມາ ຊຶ່ງທັງສອງຝ່າຍໄດ້ມີການສະໜັບສະໜູນຊຶ່ງກັນແລະກັນໃນເວທີພາກພື້ນ ແລະ ສາກົນ, ລວມທັງການຊຸກຍູ້ໃຫ້ມີການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນ ແລະ ການປຶກສາຫາລືກັນເພື່ອຊອກຫາຊ່ອງທາງການຮ່ວມມືໃນຂະແຫນງການຕ່າງໆ ເປັນຕົ້ນແມ່ນດ້ານເສດຖະກິດ, ຂະແໜງການທ່ອງທ່ຽວ ແລະ ການສຶກສາ.
ໃນຕອນທ້າຍ, ທ່ານແສງເພັດ ຮຸ່ງບຸນຍວງ ໄດ້ອວຍພອນໃຫ້ ທ່ານທູດເອຢິບເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ ແລະປະສົບຜົນສຳເລັດໃນການປະຕິບັດໜ້າທີ່ອັນໃໝ່ຂອງທ່ານ.
ໃນໂອກາດດຽວກັນ, ທ່ານທູດ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ ລັດຖະບານ ແລະ ປະຊາຊົນລາວກໍ່ຄືກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຮ່ວມມື, ສະໜັບສະໜູນຊ່ວຍເຫຼືອ ແລະ ອໍານວຍຄວາມສະດວກເປັນຢ່າງດີຕະຫຼອດໄລຍະການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ໃນຄັ້ງນີ້ຈົນໄດ້ຮັບຜົນສໍາເລັດອັນຈົບງາມ, ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການສົ່ງເສີມການພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດ ລາວ-ເອຢິບ.